ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພວກເຂົານັ້ນ ທັງທີ່ເປັນຜູ້ມີຄວາມແກ່ເປັນທໍາມະດາຢູ່ດ້ວຍ ຕົນກໍຮູ້ແຈ້ງແລ້ວ ຊຶ່ງໂທດອັນຕໍ່າຊາມ ໃນຄວາມເປັນຜູ້ມີຄວາມແກ່ເປັນທໍາມະດາ. ພວກເຂົາສະແຫວງ ຫາຢູ່ ຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນ ທັມທີ່ບໍ່ມີຄວາມຊະຣາ, ກໍໄດ້ເຂົ້າເຖິງແລ້ວຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນທັມທີ່ບໍ່ມີຄວາມແກ່ຊະຣາ.
ພວກເຂົານັ້ນ ທັງທີ່ເປັນຜູ້ມີຄວາມເຈັບໄຂ້ເປັນທໍາມະດາຢູ່ດ້ວຍ ຕົນກໍຮູ້ແຈ້ງແລ້ວຊຶ່ງໂທດອັນຕໍ່າຊາມ ໃນຄວາມເປັນຜູ້ມີຄວາມເຈັບໄຂ້ເປັນທໍາມະດາ. ພວກເຂົາສະແຫວງຫາຢູ່ ຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນ ທັມທີ່ບໍ່ມີຄວາມເຈັບໄຂ້, ກໍໄດ້ເຂົ້າເຖິງແລ້ວຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນທັມທີ່ບໍ່ມີຄວາມເຈັບໄຂ້.
ພວກເຂົານັ້ນ ທັງທີ່ເປັນຜູ້ມີຄວາມຕາຍເປັນທໍາມະດາຢູ່ດ້ວຍ ຕົນກໍຮູ້ແຈ້ງແລ້ວ ຊຶ່ງໂທດອັນຕໍ່າຊາມ ໃນຄວາມເປັນຜູ້ມີຄວາມຕາຍເປັນທໍາມະດາ. ພວກເຂົາ ສະແຫວງຫາຢູ່ ຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນ ທັມທີ່ບໍ່ຕາຍ, ກໍໄດ້ເຂົ້າເຖິງແລ້ວຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນທັມທີ່ບໍ່ຕາຍ
.
ພວກເຂົານັ້ນ ທັງທີ່ເປັນຜູ້ມີຄວາມເສົ້າໝອງເປັນທໍາມະດາຢູ່ດ້ວຍ ຕົນກໍຮູ້ແຈ້ງແລ້ວ ຊຶ່ງໂທດອັນຕໍ່າຊາມໃນຄວາມເປັນຜູ້ມີຄວາມເສົ້າໝອງເປັນທໍາມະດາ. ພວກເຂົາສະແຫວງຫາຢູ່ ຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນ ທັມທີ່ບໍ່ມີຄວາມເສົ້າໝອງ, ກໍໄດ້ເຂົ້າເຖິງແລ້ວຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນທັມທີ່ບໍ່ເສົ້າໝອງ.
ຍານ ແລະ ທັດສະນະ ໄດ້ເກີດຂຶ້ນແລ້ວແກ່ພວກເຂົາເຫຼົ່ານັ້ນວ່າ ຄວາມຫຼຸດພົ້ນຂອງເຮົາບໍ່ກັບກໍາເລີບ ຊາດນີ້ເປັນຊາດສຸດທ້າຍ ພົບໃໝ່ບໍ່ມີອີກຕໍ່ໄປ ດັ່ງນີ້.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໓໓
ທົງປະກາດທັມມະຈັກທີ່ອິສິປະຕະນະມິຄະທາຍະວັນ ໑
ພິກຂຸ ທ. ! ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ໄດ້ປະກາດອະນຸດຕະຣະທັມມະຈັກ ໃຫ້ເປັນໄປແລ້ວ ທີ່ປ່າອິສິປະຕະນະມິຄະທາຍະວັນ ໃກ້ນະຄອນພາຣານະສີ, ເປັນທັມມະຈັກທີ່ສະມະນະຫຼືພຣາມ, ເທບ ມາຣ ພຣົມ ຫຼືໃຜໆໃນໂລກ ຈະຕ້ານທານໃຫ້ໝູນກັບບໍ່ໄດ້໒ ຂໍ້ນີ້ຄືການບອກ ການສະແດງ ການບັນຍັດ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກ ແລະການເຮັດໃຫ້ຕື້ນ ຊຶ່ງຄວາມຈິງອັນປະເສີດສີ່ປະການ : ສີ່ປະການໄດ້ແກ່ ຄວາມຈິງອັນປະເສີດຄືຄວາມທຸກຂ໌, ຄວາມຈິງອັນປະເສີດຄືເຫດໃຫ້ເກີດທຸກຂ໌, ຄວາມຈິງອັນປະເສີດຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະ ຄວາມຈິງອັນປະເສີດຄືທາງນໍາຜູ້ປະຕິບັດໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
໑. ບາລີ ອຸປຣິ. ມ. ໑໔/໔໔໙/໖໙໙. ຕຣັດແກ່ພິກຂຸທັງຫຼາຍ ທີ່ອິສິປະຕະນະມິຄະທາຍະວັນ
ໃກ້ເມືອງພາຣານະສີ.
໒. ຄໍານີ້ ແປກັນໂດຍສ່ວນຫຼາຍ “ທີ່ໃຜໆປະກາດໃຫ້ເປັນໄປບໍ່ໄດ້”, ແຕ່ຕາມຮູບສັບແປເຊັ່ນເບື້ອງເທິງນີ້ກໍໄດ້
ຂໍທ່ານຜູ້ຮູ້ພິຈາຣະນາດ້ວຍ.
໒໓໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ແຜ່ນດິນໄຫວເນື່ອງດ້ວຍການສະແດງທັມມະຈັກ ໑
ດູຣາອານົນທ໌ ! ເຫດປັຈຈັຍທີ່ເຮັດໃຫ້ປາກົດການໄຫວ ແຫ່ງແຜ່ນດິນອັນໃຫຍ່ຫຼວງ ມີຢູ່ແປດປະການ. ...
ດູຣາອານົນທ໌ ! ເມື່ອໃດ ຕະຖາຄົຕຍ່ອມຍັງທັມມະຈັກ ອັນບໍ່ມີຈັກອື່ນຍິ່ງກວ່າໃຫ້ເປັນໄປ ; ເມື່ອນັ້ນ ແຜ່ນດິນຍ່ອມໄຫວຫວັ່ນ ຍ່ອມສັ່ນສະເທືອນ ຍ່ອມສັ່ນສະທ້ານ. ອານົນທ໌ ! ນີ້ແລເປັນເຫດປັຈຈັຍເຍື່ອງທີຫົກ ທີ່ເຮັດໃຫ້ແຫ່ງການປາກົດການໄຫວຂອງແຜ່ນດິນອັນໃຫຍ່ຫຼວງ.
ເກີດແສງສະຫວ່າງເນື່ອງດ້ວຍການສະແດງທັມມະຈັກ ໒








