ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ເພາະປິສຸນາວາດ ເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ; ກາເມສຸມິດສາຈາຣ (ການຫລິ້ນຊູ້ ການລະເມີດຂອງຮັກຂອງຜູ້ອື່ນ) ກໍເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ;
(ໃນໄໝນີ້ ມະນຸດມີອາຍຸຂັຍຫຼຸດຖອຍລົງມາເລືອພຽງ ໑ ໝື່ນປີ)
ເພາະກາເມສຸມິດສາຈາຣ ເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ; ຜະຣຸສາວາດແລະສັມຜັບປະລາປະວາດ (ການໃຊ້ຄໍາຫຍາບ ແລະ ການເວົ້າຈາໂລເລເພື່ອຄວາມມ່ວນຊື່ນ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ;
(ໃນສະມັຍນີ້ ມະນຸດມີອາຍຸຂັຍຫຼຸດຖອຍລົງມາເລືອພຽງ ໕ ພັນປີ)
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ເພາະຜະຣຸສາວາດແລະສັມຜັບປະລາປະວາດ ເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ; ອະພິຊຊາແລະພະຍາບາດ (ແຜນການກອບໂກຍແລະການທໍາລາຍລ້າງ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ;
(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດຖອຍລົງມາເຫຼຶອພຽງ ໒໕໐໐-໒໐໐໐ ປີ)
ເພາະອະພິຊຊາແລະພະຍາບາດ ເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ; ມິດສາທິຕຖິ (ຄວາມເຫັນຜິດ ຊະນິດທີ່ເຫັນກົງຈັກເປັນດອກບົວ ນິຍົມຄວາມຊົ່ວ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ;
(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດຖອຍລົງມາເຫຼືອພຽງ ໑໐໐໐ ປີ)
ເພາະມິດສາທິຕຖິ ເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ; (ອະກຸສົລ) ທັມທັງສາມຄື ອະທັມມະຣາຄະ (ຄວາມຍິນດີທີ່ບໍ່ເປັນທັມ) ວິສະມະໂລພະ (ຄວາມໂລບບໍ່ສິ້ນສຸດ) ມິດສາທັມ (ການປະພຶດຕາມອໍານາດກິເລສ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ (ຢ່າງບໍ່ແຍກກັນ) ;
(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດຖອຍລົງມາເຫຼືອພຽງ ໕໐໐ ປີ)
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ເພາະ (ອະກຸສົລ) ທັມທັງສາມຄື ອະທັມມະຣາຄະ, ວິສະມະໂລພະ, ມິດສາທັມ ເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ; (ອະກຸສົລ) ທັມທັງຫລາຍ ຄື ບໍ່ປະຕິບັດຖືກຕ້ອງໃນມານດາ ບິດາ ສະມະນະພຣາມ ບໍ່ມີກຸລະເຊຕຖາປະຈາຢະນະທັມ (ຄວາມອ່ອນນ້ອມຕາມຖານະສູງຕໍ່າ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ;
(ໃນສະໄໝນີ້ມະນຸດມີອາຍຸຂັຍຫຼຸດຖອຍລົງມາເຫຼືອພຽງ ໒໕໐-໒໐໐-໑໐໐ ປີ)
ສະໄໝນັ້ນ ຈະມີສະໄໝທີ່ມະນຸດມີອາຍຸຂັຍ ຫຼຸດລົງມາເຫຼືອພຽງ ໑໐ ປີ (ຈະມີລັກສະນະແຫ່ງຄວາມເສື່ອມເສຍ ມີປະການຕ່າງໆ ດັ່ງທີ່ທ່ານກ່າວໄວ້ວ່າ) ຍິງອາຍຸ ໕ ປີຈະມີບຸຕ; ຣົດທັງ ໕ ຄື : ເນີຍໃສ ເນີຍຂຸ້ນ ນໍ້າມັນ ນໍ້າເຜິ້ງ ນໍ້າອ້ອຍ ແລະ ຣົດເຄັມ ກໍບໍ່ປາກົດ ; ມະນຸດທັງຫລາຍ ກິນຫຍ້າທີ່ເອີ້ນວ່າ ກຸທຣູສະກະ (ຊຶ່ງນິຍົມແປກັນວ່າ ຫຍ້າກັບແກ້) ແທນການກິນເຂົ້າ ; ກຸສົລກັມມະບົດຫາຍໄປ ບໍ່ມີຮ່ອງຮອຍ ອະກຸສົລກັມມະບົດຮຸ່ງເຮືອງເຖິງທີ່ສຸດ ໃນໝູ່ມະນຸດ ບໍ່ມີຄໍາເວົ້າວ່າກຸສົລ ຈຶ່ງບໍ່ມີການເຮັດກຸສົລ ມະນຸດສະໄໝນັ້ນ ຈະບໍ່ຍົກຍ້ອງສັນລະເສີນ ຄວາມເຄົາຣົບເກື້ອກູນຕໍ່ມານດາ (ມັຕເຕີຍຢະທັມ), ຄວາມເຄົາຣົບເກື້ອກູນຕໍ່ບິດາ (ເປຕະເຕີຍຢະທັມ), ຄວາມເຄົາຣົບເກື້ອກູນຕໍ່ສະມະນະ (ສາມັນຍະທັມ),
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ຄວາມເຄົາຣົບເກື້ອກູນຕໍ່ພຣາມ (ພຣັມມັນຍະທັມ), ແລະກຸລະເຊຕຖາປະຈາຢະນະທັມ, ເໝືອນດັ່ງທີ່ມະນຸດຍົກຍ້ອງກັນຢູ່ໃນສະໄໝນີ້ ; ບໍ່ມີຄໍາວ່າ ແມ່ ພໍ່ ອາວ ອາ ລຸງ ປ້າ ພັນຣະຍາຂອງອາຈາຣຍ໌ ແລະຄໍາເວົ້າວ່າເມຍຂອງຄູ ; ສັຕໂລກຈະເຮັດການສັມເພດ (ສົມສູ່) ເຊັ່ນດຽວກັນກັບ ແບ້ ແກະ ໄກ່ ໝູ ໝາ ໝາຈອກ ; ຄວາມອາຄາດ ຄວາມພະຍາບາດ ຄວາມຄິດຮ້າຍ ຄວາມຄິດຂ້າ ເປັນໄປຢ່າງຮ້າຍແຮງ ແມ່ນແຕ່ໃນລະຫວ່າງມານດາກັບບຸດ ບຸດກັບມານດາ ບິດາກັບບຸດ ບຸດກັບບິດາ ອ້າຍກັບນ້ອງ ນ້ອງກັບອ້າຍ ທັງຊາຍແລະຍິງ ເໝືອນກັບນາຍພານມີຄວາມຮູ້ສຶກຕໍ່ຄະນາເນື້ອທັງຫລາຍ.
ໃນສະໄໝນັ້ນ ຈະມີສັຕຖັນຕະຣະກັບ (ການໃຊ້ສາດຕຣາວຸດ ຕິດຕໍ່ກັນບໍ່ຢຸດເຊົາ) ຕະຫລອດເວລາ ໗ ວັນ ສັດທັງຫລາຍເຫລົ່ານັ້ນ ຈະມີຄວາມສໍາຄັນແກ່ກັນແລະກັນ ພໍປານກັບວ່າຄະນາເນື້ອ ; ແຕ່ລະຄົນມີສາດຕຣາວຸດໃນມື ດັບຊີວິຕຊຶ່ງກັນແລະກັນ ພໍປານກັບວ່າຂ້າປາ ຂ້າສັດ.








