ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ພຣະຜູ້ມີພຣະພາກເຈົ້າຕຣັດວ່າ: ເປັນຄວາມຈິງແທ້ ໂທດໄດ້ຄອບງຳມະຫາບໍພິດ ຊຶ່ງເປັນຄົນໂງ່ຈ້າ ເປັນຄົນຫລົງ ບໍ່ສະຫລາດ ມະຫາບໍພິດໄດ້ປົງພະຊົນຊີບພະບິດາ ຜູ້ຊົງທັມ ເປັນພະຣາຊາໂດຍທັມ ເພາະເຫດແຫ່ງຄວາມເປັນໃຫຍ່ ແຕ່ເມື່ອມະຫາບໍພິດ ເຫັນໂທດໂດຍຄວາມເປັນໂທດແລ້ວ ຊົງສາລະພາບຕາມມຄວາມເປັນຈິງ ອັຕຕະມາພາບຂໍຮັບຮູ້ຊຶ່ງຄວາມຜິດຂອງມະຫາບໍພິດ ເມື່ອບຸກຄົນເຫັນໂທດໂດຍຄວາມເປັນໂທດແລ້ວ ສະແດງຄືນຕາມທັມ ເຖິງການສັງລວມຕໍ່ໄປ ນີ້ເປັນຄວາມຈະເຣີນ ໃນວິນັຍຂອງພຣະອະຣິຍະເຈົ້າ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍຂໍທູນລາໄປໃນບັດນີ້ ຂ້ານ້ອຍມີກິຈຫລາຍ ມີທຸຣະຫລາຍ.

ພຣະພຸດທະເຈົ້າຕຣັດວ່າ: ຂໍມະຫາບໍພິດຈົ່ງສຳຄັນເວລາໃນບັດນີ້ເຖີ້ນ.

ເມື່ອພະເຈົ້າອະຊາຕະສັຕຕູຈາກໄປບໍ່ດົນ ພຣະຜູ້ມີພຣະພາກ ໄດ້ຕຣັດກັບພິກຂຸທັງຫລາຍວ່າ : ພິກຂຸທັງຫລາຍ ! ພະຣາຊາອົງຄ໌ນີ້ ຖືກຂຸດເສຍແລ້ວ ພຣະຣາຊາອົງຄ໌ນີ້ ຖືກກຳຈັດເສຍແລ້ວ ຫາກພະອົງຄ໌ບໍ່ໄດ້ປົງພະຊົນຊີບພະບິດາຜູ້ຊົງທັມ ເປັນພະຣາຊາໂດຍທັມ ທັມມະຈັກຂຸ ອັນປາສະຈາກທຸລີ ປາສະຈາກມົນທິນ ຈະເກີດຂຶ້ນແກ່ພະອົງຄ໌ໃນທີ່ປະທັບນີ້ເອງ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພາກທີ ໒

ໂທດ, ວິບາກ, ຜົລແລະອານິສົງຂອງສີລ

ບົດທີ ໒໑

ສີລ ໕

ສະບັບຫລວງ ໒໐/໕໕/໒໒໔; ເຫລັ້ມ ໙/໘໓/໑໐໓; ເຫລັ້ມ ໒໔/໑໘໕/໑໖໕

໑. (ປານາຕິປາຕາ ເວຣະມະນີ) ເຂົານັ້ນ ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ (ຂ້າສັຕ) ວາງທ່ອນໄມ້ແລະສາດຕຣາເສຍແລ້ວ ມີຄວາມລະອາຍ ເຖິງຄວາມອິດູກາຣຸນາ ຫວັງປະໂຫຍດເກື້ອກູນໃນສັຕທັງຫລາຍຢູ່.

໒. (ອະທິນນາທານາ ເວຣະມະນີ) ເຂົານັ້ນ ລະອະທິນນາທານ ເວັ້ນຂາດຈາກອະທິນນາທານ (ລັກຊັບ) ຖືເອົາແຕ່ຂອງທີ່ເຂົາໃຫ້ແລ້ວ ຫວັງຢູ່ແຕ່ຂອງທີ່ເຂົາໃຫ້ ບໍ່ເປັນຂີ້ລັກ ມີຕົນເປັນຄົນສະອາດ ເປັນຢູ່.

໓. (ກາເມສຸມິຈສາຈາຣາ ເວຣະມະນີ) ເຂົານັ້ນ ລະການປະພຶດຜິດໃນກາມ ເວັ້ນຂາດຈາກການປະພຶດຜິດໃນກາມ (ຄືເວັ້ນຂາດຈາກການປະພຶດຜິດ) ໃນຍິງຊຶ່ງມານດາຮັກສາ ບິດາຮັັກສາ ອ້າຍນ້ອງຊາຍຮັກສາ ເອື້ອຍນ້ອງຍິງຮັກສາ

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ຫລືຍາຕຮັກສາ ອັນທັມຮັກສາ ເປັນຍິງມີສາມີ ຍິງນັກໂທດ ໂດຍທີ່ສຸດແມ່ນຍິງທີ່ເຂົາໝັ້ນໄວ້ ດ້ວຍການຄ້ອງພວງມາໄລ ບໍ່ເປັນຜູ້ປະພຶດຜິດຈາຮີດ ໃນຮູບແບບເຫລົ່ານັ້ນ.

໔. (ມຸສາວາທາ ເວຣະມະນີ) ເຂົານັ້ນ ລະມຸສາວາດ ເວັ້ນຂາດຈາກມຸສາວາດ ເວົ້າແຕ່ຄວາມຈິງ ຮັກສາຄໍາສັຈ ໝັ້ນຄົງໃນຄໍາເວົ້າ ມີຄໍາເວົ້າຄວນເຊື່ອຖືໄດ້ ບໍ່ແກ້ງກ່າວໃຫ້ຜິດຕໍ່ໂລກ.

໕. (ສຸຣາເມຣະຍະມັຊຊະປະມາທັຕຖານາ ເວລະມະນີ) ເຂົານັ້ນ ເວັ້ນຂາດຈາກການດື່ມນໍ້າເມົາ ຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໒໒

ໂທດຂອງບຸກຄົນຜູ້ມີສີລວິບັດ

ສະບັບຫລວງ ໑໐/໑໐໑/໗໙

ຄະຫະບໍດີທັງຫລາຍ ! ໂທດແຫ່ງສີລວິບັດຂອງຄົນທຸສີລ ໕ ປະການເຫລົ່ານີ້ ໕ ປະການ ຄື :-

ຄະຫະບໍດີທັງຫລາຍ !

(໑) ຄົນທຸສີລ ມີສີລວິບັດແລ້ວ ຍ່ອມເຂົ້າເຖິງຄວາມເສື່ອມ ແຫ່ງໂພຄະຊັບຢ່າງຫຼວງຫຼາຍ ຊຶ່ງມີຄວາມປະມາດເປັນເຫດ ນີ້ເປັນໂທດຂໍ້ທີໜຶ່ງ ແຫ່ງສີລວິບັດຂອງຄົນທຸສີລ

(໒) ກຽດຕິສັບອັນຊົ່ວຊ້າຂອງຄົນທຸສີລ ມີສີລວິບັດແລ້ວ ຍ່ອມກະຈາຍໄປ ນີ້ເປັນໂທດຂໍ້ທີສອງ ແຫ່ງສີລວິບັດຂອງຄົນທຸສີລ

(໓) ຄົນທຸສີລ ມີສີລວິບັດແລ້ວ ຈະເຂົ້າໄປສູ່ບໍຣິສັດ໑ ໃດໆ ຄື ຂັຕຕິຍະບໍຣິສັດ ພຣາມບໍຣິສັດ ຄະຫະບໍດີບໍຣິສັດ ຫຼືສະມະນະບໍຣິສັດ ຍ່ອມສະທົກສະທ້ານດ້ວຍຄວາມຢ້ານ ແລະເກີ້ເຂີນ ນີ້ເປັນໂທດຂໍ້ທີສາມ ແຫ່ງສີລວິບັດຂອງຄົນທຸສີລ

(໔) ຄົນທຸສີລ ມີສີລວິບັດແລ້ວ ຍ່ອມຫລົງທໍາກາລະ ນີ້ເປັນໂທດຂໍ້ທີສີ່ ແຫ່ງສີລວິບັດຂອງຄົນທຸສີລ

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

(໕) ຄົນທຸສີລ ມີສີລວິບັດແລ້ວ ເບື້ອງໜ້າແຕ່ການຕາຍ ເພາະການແຕກ ທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ ນີ້ເປັນໂທດຂໍ້ທີຫ້າ ແຫ່ງສີລວິບັດຂອງຄົນທຸສີລ

ຄະຫະບໍດີທັງຫລາຍ ! ເຫຼົ່ານີ້ແລ ຄື ໂທດແຫ່ງສີລວິບັດຂອງຄົນທຸສີລ ໕ ປະການ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ