ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫຼາຍ ຯລຯ ຂໍພຣະຜູ້ມີພຣະພາກ ຈົ່ງຊົງຈໍາຂ້ານ້ອຍໄວ້ວ່າ ເປັນອຸປາສິກາ ຜູ້ເຖິງສະຣະນະຕະຫລອດຊີວິຕ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໖໑

ຜົລຈາກການບໍ່ມີສີລະທັມຂອງມະນຸດ (ຢ່າງເບົາ)

ສະບັບຫລວງ ໒໑/໙໗/໗໐.

ພິກຂຸທັງຫຼາຍ ! ສະໄໝໃດ ຣາຊາ (ຜູ້ປົກຄອງ) ທັງຫຼາຍ ບໍ່ຕັ້ງຢູ່ໃນທັມ, ສະໄໝນັ້ນ ຣາຊະຍຸຕ (ຂ້າຣາຊະການ) ທັງຫລາຍ ກໍບໍ່ຕັ້ງຢູ່ໃນທັມ ;

ເມື່ອ ຣາຊະຍຸຕທັງຫລາຍ ບໍ່ຕັ້ງຢູ່ໃນທັມ ; ພຣາມແລະຄະຫະບໍດີທັງຫລາຍ ກໍບໍ່ຕັ້ງຢູ່ໃນທັມ ;

ເມື່ອ ພຣາມແລະຄະຫະບໍດີທັງຫລາຍ ບໍ່ຕັ້ງຢູ່ໃນທັມ ;

ຊາວເມືອງແລະຊາວຊົນນະບົດທັງຫລາຍ ກໍບໍ່ຕັ້ງຢູ່ໃນທັມ ;

ເມື່ອ ຊາວເມືອງແລະຊາວຊົນນະບົດທັງຫລາຍ ບໍ່ຕັ້ງຢູ່ໃນທັມ ; ດວງຈັນແລະດວງອາທິຕ ກໍມີປະຣິວັຕ (ການເຄື່ອນທີ່, ການໝູນວຽນ) ບໍ່ສະໝໍ່າສະເໝີ;

ເມື່ອ ດວງຈັນແລະດວງອາທິຕ ມີປະຣິວັຕ ບໍ່ສະໝໍ່າສະເໝີ ; ດາວນັກກະສັຕແລະດາວທັງຫລາຍ ກໍມີປະຣິວັຕ ບໍ່ສະໝໍ່າສະເໝີ;

ເມື່ອ ດາວນັກກະສັຕແລະດາວທັງຫລາຍ ມີປະຣິວັຕ ບໍ່ສະໝໍ່າສະເໝີ ; ຄືນແລະເວັນ ກໍມີປະຣິວັຕ ບໍ່ສະໝໍ່າສະເໝີ ;

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ເມື່ອ ຄືນແລະເວັນ ມີປະຣິວັຕ ບໍ່ສະໝໍ່າສະເໝີ ; ເດືອນແລະປັກ ກໍມີປະຣິວັຕ ບໍ່ສະໝໍ່າສະເໝີ ;

ເມື່ອ ເດືອນແລະປັກ ມີປະຣິວັຕ ບໍ່ສະໝໍ່າສະເໝີ ; ລະດູແລະປີ ກໍມີປະຣິວັຕ ບໍ່ສະໝໍ່າສະເໝີ ;

ເມື່ອ ລະດູແລະປີ ມີປະຣິວັຕ ບໍ່ສະໝໍ່າສະເໝີ ; ລົມ(ທຸກຊະນິດ) ກໍພັດໄປບໍ່ສະໝໍ່າສະເໝີ;

ເມື່ອ ລົມ (ທຸກຊະນິດ) ພັດໄປບໍ່ສະໝໍ່າສະເໝີ ; ປັດຊະສາ (ລະບົບແຫ່ງທິດທາງລົມອັນຖືກຕ້ອງ) ກໍແປປ່ຽນ;

ເມື່ອ ປັດຊະສາ ແປປ່ຽນ ; ເທວະດາທັງຫລາຍ ກໍກະສັບກະສ່າຍ ;

ເມື່ອ ເທວະດາທັງຫລາຍ ກະສັບກະສ່າຍ ; ຝົນກໍຕົກລົງມາຢ່າງບໍ່ເໝາະສົມ;

ເມື່ອ ຝົນຕົກລົງມາຢ່າງບໍ່ເໝາະສົມ ; ພືດພັນເຂົ້າທັງຫລາຍ ກໍແກ່ແລະສຸກບໍ່ສະໝໍ່າສະເໝີ;

ພິກຂຸທັງຫລາຍ ! ເມື່ອມະນຸດທັງຫລາຍ ບໍຣິໂພກພືດພັນເຂົ້າທັງຫລາຍ ອັນມີຄວາມແກ່ແລະສຸກບໍ່ສະໝໍ່າສະເໝີ ກໍກາຍເປັນຜູ້ມີອາຍຸສັ້ນ ຜິວພັນຂີ້ຮ້າຍ ທຸບພະລະພາບ (ມີກໍາລັງໜ້ອຍ, ອ່ອນແອ່, ບໍ່ສາມາດທີ່ຈະປະກອບການງານຕາມປົກກະຕິໄດ້) ແລະມີໂຣຄໄພໄຂ້ເຈັບຫລາຍ. (ຂໍ້ຄວາມຕໍ່ໄປນີ້ ໄດ້ຕຣັດເຖິງພາວະການທີ່ກົງກັນຂ້າມ ຜູ້ສຶກສາຈົ່ງຮູ້ໂດຍນັຍກົງກັນຂ້າມ ຕະຫລອດສາຍ).

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໖໒

ຜົລຈາກການບໍ່ມີສີລທັມຂອງມະນຸດ (ຢ່າງໜັກ)

ສະບັບຫລວງ ໑໑/໗໐-໘໐/໓໙-໔໗

ພິກຂຸທັງຫລາຍ ! ເມື່ອພະຣາຊາ ມີການປະພຶດຊະນິດ ທີ່ເປັນໄປແຕ່ພຽງການຄຸ້ມຄອງອາລັກຂາ, ແຕ່ບໍ່ໄດ້ເປັນໄປເພື່ອການເຮັດໃຫ້ເກີດຊັບ ແກ່ບຸກຄົນຜູ້ບໍ່ມີຊັບທັງຫລາຍ ດັ່ງນັ້ນແລ້ວ ຄວາມຍາກຈົນຂັດສົນ ກໍເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ;

ເພາະຄວາມຍາກຈົນຂັດສົນ ເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ອະທິນນາທານ (ລັກຊັບ) ກໍເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ;

ເພາະອະທິນນາທານ ເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ການໃຊ້ສາດຕຣາວຸດ ໂດຍວິທີການຕ່າງໆ ກໍເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ;

ເພາະການໃຊ້ສາດຕຣາວຸດ ໂດຍວິທີການຕ່າງໆ ເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ; ປານາຕິບາຕ (ຊຶ່ງໝາຍເຖິງການຂ້າມະນຸດດ້ວຍກັນ) ກໍເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ;

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ເພາະປານາຕິບາຕ ເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ; ມຸສາວາດ (ການຂີ້ຕົວະຄົດໂກງ) ກໍເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ;

(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດຖອຍລົງມາຈາກ ໘ ໝື່ນປີ

ເຫຼືອພຽງ ໔ ໝື່ນປີ)

ເພາະມຸສາວາດ ເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ; ປິສຸນາວາດ (ການເວົ້າຈາຍຸແຍ່ເພື່ອໃຫ້ແຕກກັນເປັນພວກເປັນໝູ່ ທໍາລາຍຄວາມສາມັກຄີ) ກໍເປັນໄປຢ່າງກວ້າງຂວາງແຮງຮ້າຍເຖິງທີ່ສຸດ ;

(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດຖອຍລົງມາຈາກ ໔ ໝື່ນປີ

ເຫລືອພຽງ ໒ ໝື່ນປີ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ