ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ທີ່ບຸກຄົນອື່ນເຮັດຕໍ່ເຮົາ ກໍຈະບໍ່ໃຫ້ເສື່ອມຫາຍໄປ

ສະບັບຫລວງ ໑໖/໒໗໔/໖໘໕

ໃນສະໄໝທີ່ ພຣະພຸດທະເຈົ້າປະທັບຢູ່ທີ່ວັດເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ... ພຣະຜູ້ມີພຣະພາກເຈົ້າ ໄດ້ຕຣັດກັບພິກຂຸທັງຫລາຍວ່າ :

ພິກຂຸທັງຫລາຍ ! ພວກທ່ານໄດ້ຟັງເລື່ອງໝາຈອກ ທີ່ຢູ່ໃນປັດຈຸບັນສະໄໝ ແຫ່ງຣາຕຣີແລ້ວຫລືຍັງ ?

ພິກຂຸທັງຫລາຍຂາບທູນວ່າ : ໄດ້ຟັງແລ້ວ ຂ້ານ້ອຍ !

ພິກຂຸທັງຫລາຍ ! ຄວາມກະຕັນຍູບາງຢ່າງ ຄວາມກະຕະເວທີບາງຢ່າງ ຍ່ອມມີໃນໝາຈອກເຖົ້າໂຕນັ້ນ, ແຕ່ຄວາມກະຕັນຍູບາງຢ່າງ ຄວາມກະຕະເວທີບາງຢ່າງ ຍັງບໍ່ມີໃນພິກຂຸບາງອົງ ຜູ້ປະຕິຍານຕົນວ່າ ເປັນສາກະຢະປຸຕຕິຢະນີ້ເລີຍ ເພາະເຫດນັ້ນທ່ານທັງຫລາຍ ຈົ່ງສຶກສາດັ່ງນີ້ວ່າ :

ເຮົາຈະເປັນຄົນກະຕັນຍູ ເຮົາຈັກເປັນຄົນກະຕະເວທີ ເຖິງອຸປະກາຣະຈະມີພຽງເລັກນ້ອຍ ທີ່ຄົນອື່ນເຮັດຕໍ່ເຮົາ ຈະບໍ່ໃຫ້ເສື່ອມຫາຍໄປ.

ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາໄວ້ດັ່ງນີ້ແລ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໖

ສັຕຕະບຸຣຸດຍ່ອມເປັນຄົນກະຕັນຍູກະຕະເວທີ

ສະບັບຫລວງ ໔/໗໗/໘໕

ສະໄໝໜຶ່ງ ພຣາມຄົນໜຶ່ງ ໄດ້ເຂົ້າໄປຫາພິກຂຸທັງຫລາຍ ແລ້ວຂໍບັນພະຊາ (ຂໍບວດ) ພິກຂຸທັງຫລາຍບໍ່ປາຖະໜາທີ່ຈະໃຫ້ລາວບັນພະຊາ ເມື່ອລາວບໍ່ໄດ້ບັນພະຊາໃນສຳນັກຂອງພິກຂຸ ຈຶ່ງໄດ້ຊູບຜອມ ເສົ້າໝອງ ມີຜິວພັນລ່າເຫລືອງ ຕົນໂຕເຕັມໄປດ້ວຍເສັ້ນເອັນ ພຣະຜູ້ມີພຣະພາກເຈົ້າ ໄດ້ຫລຽວເຫັນພຣາມຄົນນັ້ນ ທີ່ຊູບຜອມ ເສົ້າໝອງ ມີຜິວພັນລ່າເຫລືອງ ຕົນໂຕເຕັມໄປດ້ວຍເສັ້ນເອັນ ຈຶ່ງໄດ້ຕຣັດຖາມພິກຂຸທັງຫລາຍວ່າ :

ພິກຂຸທັງຫລາຍ ! ເຫດໃດພຣາມນັ້ນຈຶ່ງໄດ້ຊູບຜອມເສົ້າໝອງ ມີຜິວພັນລ່າເຫລືອງ ຕົນໂຕເຕັມໄປດ້ວຍເສັ້ນເອັນແນວນັ້ນ ?

ພິກຂຸທັງຫລາຍຂາບທູນວ່າ : ເພາະພຣາມນັ້ນເຂົ້າໄປຫາພິກຂຸທັງຫລາຍ ແລ້ວຂໍບັນພະຊາ ພິກຂຸທັງຫລາຍບໍ່ປາຖະໜາທີ່ຈະໃຫ້ລາວບັນພະຊາ ເມື່ອລາວບໍ່ໄດ້ບັນພະຊາໃນສຳນັກຂອງພິກຂຸ ຈຶ່ງໄດ້ຊູບຜອມເສົ້າໝອງ ມີຜິວພັນລ່າເຫລືອງ ຕົນໂຕເຕັມໄປດ້ວຍເສັ້ນເອັນ ເຊັ່ນນັ້ນ ຂ້ານ້ອຍ !

ພິກຂຸທັງຫລາຍ ! ໃຜລະນຶກເຖິງບຸນຄຸນຂອງພຣາມຄົນນັ້ນໄດ້ແດ່ ?

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ເມື່ອພຣະອົງຄ໌ຕຣັດຖາມດັ່ງນີ້ແລ້ວ ທ່ານພຣະສາຣີບຸຕ ໄດ້ທູນຄຳນີ້ຕໍ່ພຣະຜູ້ມີພຣະພາກເຈົ້າວ່າ : ຂ້ານ້ອຍລະນຶກເຖິງບຸນຄຸນຂອງພຣາມຄົນນັ້ນໄດ້ຢູ່ ຂ້ານ້ອຍ !

ດູຣາສາຣີບຸຕ ! ທ່ານລະນຶກບຸນຄຸນຂອງພຣາມນັ້ນໄດ້ແນວໃດແດ່ ?

ໂດຍຂ້ານ້ອຍ ! ເມື່ອຂ້ານ້ອຍທ່ຽວບິນທະບາຕ ທີ່ພຣະນະຄອນ ຣາຊະຄຶນີ້ ພຣາມຄົນນັ້ນໄດ້ສັ່ງຖວາຍອາຫາຣ ໑ ຈອງ ຂ້ານ້ອຍລະນຶກເຖິງບຸນຄຸນຂອງພຣາມນັ້ນ ໄດ້ເທົ່ານີແລ ຂ້ານ້ອຍ.

ດີແລ້ວ ດີແລ້ວ ສາຣີບຸຕ ຄວາມຈິງສັຕຕະບຸຣຸດທັງຫລາຍ ເປັນຄົນກະຕັນຍູກະຕະເວທີ ; ສາຣີບຸຕຖ້າເຊັ່ນນັ້ນ ທ່ານຈົ່ງໃຫ້ພຣາມຄົນນັ້ນ ອຸປະສົມບົດເຖີ້ນ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໗

ຄົນທີ່ມີຄວາມອະກະຕັນຍູ ອະກະຕະເວທີ ເປັນເຫດໄປສູ່ນະຣົກ ເໝືອນຖຶກນຳເອົາມາໂຍນລົງ

ສະບັບຫລວງ ໒໑/໒໑໔/໒໑໓

ພິກຂຸທັງຫລາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການ ເໝືອນຖືກນຳເອົາມາໂຍນລົງໃນນະຣົກ ; ໔ ປະການເປັນແນວໃດ ? ຄື :

ກາຢະທຸຈະຣິຕ ໑ ; ວະຈີທຸຈະຣິຕ ໑ ; ມະໂນທຸຈະຣິຕ ໑ ຄວາມເປັນຄົນອະກະຕັນຍູ ອະກະຕະເວທີ ໑.

ພິກຂຸທັງຫລາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການເຫລົ່ານີ້ແລ ເໝືອນຖືກນຳເອົາມາໂຍນລົງໃນນະຣົກ.

ພິກຂຸທັງຫລາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການ ເໝືອນຖືກເຊີນມາປະດິດສະຖານໄວ້ເທິງສະຫວັນ; ໔ ປະການເປັນແນວໃດ ? ຄື:

ກາຢະສຸຈະຣິຕ ໑ ; ວະຈີສຸຈະຣິຕ ໑ ; ມະໂນສຸຈະຣິຕ ໑ ຄວາມເປັນຄົນກະຕັນຍູກະຕະເວທີ ໑.

ພິກຂຸທັງຫລາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການ ເຫຼົ່ານີ້ແລ ເໝືອນຖືກເຊີນມາປະດິດສະຖານໄວ້ເທິງສະຫວັນ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໘

ຄົນພານຜູ້ບໍ່ສະຫລາດ ເປັນຄົນອະກະຕັນຍູ

ອະກະຕະເວທີ

ຍ່ອມບໍຣິຫານຕົນໃຫ້ຖືກກໍາຈັດ

ສະບັບຫລວງ ໒໑/໒໑໖-໒໑໗/໒໒໓

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ