ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ພິກຂຸທັງຫລາຍ ! ຄົນພານຜູ້ບໍ່ສະຫລາດ ເປັນອະສັບບຸຣຸດ ປະກອບດ້ວຍທັມ ໔ ປະການ ຍ່ອມບໍຣິຫານຕົນໃຫ້ຖືກກໍາຈັດ ຖືກທໍາລາຍ ເປັນຜູ້ມີໂທດ ວິນຍູຊົນກໍຕິຕຽນ ແລະ ຍ່ອມປະສົບກັມ ອັນບໍ່ແມ່ນບຸນຢ່າງຫລວງຫລາຍ ທັມ ໔ ປະການນັ້ນ ເປັນແນວໃດ ? ຄື : ກາຢະທຸຈະຣິຕ ໑, ວະຈີທຸຈະຣິຕ ໑, ມະໂນທຸຈະຣິຕ ໑, ຄວາມເປັນຄົນອະກະຕັນຍູອະກະຕະເວທີ ໑.
ພິກຂຸທັງຫລາຍ ! ຄົນພານຜູ້ບໍ່ສະຫລາດ ເປັນອະສັບບຸຣຸດ ປະກອບດ້ວຍທັມ ໔ ປະການ ຍ່ອມບໍຣິຫານຕົນໃຫ້ຖືກກໍາຈັດ ຖືກທໍາລາຍ ເປັນຜູ້ມີໂທດ ວິນຍູຊົນກໍຕິຕຽນ ແລະ ຍ່ອມປະສົບກັມອັນບໍ່ແມ່ນບຸນຢ່າງຫລວງຫລາຍ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ພິກຂຸທັງຫລາຍ ! ບັນດິຕຜູ້ທີ່ສະຫລາດ ເປັນສັບບຸຣຸດປະກອບດ້ວຍທັມ ໔ ປະການ ຍ່ອມບໍ່ບໍຣິຫານຕົນໃຫ້ຖືກກໍາຈັດ ບໍ່ຖືກທໍາລາຍ ເປັນຜູ້ບໍ່ມີໂທດ ແລະວິນຍູຊົນກໍສັນລະເສີນ ແລະ ຍ່ອມປະສົບກັັມອັນເປັນບຸນຢ່າງຫລວງຫລາຍ; ທັມ ໔ ປະການນັ້ນ ເປັນແນວໃດ ? ຄື : ກາຢະສຸຈະຣິຕ ໑, ວະຈີສຸຈະຣິຕ ໑, ມະໂນສຸຈະຣິຕ ໑, ຄວາມເປັນຄົນກະຕັນຍູກະຕະເວທີ ໑.
ພິກຂຸທັງຫລາຍ ! ບັນດິຕຜູ້ທີ່ສະຫລາດ ເປັນສັບບຸຣຸດ ປະກອບດ້ວຍທັມ ໔ ປະການ ຍ່ອມບໍ່ບໍຣິຫານຕົນໃຫ້ຖືກກໍາຈັດ ບໍ່ຖືກທໍາລາຍ ເປັນຜູ້ບໍ່ມີໂທດ ແລະວິນຍູຊົນກໍສັນລະເສີນ ແລະ ຍ່ອມປະສົບກັມອັນເປັນບຸນຢ່າງຫລວງຫລາຍ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໙
ເຫຕໃຫ້ມານດາບິດາປາຖະໜາຢາກໄດ້ບຸຕ
ສະບັບຫລວງ ໒໒/໓໘/໓໙
ພິກຂຸທັງຫລາຍ ! ມານດາ ບິດາ ຫຼິງເຫັນຖານະ ໕ ປະການນີ້ ຈຶ່ງປາຖະໜາບຸຕເກີດໃນຕະກູນ; ຖານະ ໕ ປະການ ເປັນແນວ ? ຄື :
ບຸຕທີ່ເຮົາລ້ຽງມາແລ້ວຈະລ້ຽງຕອບແທນ ໑
ຈະເຮັດກິຈແທນເຮົາ ໑
ວົງຕະກູນຈະດໍາລົງຢູ່ໄດ້ຍາວນານ ໑
ບຸຕຈະຄຸ້ມຄອງຊັບ ມໍຣະດົກ ໑
ເມື່ອເຮົາຕາຍໄປ ບຸຕຈະບໍາເພັນທັກຂິນາທານໃຫ້ ໑
ພິກຂຸທັງຫລາຍ ! ! ມານດາ ບິດາ ຫຼິງເຫັນຖານະ ໕ ປະການນີ້ແລ ຈຶ່ງປາຖະໜາບຸຕເກີດໃນຕະກູນ.
ມານດາ ບິດາ ຜູ້ສະຫລາດຫຼິງເຫັນຖານະ ໕ ປະການ ຈຶ່ງປາຖະໜາບຸຕດ້ວຍຫວັງວ່າ ບຸຕທີ່ເຮົາລ້ຽງແລ້ວຈະລ້ຽງເຮົາຕອບແທນ, ຈັກເຮັດກິຈແທນເຮົາ, ວົງຕະກຸນຈະດຳລົງຢູ່ໄດ້ຍາວນານ, ບຸຕຈະຄຸ້ມຄອງຊັບມໍຣະດົກ, ເມື່ອເຮົາຕາຍໄປ ບຸຕຈະບຳເພັນທັກຂິນາທານໃຫ້ ມານດາ ບິດາຜູ້ສະຫລາດຫຼິງເຫັນຖານະ ໕ ປະການເຫລົ່ານີ້ແລ້ວ ຈຶ່ງປາຖະໜາບຸຕ
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ສະນັ້ນ ບຸຕຜູ້ເປັນສັບບຸຣຸດ ຜູ້ສະຫງົບ ມີຄວາມກະຕັນຍູກະຕະເວທີ ເມື່ອລະນຶກເຖິງບຸບພະຄຸນຂອງທ່ານ ຈຶ່ງລ້ຽງດູມານດາບິດາ ເຮັດກິຈແທນທ່ານ ເຊື່ອຟັງໂອວາດ ລ້ຽງສະໜອງພະຄຸນທ່ານ ສົມດັ່ງທີ່ທ່ານເປັນບຸບພະກາຣີ ດຳຣົງວົງຕະກຸນ ບຸຕຜູ້ມີສັດທາ ສົມບູນດ້ວຍສີລ ຍ່ອມເປັນທີ່ສັນລະເສີນທົ່ວໄປ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໑໐
ມານດາບິດາເປັນພຣົມຂອງລູກ ເປັນບຸຣະພະເທວະດາ
ເປັນບຸຣະພາຈາຣຍ໌ ເປັນອາຫຸເນີຍຍະບຸກຄົນ
ສະບັບຫລວງ ໒໕/໒໔໖-໒໔໗/໒໘໖
ພິກຂຸທັງຫລາຍ ! ຕະກຸນໃດ ບຸຕບູຊາມານດາບິດາ ໃນເຮືອນຂອງຕົນ ຕະກຸນນັ້ນຊື່ວ່າ ມີພຣົມ ມີບຸຣະພະເທວະດາ ມີບຸຣະພາຈາຣຍ໌ ມີອາຫຸເນີຍຍະບຸກຄົນ.
ພິກຂຸທັງຫລາຍ ! ຄໍາວ່າ ພຣົມ ເປັນຊື່ຂອງມານດາບິດາ ; ຄໍາວ່າ ບຸຣະພະເທວະດາ (ເປັນເທວະດາຜູ້ທໍາອິດຂອງລູກ) ເປັນຊື່ຂອງມານດາບິດາ ; ຄໍາວ່າ ບຸຣະພາຈາຣຍ໌ (ເປັນຄູຜູ້ທໍາອິດຂອງລູກ) ເປັນຊື່ຂອງມານດາບິດາ ; ຄໍາວ່າ ອາຫຸເນີຍຍະບຸກຄົນ (ເປັນຜູ້ສົມຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ) ເປັນຊື່ຂອງມານດາບິດາ ຂໍ້ນັ້ນເພາະເຫດໃດໜໍ ? ເພາະມານດາບິດາ ເປັນຜູ້ມີອຸປະກາຣະຫລາຍ ບໍາລຸງລ້ຽງບຸຕ ແລະສະແດງໂລກນີ້ແກ່ບຸຕ.
ມານດາແລະບິດາ ເຮົາກ່າວວ່າເປັນພຣົມ ເປັນບຸຣະພະເທວະດາ ເປັນບຸຣະພາຈາຣຍ໌ ເປັນອາຫຸເນີຍຍະບຸກຄົນຂອງບຸຕ ເພາະທ່ານເປັນຜູ້ອະນຸເຄາະບຸຕ ເພາະເຫດນັ້ນແລ
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ








