ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ເມື່ອເປັນດັ່ງນີ້ ທິດເບື້ອງຫລັງນັ້ນ ເປັນອັນວ່າກຸລະບຸຕນັ້ນ ປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໑໗
ໜ້າທີ່ທີ່ຕ້ອງປະຕິບັດຕໍ່ທິດເບື້ອງຊ້າຍ
ສະບັບຫລວງ ໑໑/໑໙໕-໒໘໖/໑໗໔.
ຄະຫະບໍດີບຸຕ ! ທິດເບື້ອງຊ້າຍຄື ມິຕສະຫາຍ ອັນກຸລະບຸຕ ຄວນປະຕິບັດຕໍ່ໂດຍຖານະ ໕ ປະການ ຄື :
໑. ດ້ວຍການຊ່ວຍເຫລືອ
໒. ດ້ວຍການເວົ້າຈາທີ່ອ່ອນໂຍນ
໓. ດ້ວຍການປະພຶດທີ່ເປັນປະໂຫຍດ
໔. ດ້ວຍການວາງຕົນສະເໝີກັນ
໕. ດ້ວຍການບໍ່ກ່າວຄໍາອັນເປັນສິ່ງທີ່ເຮັດໃຫ້ແຕກກັນ.
ຄະຫະບໍດີບຸຕ ! ທິດເບື້ອງຊ້າຍຄື ມິຕສະຫາຍ ອັນກຸລະບຸຕ ປະຕິບັດຕໍ່ໂດຍຖານະ ໕ ປະການເຫລົ່ານີ້ແລ້ວ ຍ່ອມອະນຸເຄາະ ກຸລະບຸຕໂດຍຖານະ ໕ ປະການ ຄື :
໑. ຮັກສາມິຕຜູ້ປະມາດແລ້ວ
໒. ຮັບສາຊັບຂອງມິຕຜູ້ປະມາດແລ້ວ
໓. ເປັນທີ່ເພິ່ງແກ່ມິຕເມື່ອມີພັຍ
໔. ບໍ່ຖິ້ມມິຕໃນຍາມມີອັນຕະລາຍ
໕. ນັບຖືສະມາຊິກໃນວົງຕະກຸນຂອງມິຕ
ເມື່ອເປັນດັ່ງນີ້ ທິດເບື້ອງຊ້າຍນັ້ນ ເປັນອັນວ່າກຸລະບຸຕນັ້ນ ປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໑໘
ໜ້າທີ່ທີ່ຕ້ອງປະຕິບັດຕໍ່ທິດເບື້ອງຕໍ່າ
ສະບັບຫລວງ ໑໑/໑໙໕-໒໘໖/໑໗໔.
ຄະຫະບໍດີບຸຕ ! ທິດເບື້ອງຕໍ່າຄື ທາສກໍາມະກອນ ອັນກຸລະບຸຕ ຄວນປະຕິບັດຕໍ່ໂດຍຖານະ ໕ ປະການ ຄື :
໑. ດ້ວຍການໃຫ້ເຮັດວຽກຕາມກຳລັງ
໒. ດ້ວຍການໃຫ້ອາຫານແລະລາງວັນ
໓. ດ້ວຍການຮັກສາພະຍາບານໃຍຍາມເຈັບໄຂ້
໔. ດ້ວຍການແບ່ງອາຫານທີ່ເຂົາບໍ່ເຄີຍໄດ້ກິນໃຫ້
໕. ດ້ວຍການປ່ອຍໃຫ້ພັກວຽກຕາມສະໄໝ (ໃຫ້ໄປທ່ຽວ
ຕາມກາລະເວລາ)
ຄະຫະບໍດີບຸຕ ! ທິດເບື້ອງຕໍ່າຄື ທາສກໍາມະກອນ ອັນເຈົ້ານາຍປະຕິບັດຕໍ່ ໂດຍຖານະ ໕ ປະການເຫລົ່ານີ້ແລ້ວ ຍ່ອມອະນຸເຄາະເຈົ້ານາຍ ໂດຍຖານະ ໕ ປະການ ຄື :
໑. ເປັນຜູ້ລຸກຂຶ້ນເຮັດວຽກກ່ອນເຈົ້ານາຍ (ຫົວໜ້າ)
໒. ເລີກວຽກລຸນຫລັງນາຍ
໓. ຖືເອົາແຕ່ຂອງທີ່ເຈົ້ານາຍໃຫ້
໔. ເຮັດວຽກໃຫ້ດີທີ່ສຸດ
໕. ນຳກຽດຕິຄຸນຂອງເຈົ້ານາຍໄປເລົ່າລື
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ເມື່ອເປັນດັ່ງນີ້ ທິດເບື້ອງຕໍ່ານັ້ນ ເປັນອັນວ່າກຸລະບຸຕນັ້ນ ປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໑໙
ໜ້າທີ່ທີ່ຕ້ອງປະຕິບັດຕໍ່ທິດເບື້ອງເທິງ
ສະບັບຫລວງ ໑໑/໑໙໕-໒໘໖/໑໗໔.
ຄະຫະບໍດີບຸຕ ! ທິດເບື້ອງເທິງ ຄື ສະມະນະພຣາມ ອັນກຸລະບຸຕ ຄວນປະຕິບັດຕໍ່ໂດຍຖານະ ໕ ປະການ ຄື :
໑. ດ້ວຍເມຕຕາກາຍະກັມ
໒. ດ້ວຍເມຕຕາວະຈີກັມ
໓. ດ້ວຍເມຕຕາມະໂນກັມ
໔. ດ້ວຍການບໍ່ປິດປະຕູ (ຄືຍີນດີຕ້ອນຮັບ)
໕. ດ້ວຍການຄອຍຖວາຍອາມິດສະທານ
ຄະຫະບໍດີບຸຕ ! ທິດເບື້ອງເທິງຄື ສະມະນະພຣາມ ອັນກຸລະບຸຕ ຄວນປະຕິບັດຕໍ່ໂດຍຖານະ ໕ ປະການເຫລົ່ານີ້ແລ້ວ ຍ່ອມອະນຸເຄາະກຸລະບຸຕ ໂດຍຖານະ ໖ ປະການ ຄື :
໑. ສອນບໍ່ໃຫ້ເຮັດບາບ
໒. ໃຫ້ຕັ້ງຢູ່ໃນຄວາມດີ
໓. ອະນຸເຄາະດ້ວຍໃຈອັນດີງາມ
໔. ໃຫ້ຟັງໃນສິ່ງທີ່ບໍ່ເຄີຍໄດ້ຟັງ
໕. ບອກສອນສິ່ງທີ່ເຄີຍໄດ້ຟັງມາແລ້ວໃຫ້ແຈ່ມແຈ້ງຍິ່ງຂຶ້ນ
໖. ບອກທາງສະຫວັນໃຫ້
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ເມື່ອເປັນດັ່ງນີ້ ທິດເບື້ອງເທິງນັ້ນ ເປັນອັນວ່າກຸລະບຸຕນັ້ນ ປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໒໐
ພະເຈົ້າອະຊາຕະສັຕຕູ ປົງພະຊົນຊີບພະບິດາ
ຄືພະເຈົ້າພິມພິສານ ເຖິງໄດ້ຟັງທັມ
ຈາກພຣະພຸດທະເຈົ້າ ກໍບໍ່ສາມາດບັນລຸທັມໄດ້
ສະບັບຫລວງ ໙/໗໘-໗໙/໑໓໙-໑໔໐
...ໂທດໄດ້ຄອບງໍາຂ້ານ້ອຍແລ້ວ ຊຶ່ງເປັນຄົນໂງ່ຈ້າ ເປັນຄົນຫລົງ ບໍ່ສະຫລາດ ຂ້ານ້ອຍໄດ້ປົງພະຊົນຊີບພະບິດາ ຜູ້ຊົງທັມ ເປັນພະຣາຊາໂດຍທັມ ເພາະເຫດແຫ່ງຄວາມເປັນໃຫຍ່ ຂໍພຣະຜູ້ມີພຣະພາກ ຈົ່ງຊົງຮັບຮູ້ເຖິງຊຶ່ງຄວາມຜິດຂອງຂ້ານ້ອຍ ໂດຍເປັນຄວາມຜິດຈິງແທ້ ເພື່ອສັງລວມຕໍ່ໄປ.








