ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ບັນດິຕຈຶ່ງນອບນ້ອມແລະສັກກາຣະ ມານດາແລະບິດາທັງສອງນັ້ນ ດ້ວຍເຂົ້າ ນໍ້າ ຜ້າ ທີ່ນອນ ດ້ວຍການນວດໃຫ້ ການອາບນໍ້າໃຫ້ ແລະການລ້າງບາທາໃຫ້ ບັນດິຕທັງຫລາຍຍ່ອມສັນລະເສີນເຂົາ ເພາະການປະຕິບັດໃນມານດາ ບິດາ ບຸກຄົນນັ້ນເມື່ອລະໂລກນີ້ໄປແລ້ວ ຍ່ອມບັນເທີງໃນສະຫວັນ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໑໑

ບຸຕ ໓ ຈໍາພວກ

ສະບັບຫລວງ ໒໕/໒໑໔-໒໑໖/໒໕໒

ພິກຂຸທັງຫລາຍ ! ບຸຕ ໓ ຈໍາພວກ ມີປາກົດໃນໂລກ ໓ ຈໍາພວກ ເປັນແນວໃດໜໍ ? ຄື : ອະຕິຊາຕະບຸຕ ໑; ອະນຸຊາຕະບຸຕ ໑; ອະວະຊາຕະບຸຕ ໑.

ພິກຂຸທັງຫລາຍ ! ກໍອະຕິຊາຕະບຸຕ ເປັນແນວໃດໜໍ ?

ພິກຂຸທັງຫລາຍ ! ມານດາ ບິດາ ຂອງບຸຕໃນໂລກນີ້ ບໍ່ເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ເປັນສະຣະນະ ບໍ່ງົດເວັ້ນຈາກການຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄື ສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນທຸສີລ ມີທັມອັນເປັນບາບ ສ່ວນບຸຕຂອງມານດາແລະບິດາເຫລົ່ານັ້ນ ເປັນຜູ້ເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ເປັນສະຣະນະ ງົດເວັ້ນຈານການຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄື ສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນມີສີລ ມີທັມອັນງົດງາມ.

ພິກຂຸທັງຫລາຍ ! ອະຕິຊາຕະບຸຕ ເປັນເຊັ່ນນີ້ແລ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພິກຂຸທັງຫລາຍ ! ກໍອະນຸຊາຕະບຸຕ ເປັນແນວໃດໜໍ ?

ພິກຂຸທັງຫລາຍ ! ມານດາ ບິດາຂອງບຸຕໃນໂລກນີ້ ເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄື ສຸຣາເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນມີສີລ ມີທັມອັນງົດງາມ ສ່ວນບຸຕຂອງມານດາບິດາເຫລົ່ານັ້ນ ກໍເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນມີສີລ ມີທັມອັນງົດງາມ.

ພິກຂຸທັງຫລາຍ ! ອະນຸຊາຕະບຸຕ ເປັນເຊັ່ນນີ້ແລ.

ພິກຂຸງທັງຫລາຍ ! ກໍອະວະຊາຕະບຸຕ ເປັນນແນວໃດໜໍ ?

ພິກຂຸທັງຫລາຍ ! ມານດາ ບິດາ ຂອງບຸຕໃນໂລກນີ້ ເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນມີສີລ ມີທັງອັນງົດງາມ ; ສ່ວນບຸຕຂອງມານດາແລະບິດາເຫລົ່ານັ້ນ ບໍ່ເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ເປັນສະຣະນະ ບໍ່ງົດເວັ້ນຈາກການຂ້າສັຕ ລັກຊັບ

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນທຸສີລ ມີທັມອັນເປັນບາບ.

ພິກຂຸທັງຫລາຍ ! ກໍອະວະຊາຕະບຸຕ ເປັນເຊັ່ນນີ້ແລ.

ບັນດິຕທັງຫລາຍ ຍ່ອມປາຖະໜາອະຕິຊາຕະບຸຕ ແລະ ອະນຸຊາຕະບຸຕ ຍ່ອມບໍ່ປາຖະໜາອະວະຊາຕະບຸຕ ຊຶ່ງເປັນຜູ້ທໍາລາຍຕະກຸນ ສ່ວນບຸຕເຫລົ່າໃດເປັນອຸປາສົກ ບຸຕເຫລົ່ານັ້ນຊື່ວ່າ ເປັນບຸຕໃນໂລກ ບຸຕເຫລົ່ານັ້ນມີສັດທາ ເຖິງພ້ອມດ້ວຍສີລ ຮູ້ຄວາມປະສົງ (ຂອງຜູ້ຂໍ) ປາສະຈາກຄວາມຂີ້ຖີ່ ຍ່ອມຮຸ່ງເຮືອງໃນບໍຣິສັດທັງຫລາຍ ປຽບເໝືອນດວງຈັນທີ່ພົ້ນແລ້ວ ຈາກເມກ ເຊັ່ນນັ້ນ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໑໒

ໄຟທີ່ຄວນບູຊາ

ສະບັບຫລວງ ໒໓/໔໑-໔໔/໔໔

ດູຣາພຣາມ ! ໄຟ ໓ ກອງນີ້ ຄວນສັກກາຣະ ຄວນເຄົາຣົບນັບຖື ຄວນບູຊາ ຄວນບໍຣິຫານໃຫ້ເປັນສຸຂໂດຍຊອບ; ໓ ກອງນັ້ນ ເປັນແນວໃດໜໍ ? ຄື :

໑.". ໄຟຄື ອະຫຸເນີຍຍະບຸກຄົນ

໒.". ໄຟຄື ຄະຫະບໍດີ

໓.". ໄຟຄື ທັກຂິເນີຍຍະບຸກຄົນ

ດູຣາພຣາມ ! ກໍໄຟ ຄື ອະຫຸເນີຍຍະບຸກຄົນນັ້ນ ເປັນແນວໃດໜໍ ?

ດູຣາພຣາມ ! ບຸກຄົນໃນໂລກນີ້ຄື ມານດາ ບິດາ ເອີ້ນວ່າ ໄຟຄື ອະຫຸເນີຍຍະບຸຄຄົນ ຂໍ້ນັ້ນເພາະເຫດໃດໜໍ ? ເພາະບຸກຄົນທີ່ເກີດມາ ຍ່ອມເກີດຈາກມານດາ ບິດາ ສະນັ້ນ ໄຟຄື ອະຫຸເນີຍຍະບຸຄຄົນ ຈຶ່ງຄວນສັກກາຣະ ເຄົາຣົົບ ນັບຖື ບູຊາ ຄວນບໍຣິຫານໃຫ້ເປັນສຸຂໂດຍຊອບ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ກໍໄຟ ຄື ຄະຫະບໍດີນັ້ນ ເປັນແນວໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ