ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ພິກຂຸ ທ. ! ອະສັດຕະບຸຣຸດ ເປັນແນວໃດໜໍ ? ພິກຂຸ ທ. ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ມີມິດສາທິຕຖິ ມິດສາສັງກັບປະ ມິດສາວາຈາ ມິດສາກັມມັນຕະ ມິດສາອາຊີວະ ມິດສາວາຢາມະ ມິດສາສະຕິ ມິດສາສະມາທິ ; ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະສັດຕະບຸຣຸດ.

ພິກຂຸ ທ. ! ອະສັດຕະບຸຣຸດທີ່ຍິ່ງກວ່າອະສັດຕະບຸຣຸດ ເປັນແນວໃດໜໍ ? ພິກຂຸ ທ. ! ບຸກຄົນບາງຄົນໃນກໍລະນີນີ້ ຕົນເອງເປັນຜູ້ມີມິດສາທິຕຖິດ້ວຍ ຊັກຊວນຜູ້ອື່ນໃຫ້ມີມິດສາທິຖິດ້ວຍ ... (ໂດຍໄນຍະນີ້ເລື້ອຍໄປຈົນເຖິງ) ... ຕົນເອງເປັນຜູ້ມີມິດສາສະມາທິດ້ວຍ ຊັກຊວນຜູ້ອ່ືນໃຫ້ມີມິດສາສະມາທິດ້ວຍ ; ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະສັດຕະບຸຣຸດທີ່ຍິ່ງກວ່າອະສັດຕະບຸຣຸດ.

ພິກຂຸ ທ. ! ສັດຕະບຸຣຸດ ເປັນແນວໃດໜໍ ? ພິກຂຸ ທ. ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ມີ : ສັມມາທິຕຖິ, ສັມມາສັງກັບປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຢາມະ, ສັມມາສະຕິ, ສັມມາສະມາທິ ; ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັດຕະບຸຣຸດ.

ພິກຂຸ ທ. ! ສັດຕະບຸຣຸດທີ່ຍິ່ງກວ່າສັດຕະບຸຣຸດ ເປັນແນວໃດໜໍ ? ພິກຂຸ ທ. ! ບຸກຄົນບາງຄົນໃນກໍລະນີນີ້ ຕົນເອງເປັນຜູ້ມີສັມມາທິຕຖິດ້ວຍ ຊັກຊວນຜູ້ອື່ນໃຫ້ມີສັມມາທິຕຖິດ້ວຍ ... (ໂດຍໄນຍະນີ້ເລື້ອຍໄປຈົນເຖິງ) ... ຕົນເອງເປັນຜູ້ມີສັມມາສະມາທິດ້ວຍ ຊັກຊວນຜູ້ອື່ນໃຫ້ມີສັມມາສະມາທິດ້ວຍ ; ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັດຕະບຸຣຸດທີ່ຍິ່ງກວ່າສັດຕະບຸຣຸດ.

- ຈຕຸກກ. ອັງ. ໒໑/໓໐໒/໒໐໕.

(ໃນສູຕອື່ນ ຂະຫຍາຍອົງປະກອບທີ່ເຮັດໃຫ້ບຸກຄົນໃຫ້ເປັນສັດຕະບຸຣຸດ ແລະ ອະສັດຕະບຸຣຸດຫຼາຍອອກໄປຈາກອົງແປດແຫ່ງສັມມາມັກຄະ ຫຼື ມິດສາມັກຄະ ອອກໄປເປັນສັມມັດຕະສິບ ຫຼື ມິດສັດຕະສິບ ໂດຍເນື້ອຄວາມທີ່ມີຫຼັກເກນແນວດຽວກັນຈົນຄົບທັງສີ່ຈໍາພວກ ດັ່ງນີ້ ກໍມີ. - ໒໑/໓໐໓/໒໐໖.

ໃນສູຕອື່ນ ແທນທີ່ຈະຊົງຈໍາແນກບຸກຄົນເປັນອະສັດຕະບຸຣຸດ ແລະ ສັດຕະບຸຣຸດ ແຕ່ໄດ້ຊົງຈໍາແນກບຸກຄົນເປັນບາບຊົນ ແລະ ກັນລະຍານະຊົນ ຈັດເປັນຄູ່ນຶ່ງ ກໍມີ - ໒໑/໓໐໔ - ໓໐໕/໒໐໗ - ໒໐໘, ແລະ ຊົງຈໍາແນກເປັນຊົນຜູ້ມີບາບທັມ ແລະ ຊົນຜູ້ມີກັນລະຍານະທັມ ເປັນອີກຄູ່ນຶ່ງ ກໍມີ - ໒໑/໓໐໖ - ໓໐໗/໒໐໙ - ໒໑໐; ທັງໝົດນີ້ເປັນໄປໂດຍຫຼັກເກນອັນດຽວກັນກັບທີ່ຊົງຈໍາແນກ ອະສັດຕະບຸຣຸດຈົນຄົບທັງສີ່ຈໍາພວກ ເຊັ່ນດຽວກັນອີກ.

ໃນສູຕອື່ນແທນທີ່ຈະໃຊ້ອົງແປດແຫ່ງມັກຄະ ຫຼື ສັມມັດຕະສິບ ຫຼື ມິດສັດຕະສິບ ເປັນເຄື່ອງຈໍາແນກບຸກຄົນໃຫ້ເປັນຄູ່ກົງກັນຂ້າມກັນ ດັ່ງເບື້ຶອງເທິງນີ້ ແຕ່ໄດ້ຊົງໃຊ້ຫຼັກແຫ່ງກຸສົລກັມມະບົດສິບ ອະກຸສົລກັມມະບົດສິບ ເປັນຕົ້ນ ເປັນເຄື່ອງຈໍາແນກຈົນຄົບທັງສີ່ຈໍາພວກ ໂດຍຫຼັກເກນແນວດຽວກັນກໍມີ - ໒໑/໒໙໗ - ໓໐໑/໒໐໑ - ໒໐໔).

ການດໍາລົງຊີບສຸຈະຣິດ ບໍ່ແມ່ນມີສະເພາະເລື້ອງປັດໄຈສີ່

ພິກຂຸ ທ. ! ພິກຂຸບາງອົງ ໃນກໍລະນີນີ້ ເປັນຜູ້ສະງົບສະຫງ່ຽມເຕັມທີ່ຢູ່ໄດ້, ອ່ອນນ້ອມຖ່ອມຕົນເຕັມທີ່ຢູ່ໄດ້, ເຍືອກເຢັນເຕັມທີ່ຢູ່ໄດ້, ພຽງຊົ່ວເວລາທີ່ຖ້ອຍຄໍາອັນບໍ່ໜ້າພໍໃຈມາກະທົບເທົ່ານັ້ນ. ກໍເມື່ອໃດ ຖ້ອຍຄໍາອັນບໍ່ໜ້າພໍໃຈມາກະທົບຢູ່ ກໍຍັງສະງົບສະຫງ່ຽມຢູ່ໄດ້ ນັ້ນແຫຼະ ຈຶ່ງເປັນທີ່ຮູ້ກັນໄດ້ວ່າ ສະງົບສະຫງ່ຽມແທ້, ຍັງອ່ອນນ້ອມຖ່ອມຕົນຢູ່ໄດ້ ຈຶ່ງຈະຖືວ່າອ່ອນນ້ອມຖ່ອມຕົນແທ້, ຍັງເຍືອກເຢັນຢູ່ໄດ້ ຈຶ່ງຈະຖືວ່າເຍືອກເຢັນແທ້.

ພິກຂຸ ທ. ! ພິກຂຸໃດເປັນຜູ້ວ່າງ່າຍ ຫຼື ເຖິງຄວາມເປັນຜູ້ວ່າງ່າຍ ເພາະເຫດຜົນເພື່ອຈະໄດ້ຈິວອນ, ບິນທະບາດ, ເສນາສະນະ ແລະ ຄິລານະເພສັຊ ເຮົາບໍ່ກ່າວພິກຂຸນັ້ນ ວ່າ ເປັນຜູ້ວ່າງ່າຍເລີຍ. ຂໍ້ນັ້ນເພາະເຫດໃດໜໍ ? ຂໍ້ນັ້ນເພາະເຫດວ່າ ພິກຂຸນັ້ນເມື່ອບໍ່ໄດ້ຈິວອນ, ບິນທະບາດ, ເສນາສະນະ ແລະ ຄິລານະເພສັຊ ຢູ່ ກໍຈະບໍ່ເປັນຜູ້ວ່າງ່າຍ, ບໍ່ເຖິງຄວາມເປັນຜູ້ວ່າງ່າຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ