ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໒໓

ເຫດໃຫ້ທຸຄະຕິປາກົດ (ເຄື່ອງໝາຍຂອງຄົນພານ)

ສະບັບຫລວງ ເຫລັ້ມ ໒໔/໒໘໕-໒໘໗/໑໖໕: ເຫລັ້ມ ໒໔/໓໐໕/໑໘໙

ຈຸນທະ ! ຄວາມບໍ່ສະອາດທາງກາຍ ມີ ໓ ຢ່າງ

ຄວາມບໍ່ສະອາດທາງວາຈາ ມີ ໔ ຢ່າງ

ຄວາມບໍ່ສະອາດທາງໃຈ ມີ ໓ ຢ່າງ.

ຈຸນທະ ! ຄວາມບໍ່ສະອາດທາງກາຍ ມີ ໓ ຢ່າງນັ້ນ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນໂລກນີ້ :-

(໑) ເປັນຜູ້ມີປົກກະຕິເຮັດສັດມີຊີວິດ ໃຫ້ມອດມ້ວຍ ຫຍາບຊ້າ ມີຝ່າມືເປື້ອນດ້ວຍໂລຫິດ ມີແຕ່ການຂ້າແລະການທຸບຕີ ບໍ່ມີຄວາມອິດູໃນສັດທີ່ມີຊີວິດ.

(໒) ເປັນຜູ້ມີປົກກະຕິຖືເອົາສິ່ງຂອງ ທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້ ຄືວັດຖຸອຸປະກອນແຫ່ງຊັບຂອງບຸກຄົນອື່ນ ທີ່ຢູ່ໃນບ້ານຫລືໃນປ່າກໍຕາມ ເປັນຜູ້ຖືເອົາສິ່ງຂອງທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້ ດ້ວຍອາການຂອງຄົນຂີ້ລັກ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

(໓) ເປັນຜູ້ມີປົກກະຕິປະພຶດຜິດໃນກາມ (ຄືປະພຶດຜິດ) ໃນຍິງຊຶ່ງມານດາຮັກສາ ບິດາຮັັກສາ ອ້າຍນ້ອງຊາຍຮັກສາ ເອື້ອຍນ້ອງຍິງຮັກສາ ຫລືຍາດຮັກສາ ອັນທັມຮັກສາ ເປັນຍິງມີສາມີ ຍິງນັກໂທດ ໂດຍທີ່ສຸດແມ່ນຍິງທີ່ເຂົາໝັ້ນໄວ້ ດ້ວຍການຄ້ອງພວງມາໄລ ເປັນຜູ້ປະພຶດຜິດຈາຮີດໃນຮູບແບບເຫລົ່ານັ້ນ.

ຈຸນທະ ! ເຫລົ່ານີ້ແລ ເປັນຄວາມບໍ່ສະອາດທາງກາຍ ໓ ຢ່າງ.

ຈຸນທະ ! ຄວາມບໍ່ສະອາດທາງວາຈາ ມີ ໔ ຢ່າງນັ້ນ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນໂລກນີ້ :-

(໑) ເປັນຜູ້ມີປົກກະຕິກ່າວຕົວະ ໄປສູ່ສະພາກໍດີ ໄປສູ່ບໍຣິສັດກໍດີ ໄປສູ່ທ່າມກາງໝູ່ຍາດກໍດີ ໄປສູ່ທ່າມກາງສາລາປະຊາຄົມກໍດີ ໄປສູ່ທ່າມກາງຣາຊະສະກຸນກໍດີ ອັນເຂົານຳໄປເປັນພະຍານ ຖາມວ່າ ບຸຣຸດຜູ້ຈະເຣີນ ! ທ່ານຮູ້ແນວໃດ ທ່ານຈົ່ງກ່າວໄປເຊັ່ນນັ້ນ ດັ່ງນີ້ ບຸຣຸດນັ້ນ ເມື່ອບໍ່ຮູ້ກໍກ່າວວ່າຮູ້ ເມື່ອຮູ້ກໍກ່າວວ່າບໍ່ຮູ້ ເມື່ອບໍ່ເຫັນກໍກ່າວວ່າເຫັນ ເມື່ອເຫັນກໍກ່າວວ່າບໍ່ເຫັນ ເພາະເຫດຕົນເອງ ເພາະເຫດຜູ້ອື່ນ ຫລື ເພາະເຫດເຫັນແກ່ອາມິດໃດໆ ກໍເປັນຜູ້ກ່າວຕົວະທັງທີ່ຮູ້ຢູ່.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

(໒) ເປັນຜູ້ມີວາຈາສໍ່ສຽດ ຄືຟັງຈາກຝ່າຍນີ້ ແລ້ວໄປບອກຝ່າຍນັ້ນ ເພື່ອທໍາລາຍຝ່າຍນີ້ ຫລືຟັງຈາກຝ່າຍນັ້ນ ແລ້ວມາບອກຝ່າຍນີ້ ເພື່ອທໍາລາຍຝ່າຍນັ້ນ ເປັນຜູ້ເຮັດຄົນທີ່ສາມັກຄີກັນໃຫ້ແຕກກັນ ຫລືເຮັດຄົນທີ່ແຕກກັນແລ້ວ ໃຫ້ແຕກກັນຍິ່ງຂຶ້ນອີກ ພໍໃຈຍີນດີ ເພີດເພີນໃນການແຕກກັນເປັນພວກ ເປັນຜູ້ກ່າວວາຈາທີ່ເຮັດໃຫ້ແຕກກັນເປັນພວກ

(໓) ເປັນຜູ້ມີວາຈາຫຍາບ ອັນເປັນວາຈາທີ່ຫຍາບຄາຍ ແຂ້ງກະດ້າງ ແສບເຜັດຕໍ່ຜູ້ອື່ນ ກະທົບກະເທືອນຜູ້ອື່ນ ແວດລ້ອມຢູ່ດ້ວຍຄວາມຄວາມໂກດ ບໍ່ເປັນໄປເພື່ອສະມາທິ ເຂົາເປັນຜູ້ກ່າວວາຈາ ມີຮູບລັກສະນະເຊັ່ນນັ້ນ.

(໔) ເປັນຜູ້ເວົ້າຈາໂລເລບໍ່ມີເຫດຜົນ ບໍ່ຖືກກາລະ ບໍ່ກ່າວຕາມເປັນຈິງ ກ່າວບໍ່ອີງອັດຖະ ບໍ່ອີງທັມ ບໍ່ອີງວິນັຍ ເປັນຜູ້ກ່າວວາຈາບໍ່ມີທີ່ຕັ້ງອາໄສ ບໍ່ຖືກກາລະເທສະ ບໍ່ມີຈຸດຈົບ ບໍ່ປະກອບດ້ວຍປະໂຫຍດ.

ຈຸນທະ ! ເຫລົ່ານີ້ແລ ເປັນຄວາມບໍ່ສະອາດທາງວາຈາ ໔ ຢ່າງ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ຈຸນທະ ! ຄວາມບໍ່ສະອາດທາງໃຈ ມີ ໓ ຢ່າງນັ້ນ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນໂລກນີ້ :-

(໑) ເປັນຜູ້ອັ່ງແໜ້ນໄປດ້ວຍອະພິຊຊາ (ຄວາມໂລບເພັ່ງເລັງ) ເປັນຜູ້ໂລບເພັ່ງເລັງວັຕຖຸອຸປະກອນແຫ່ງຊັບຂອງຜູ້ອື່ນວ່າ ສິ່ງໃດເປັນຂອງຜູ້ອື່ນ ສິ່ງນັ້ນຈົ່ງເປັນຂອງເຮົາ ດັ່ງນີ້.

(໒) ເປັນຜູ້ມີຈິຕພະຍາບາດ ມີຄວາມດໍາຣິໃນໃຈໄປໃນທາງປອງຮ້າຍວ່າ ສັຕທັງຫລາຍເຫລົ່ານີ້ ຈົ່ງເດືອດຮ້ອນ ຈົ່ງແຕກທໍາລາຍ ຈົ່ງຂາດສູນ ຈົ່ງວິນາສ ຢ່າໄດ້ມີຢູ່ເລີຍ ດັ່ງນີ້ເປັນຕົ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ