ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

(ມີມະນຸດຫລາຍຄົນ ບໍ່ເຂົ້າຮ່ວມກຸ່ມສັຕຖັນຕະຣະກັບດ້ວຍ ໜີໄປລີ້ຢູ່ໃນສະຖານທີ່ ທີ່ພໍຈະລີ້ໄດ້ຕະຫລອດ ໗ ວັນ ແລ້ວກັບອອກມາພົບກັນແລະກັນ ຍິນດີໂອບກອດກັນ ກ່າວແກ່ກັນແລະກັນໃນບ່ອນນັ້ນວ່າ ມີໂຊກດີທີ່ລອດມາໄດ້ ແລ້ວກໍຕົກລົງກັນ ໃນການຕັ້ງຕົ້ນປະພຶດທັມກັນໃໝ່ຕໍ່ໄປ ຊີວິຕມະນຸດກໍຄ່ອຍໆຈະເຣີນຂຶ້ນ ຈາກ ໑໐ ປີ ຕາມລໍາດັບຈົນເຖິງ ໘ ໝື່ນປີ ອີກຄັ້ງໜຶ່ງ ຈົນຮອດເປັນສະໄໝແຫ່ງສາສະໜາ ຂອງພຣະພຸດທະເຈົ້າພຣະນາມວ່າ ເມຕເຕີຍຍະສັມມາສັມພຸດທະ).

ສະເໜ່ຂອງຍິງແລະຊາຍ

ປັນຈກ. ອັງ. ໑໘/໒໕໑/໔໕໙,໔໖໑.

ດູຣາພິກຂຸທັງຫລາຍ ! ມາຕຸຄາມຜູ້ປະກອບດ້ວຍອົງ ໕ ຍ່ອມເປັນທີ່ພໍໃຈຂອງບຸຣຸດໂດຍສ່ວນດຽວ ອົງ ໕ ປະການ ເປັນແນວໃດໜໍ ? ຄື :

໑. ເປັນຄົນມີຮູບຮ່າງງົດງາມ

໒. ມີໂພຄະສົມບັດ

໓. ມີມາລະຍາດ

໔. ດຸໝັ່ນບໍ່ກຽດຄ້ານ

໕. ໄດ້ບຸດເພື່ອເຂົາ

ດູຣາພິກຂຸທັງຫລາຍ ! ມາຕຸຄາມຜູ້ປະກອບດ້ວຍອົງ ໕ ຍ່ອມເປັນທີ່ພໍໃຈຂອງບຸຣຸດໂດຍສ່ວນດຽວ.

ດູຣາພິກຂຸທັງຫລາຍ ! ບຸຣຸດຜູ້ປະກອບດ້ວຍອົງ ໕ ຍ່ອມເປັນທີ່ພໍໃຈຂອງມາຕຸຄາມໂດຍສ່ວນດຽວ ອົງ ໕ ປະການ ເປັນແນວໃດໜໍ ? ຄື :

໑. ເປັນຄົນມີຮູບຮ່າງງົດງາມ

໒. ມີໂພຄະສົມບັດ

໓. ມີມາລະຍາດ

໔. ດຸໝັ່ນບໍ່ກຽດຄ້ານ

໕. ໄດ້ບຸດເພື່ອເຂົາ

ດູຣາພິກຂຸທັງຫລາຍ ! ບຸຣຸດຜູ້ປະກອບດ້ວຍອົງ ໕ ຍ່ອມເປັນທີ່ພໍໃຈຂອງມາຕຸຄາມໂດຍສ່ວນດຽວ.

ທັມເປັນສ່ວນແຫ່ງວິຊຊາ

- ທຸກ. ອັງ. ໒໐/໗໗/໒໕໗

ພິກຂຸ ທ. ! ທັມ ໒ ຢ່າງເຫຼົ່ານີ້ ເປັນສ່ວນແຫ່ງວິຊຊາ ມີຢູ່ສອງຢ່າງ ອັນໃດໜໍ ? ສອງຢ່າງຄື : ສະມະຖະ ແລະ ວິປັດສະນາ.

ພິກຂຸ ທ. ! ສະມະຖະ ເມື່ອອົບຮົມແລ້ວ ຈະໄດ້ປະໂຫຍດອັນໃດ ? ອົບຮົມແລ້ວ ຈິຕຈະຈະເລີນ. ຈິຕຈະເລີນແລ້ວ ຈະໄດ້ປະໂຫຍດອັນໃດ ? ຈິດຈະເລີນແລ້ວຈະ ລະຣາຄະໄດ້.

ພິກຂຸ ທ. ! ວິປັດສະນາ ນັ້ນໜໍ ເມື່ອຈະເລີນແລ້ວ ຈະໄດ້ປະໂຫຍດອັນໃດ ? ຈະເລີນແລ້ວ ປັນຍາຈະຈະເລີນ. ປັນຍາຈະເລີນແລ້ວ ຈະໄດ້ປະໂຫຍດອັນໃດ ? ປັນຍາຈະເລີນແລ້ວຈະ ລະອະວິຊຊາ ແລ.

ຕົ້ນເຫດແກ່ງມິດສາທິດຖິ - ສັມມາທິດຖິ

ກ. ແຫ່ງມິດສາທິດຖິ.

- ທຸກ. ອັງ. ໒໐/໑໐໙-໑໑໐/໓໗໐-໓໗໑.

ພິກຂຸ ທ. ! ປັດຈັຍ ໒ ຢ່າງເຫລົ່ານີ້ ເພື່ອຄວາມເກີດຂຶ້ນແຫ່ງມິດສາທິດຖິ. ສອງຢ່າງເຫຼົ່າໃດໜໍ ? ສອງຢ່າງຄື :-

ການໂຄສະນາຂອງຄົນເຫຼົ່າອື່ນ (ປະຣະໂຕ ໂຄໂສ).

ການເຮັດໃນໃຈໂດຍບໍ່ລະອຽດຖີ່ຖ້ວນ (ອະໂຢນິໂສ ມະນະສິກາໂຣ).

ພິກຂຸ ທ. ! ປັດຈັຍສອງຢ່າງເຫຼົ່ານີ້ແລ ເພື່ອຄວາມເກີດຂຶ້ນແຫ່ງມິດສາທິດຖິ.

ຂ. ແຫ່ງສັມມາທິດຖິ.

ພິກຂຸ ທ. ! ປັດຈັຍ ໒ ຢ່າງເຫລົ່ານີ້ ເພື່ອຄວາມເກີດຂຶ້ນແຫ່ງສັມມາທິດຖິ. ສອງຢ່າງເຫຼົ່າໃດໜໍ ? ສອງຢ່າງຄື :-

ການໂຄສະນາຂອງຄົນເຫຼົ່າອື່ນ (ປະຣະໂຕ ໂຄໂສ).

ການເຮັດໃນໃຈໂດຍລະອຽດຖີ່ຖ້ວນ (ໂຢນິໂສ ມະນະສິກາໂຣ).

ພິກຂຸ ທ. ! ປັດຈັຍສອງຢ່າງເຫຼົ່ານີ້ແລ ເພື່ອຄວາມເກີດຂຶ້ນແຫ່ງສັມມາທິດຖິ.

ຈົ່ງສ້າງເຫດທີ່ປະເສີດທັງພາຍໃນ ແລະ ພາຍນອກ

ກ. ເຫດພາຍໃນ

- ອິຕິວຸ. ຂຸ. ໒໕/໒໓໖, ໒໓໗/໑໙໔, ໑໙໕.

ພິກຂຸ ທ. ! ສໍາລັບພິກຂຸເສຂະ ຜູ້ມີຄວາມປາຖະໜາແຫ່ງໃຈອັນຍັງບໍ່ບັນລຸ ຍັງປາຖະໜາອະນຸດຕະຣະໂຢຄັກເຂມມະທັມຢູ່ນັ້ນ ເຮົາບໍ່ມອງເຫັນອົງທັມອື່ນແມ່ນແຕ່ເຍື່ອງນຶ່ງຊຶ່ງເມື່ອເຮັດໃຫ້ເປັນອົງທັມໃນພາຍໃນແລ້ວ ຈະມີອຸປະກາລະຫຼາຍຄືດັ່ງ ໂຢນິໂສມະນະສິກາຣະ ນີ້.

ພິກຂຸ ທ. ! ພິກຂຸເຮັດ ໂຢນິໂສມະນະສິກາຣະ ຢູ່ ຍ່ອມລະອະກຸສົລ ແລະ ເຮັດໃຫ້ກຸສົລຈະເລີນ.

ໂຢນິໂສມະນະສິກາຣະທັມ ມີຢູ່ສໍາລັບພິກຂຸຜູ້ເສຂະ, ບໍ່ມີທັມອື່ນມີອຸປະກາລະຫຼາຍຄືດັ່ງເຊັ່ນນັ້ນ ສໍາລັບການບັນລຸປະໂຫຍດອັນສູງສຸດ. ພິກຂຸຕັ້ງຈິຕໄວ້ໂດຍຮອບຄອບ ສາມາດບັນລຸຄວາມດັບສິ້ນໄປແຫ່ງທຸກຂ໌.

ຂ. ເຫດພາຍນອກ

ພິກຂຸ ທ. ! ສໍາລັບພິກຂຸເສຂະ ຜູ້ມີຄວາມປາຖະໜາແຫ່ງໃຈອັນຍັງບໍ່ບັນລຸ ຍັງປາຖະໜາອະນຸຕະຣະໂຢຄັກເຂມະທັມຢູ່ນັ້ນ ເຮົາບໍ່ມອງເຫັນອົງທັມອື່ນແມ່ນແຕ່ເຍື່ອງນຶ່ງ ຊຶ່ງເມື່ອ ເຮັດໃຫ້ເປັນອົງທັມໃນພາຍນອກ ແລ້ວ ຈະມີອຸປະກາລະຫຼາຍ ເໝືອນດັ່ງ ກັນລະຢານະມິຕຕະຕາ ນີ້.

ພິກຂຸ ທ. ! ພິກຂຸຜູ້ມີກັນລະຍານະມິດ ຍ່ອມລະອະກຸສົລ ແລະ ເຮັດກຸສົລໃຫ້ຈະເລີນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ