ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ບຸກຄົນໃນໂລກນີ້ຄື ບຸຕ, ພັນລະຍາ, ຂ້າທາສ, ຫລືຄົນໃຊ້ ເອີ້ນວ່າ ໄຟຄືຶ ຄະຫະບໍດີ; ສະນັ້ນ ໄຟຄືຄະຫະບໍດີ ຈຶ່ງຄວນສັກກາຣະ ເຄົາຣົົບ ນັບຖື ບູຊາ ຄວນບໍຣິຫານໃຫ້ເປັນສຸຂໂດຍຊອບ.
ກໍ ໄຟ ຄື ທັກຂິເນີຍຍະບຸກຄົນນັ້ນ ເປັນແນວໃດໜໍ ?
ຄື : ສະມະນະພຣາມໃນໂລກນີ້ ງົດເວັ້ນຈາກຄວາມມົວເມົາປະມາດ ຕັ້ງຢູ່ໃນຂັນຕິ ແລະ ໂສຣັຈຈະ ຝຶກຝົນຈິຕໃຫ້ສະຫງົບ ດັບຮ້ອນໄດ້ເປັນເອກ ນີ້ເອີ້ນວ່າ ກໍໄຟຄື ທັກຂິເນີຍຍະບຸກຄົນ; ສະນັ້ນ ໄຟຄືທັກຂິເນີຍຍະບຸກຄົນ ຈຶ່ງຄວນສັກກາຣະ ເຄົາຣົົບ ນັບຖື ບູຊາ ຄວນບໍຣິຫານໃຫ້ເປັນສຸຂໂດຍຊອບ.
ດູຣາພຣາມ ! ໄຟ ໓ ກອງນີ້ແລ ຄວນສັກກາຣະ ເຄົາຣົົບ ນັບຖື ບູຊາ ຄວນບໍຣິຫານໃຫ້ເປັນສຸຂໂດຍຊອບ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໑໓
ຜູ້ຂ້າມານດາບິດາ ຍ່ອມໄປສູ່ອະບາຍ ໄປສູ່ນະຣົກເດືອດຮ້ອນ ແກ້ໄຂບໍ່ໄດ້
ສະບັບຫລວງ ໒໒/໑໓໒-໑໓໓/໑໒໙
ພິກຂຸທັງຫລາຍ ! ບຸກຄົນ ໕ ຈໍາພວກນີ້ຕ້ອງໄປສູ່ອະບາຍ ຕ້ອງໄປນະຣົກ ແກ້ໄຂບໍ່ໄດ້ ; ບຸກຄົນ ໕ ຈໍາພວກນັ້ນເປັນແນວໃດໜໍ ? ຄື :
ບຸກຄົນຜູ້ຂ້າມານດາ ໑
ບຸກຄົນຜູ້ຂ້າບິດາ ໑
ບຸກຄົນຜູ້ຂ້າພຣະອະຣະຫັນຕ໌ ໑
ບຸຄົນຜູ້ມີຈິຕປອງຮ້າຍ ເຮັດໃຫ້ພຣະພຸດທະເຈົ້າ
ເລືອດອອກ ໑
ບຸກຄົນຜູ້ທໍາລາຍສົງຄ໌ໃຫ້ແຕກກັນ ໑
ພິກຂຸທັງຫລາຍ ! ບຸກຄົນ ໕ ຈໍາພວກນີ້ແລ ຕ້ອງໄປອະບາຍ ຕ້ອງໄປນະຣົກ ແກ້ໄຂບໍ່ໄດ້.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໑໔
ໜ້າທີ່ທີ່ຕ້ອງປະຕິບັດຕໍ່ທິດເບື້ອງໜ້າ
ສະບັບຫລວງ ໑໑/໑໙໕-໒໘໖/໑໗໔
ຄະຫະບໍດີບຸຕ ! ທິດເບື້ອງໜ້າ ຄື ມານດາບິດາ ອັນບຸຕຄວນປະຕິບັດຕໍ່ ໂດຍຖານະ ໕ ປະການຄື :
໑. ເພິ່ນລ້ຽງເຮົາມາແລ້ວ ຮູ້ຈັກລ້ຽງເພິ່ນຕອບ
໒. ເຮົາຈະເຮັດວຽກຂອງທ່ານ
໓. ເຮົາຈະດໍາຣົງວົງຕະກູນ
໔. ເຮົາຈະປະພຶດຕົນໃຫ້ສົມເປັນທາຍາດ
໕. ເມື່ອເພິ່ນທໍາກາລະລ່ວງລັບໄປແລ້ວ ເຮັດບຸນອຸທິດຫາ.
ຄະຫະບໍດີບຸຕ ! ທິດເບື້ອງໜ້າຄື ມານດາບິດາ ອັນບຸຕປະຕິບັດຕໍ່ໂດຍຖານະ ໕ ປະການເຫລົ່ານີ້ແລ້ວ ຍ່ອມອະນຸເຄາະບຸຕ ໂດຍຖານະ ໕ ປະການ ຄື :
໑. ຫ້າມບໍ່ໃຫ້ເຮັດຊົ່ວ
໒. ໃຫ້ຕັ້ງຢູ່ໃນຄວາມດີ
໓. ໃຫ້ສຶກສາສິລະປະວິທະຍາ
໔. ໃຫ້ມີຄູຄອງທີ່ເໝາະສົມ
໕. ມອບມໍຣະດົກໃຫ້ເມື່ອສົມຄວນແກ່ເວລາ
ເມື່ອເປັນດັ່ງນີ້ ທິດເບື້ອງໜ້ານັ້ນ ເປັນອັນວ່າກຸລະບຸຕນັ້ນ ປິດກັ້ນແລ້ວເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໑໕
ໜ້າທີ່ທີ່ຕ້ອງປະຕິບັດຕໍ່ທິດເບື້ຶອງຂວາ
ສະບັບຫລວງ ໑໑/໑໙໕-໒໘໖/໑໗໔.
ຄະຫະບໍດີບຸຕ ! ທິດເບື້ອງຂວາ ຄື ຄູອາຈາຣຍ໌ ອັນສິດຄວນປະຕິບັດຕໍ່ໂດຍຖານະ ໕ ປະການຄື :
໑. ດ້ວຍການລຸກຂຶ້ນຢືນຮັບ
໒. ດ້ວຍການເຂົ້າໄປຄອຍຮັບໃຊ້
໓. ດ້ວຍການເຊື່ອຟັງຢ່າງຍິ່ງ
໔. ດ້ວຍການອຸປະຖາກກິດຈະການງານຕ່າງໆ
໕. ດ້ວຍການສຶກສາສິລະປະວິທະຍາໂດຍເຄົາຣົບ
ຄະຫະບໍດີບຸຕ ! ທິດເບື້ອງຂວາຄື ຄູອາຈາຣຍ໌ ອັນສິດປະຕິບັດຕໍ່ໂດຍຖານະ ໕ ປະການເຫລົ່ານີ້ແລ້ວ ຍ່ອມອະນຸເຄາະສິດໂດຍຖານະ ໕ ປະການ ຄື :
໑. ແນະນໍາໃນທາງທີ່ດີ
໒. ໃຫ້ສຶກສາດີ
໓. ບອກສິລະປະວິທະຍາໂດຍບໍ່ປິດບັງ
໔. ເຮັດໃຫ້ເປັນທີ່ຮູ້ຈັກໃນມິຕສະຫາຍ
໕. ໃຫ້ການຄຸ້ມຄອງ ໃນທິດຕ່າງໆ
ເມື່ອເປັນດັ່ງນີ້ ທິດເບື້ອງຂວານັ້ນ ເປັນອັນວ່າກຸລະບຸຕນັ້ນ ປິດກັ້ນແລ້ວ ເປັນທິດກະເສມ ບໍ່ມີໄພເກີດຂຶ້ນ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໑໖
ໜ້າທີ່ທີ່ຕ້ອງປະຕິບັດຕໍ່ທິດເບື້ອງຫລັງ
ສະບັບຫລວງ ໑໑/໑໙໕-໒໘໖/໑໗໔.
ຄະຫະບໍດີບຸຕ ! ທິດເບື້ອງຫລັງຄື ພັນລະຍາ ອັນສາມີຄວນປະຕິບັດຕໍ່ໂດຍຖານະ ໕ ປະການ ຄື :
໑. ດ້ວຍການຍົກຍ້ອງ
໒. ດ້ວຍການບໍ່ດູໝິ່ນ
໓. ດ້ວຍການບໍ່ປະພຶດນອກໃຈ
໔. ດ້ວຍການມອບຄວາມເປັນໃຫຍ່ໃນໜ້າທີ່ໃຫ້
໕. ດ້ວຍການໃຫ້ເຄື່ອງປະດັບ
ຄະຫະບໍດີບຸຕ ! ທິດເບື້ອງຫລັງຄື ພັນລະຍາ ເມື່ອສາມີປະຕິບັດຕໍ່ໂດຍຖານະ ໕ ປະການເຫລົ່ານີ້ແລ້ວ ຍ່ອມອະນຸເຄາະສາມີ ໂດຍຖານະ ໕ ປະການ ຄື :
໑. ຈັດແຕ່ງວຽກງານດີ
໒. ຊ່ວຍເຫລືອຍາດພີ່ນ້ອງຂອງສາມີ
໓. ບໍ່ປະພຶດນອກໃຈ
໔. ຮັກສາຊັບທີ່ສາມີຫາມາໄດ້
໕. ດຸໝັ້ນຂະຫຍັນຂັນແຂງໃນວຽກງານທັງຫລາຍ








