ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ພິກຂຸໃດມີກັນລະຍານະມິຕເປັນທີ່ເພິ່ງ ເປັນທີ່ເຄົາລົບ ເຮັດຕາມຄໍາຂອງມິຕຢູ່ ຢ່າງຮູ້ສຶກໂຕ ຢ່າງມີສະຕິ, ພິກຂຸນັ້ນ ສາມາດບັນລຸຄວາມດັບສິ້ນໄປແຫ່ງສັງໂຍຊນ໌ທັງປວງ ໂດຍລໍາດັບ.
ສຸຂະໂສມະນັດສະທີ່ເປັນໄປເພື່ອດັບສິ້ນອາສະວະ
(ມັດຊິມາປະຕິປະທາທີ່ແສນສຸຂ)
- ສັກກ. ອັງ. ໒໒/໔໘໐/໓໔໙.
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການ ຍ່ອມເປັນຜູ້ອັ່ງໄປດ້ວຍສຸຂ ແລະໂສມະນັດສະ ໃນທິຕຖະທັມແລ ; ແລະ ການກໍາເນີດຂອງເຂົານັ້ນ ຈະເປັນການປາຣົບເພື່ອຄວາມດັບສິ້ນໄປແຫ່ງອາສະວະດ້ວຍ. ທັມ ໖ ປະການ ເຫຼົ່າໃດໜໍ ? ພິກຂຸ ທ. ! ທັມຫົກປະການຄື ພິກຂຸໃນກໍລະນີນີ້ : -
ເປັນ ທັມມະຣາໂມ (ມີທັມເປັນທີ່ມາຍິນດີ) ;
ເປັນ ພາວະນາຣາໂມ (ມີການຈະເລີນພາວະນາເປັນທີ່ມາຍິນດີ) ;
ເປັນ ປະຫານາຣາໂມ (ມີການລະກິເລສເປັນທີ່ມາຍິນດີ) ;
ເປັນ ປະວິເວກາຣາໂມ (ມີຄວາມສະງັດຈາກໂຢຄະທັມເປັນທີ່ມາຍິນດີ) ;
ເປັນ ອັບພະຍາປັດຊາຣາໂມ (ມີທັມອັນບໍ່ບຽດບຽນເປັນທີ່ມາຍິນດີ) ;
ເປັນ ນິບປະປັນຈາຣາໂມ (ມີທັມອັນບໍ່ສ້າງຄວາມຊັກຊ້າເປັນທີ່ມາຍິນດີ) ;
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການເຫຼົ່ານີ້ແລ ຍ່ອມເປັນຜູ້ອັ່ງໄປດ້ວຍສຸຂ ແລະ ໂສມະນັດສະ ໃນທິຕຖະທັມແລ ; ແລະ ການກໍາເນີດຂອງເຂົານັ້ນ ຈະເປັນການປາຣົບເພື່ອຄວາມດັບສິ້ນໄປແຫ່ງອາສະວະດ້ວຍ.
ຄົນລວຍກໍມີທັມມະໄດ້
(ຈິຕຕະນິຍົມ ແລະ ວັດຖຸນິຍົມ ກໍຢູ່ດ້ວຍກັນໄດ້)
- ທສກ. ອັງ. ໒໔/໑໔໖/໗໔.
ພິກຂຸ ທ. ! ອະຣິຍະສາວົກ ຈະເລີນຢູ່ດ້ ວຍຄວາມຈະເລີນ ໑໐ ຢ່າງ ຊື່ວ່າ ຍ່ອມຈະເລີນດ້ວຍຄວາມຈະເລີນຂອງພຣະອະຣິຍະເຈົ້າດ້ວຍ ແລະ ເປັນຜູ້ຖືເອົາແກ່ນສານ ແລະ ຄວາມປະເສີດທາງຝ່າຍກາຍ (ວັດຖຸ) ໄດ້ດ້ວຍ. ສິບຢ່າງ ແນວໃດໜໍ ? ສິບຢ່າງຄື :
ຍ່ອມຈະເລີນດ້ວຍນາ ແລະ ສວນ,
ຍ່ອມຈະເລີນດ້ວຍຊັບ ແລະ ເຂົ້າເປືອກ,
ຍ່ອມຈະເລີນດ້ວຍບຸຕ ແລະ ພັນຣະຍາ,
ຍ່ອມຈະເລີນດ້ວຍທາສ ແລະ ກັມມະກອນ ທີ່ເຕັມຂະໜາດແຫ່ງບຸຣຸດ,
ຍ່ອມຈະເລີນດ້ວຍສັຕສີ່ຕີນ,
ຍ່ອມຈະເລີນດ້ວຍສັດທາ,
ຍ່ອມຈະເລີນດ້ວຍສີລ,
ຍ່ອມຈະເລີນດ້ວຍສຸຕະ,
ຍ່ອມຈະເລີນດ້ວຍຈາຄະ,
ຍ່ອມຈະເລີນດ້ວຍປັນຍາ,
ພິກຂຸ ທ. ! ອະຣິຍະສາວົກ ຈະເລີນຢູ່ດ້ວຍຄວາມຈະເລີນ ໑໐ ຢ່າງເຫຼົ່ານີ້ ຊື່ວ່າ ຍ່ອມຈະເລີນດ້ວຍຄວາມຈະເລີນຂອງພຣະອະຣິຍະເຈົ້າດ້ວຍ ແລະ ເປັນຜູ້ຖືເອົາແກ່ນສານ ແລະ ຄວາມປະເສີດທາງຝ່າຍກາຍໄດ້ດ້ວຍ.
(ຄາຖາຜະນວກທ້າຍພຣະສູຕ)
ບຸກຄົນໃດໃນໂລກນີ້ ຍ່ອມຈະເລີນດ້ວຍຊັບ ເຂົ້າເປືອກ ບຸດ ພັນຣະຍາ ແລະ ສັຕສີ່ຕີນ ບຸກຄົນນັ້ນ ຍ່ອມເປັນຜູ້ມີໂຊກ ມີຍົດ ເປັນທີ່ບູຊາຂອງຍາດມິຕແລະແມ່ນແຕ່ຂອງພຣະຣາຊາ.
ບຸກຄົນໃດໃນໂລກນີ້ ຍ່ອມຈະເລີນດ້ວຍສັດທາ, ສີລ, ປັນຍາ, ຈາຄະ, ສຸຕະ ອັນເປັນຄວາມຈະເລີນທັງສອງຝ່າຍ, ບຸກຄົນເຊັ່ນນັ້ນ ເປັນສັດຕະບຸຣຸດ, ມີປັນຍາເຫັນໂດຍແຈ່ມແຈ້ງ ຍ່ອມຈະເລີນດ້ວຍຄວາມຈະເລີນທັງສອງຝ່າຍ ໃນທິຕຖະທັມນີ້, ດັ່ງນີ້ແລ.
(ພຣະບາລີນີ້ສະແດງໃຫ້ເຫັນວ່າ ຄົນເຮົາຈະເລີນພ້ອມກັນໄປໄດ້ທັງຝ່າຍໂລກ ແລະ ຝ່າຍທັມ ບໍ່ຄວນຖືກກ່າວລໍ້ວ່າເຂົ້າໜົມປັງແຜ່ນດຽວທາເນີຍທັງສອງໜ້າ ຊຶ່ງເປັນຄວາມເຂົ້າໃຈຜິດຂອງບຸກຄົນ ຜູ້ຮູ້ຈັກຊີວິດພຽງດ້ານດຽວ ຈົນເຖິງກັບເວົ້າກັນວ່າ ຖ້າລວຍແລ້ວເປັນຕ້ອງໂກງ ບໍ່ອາດມີທັມມະໄດ້ ຫຼື ຖ້າມີທັມມະແລ້ວຈະລວຍບໍ່ໄດ້. ພຣະບາລີນີ້ສະແດງໃຫ້ເຫັນວ່າ ຄວາມຈະເລີນ ໕ ຢ່າງ ຕອນຕົ້ນ ເປັນຄວາມຈະເລີນທາງໂລກ ຫຼື ທາງວັດຖຸ ຄວາມຈະເລີນ ໕ ຢ່າງ ຕອນຫຼັງເປັນຄວາມຈະເລີນທາງທັມ, ທາງຈິຕ, ທາງວິນຍານ ຊຶ່ງມີທາງທີ່ຈະສູງຂຶ້ນໄປໄດ້ ຈົນເຖິງການບັນລຸມັກຜົນ ຫຼື ຢ່າງໜ້ອຍກໍເປັນອະຣິຍະບຸກຄົນ ຊຶ່ງທ່ຽງແທ້ຕໍ່ການບັນລຸມັກຜົນ).
ອົງແຫ່ງມັກຄະ ໃຊ້ເປັນຫຼັກຈໍາແນກຄວາມເປັນ
ສັດຕະບຸຣຸດ - ອະສັດຕະບຸຣຸດ
ພິກຂຸ ທ. ! ເຮົາຈະສະແດງຊຶ່ງອະສັດຕະບຸຣຸດແລະອະສັຕຕະບຸຣຸດທີ່ຍິ່ງກວ່າອະສັດຕະບຸຣຸດ ; ຈະສະແດງຊຶ່ງສັດຕະບຸຣຸດ ແລະ ສັດຕະບຸຣຸດທີ່ຫງກວ່າສັດຕະບຸຣຸດ. ...








