ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ພາກທີ
ການປະຕິບັດໜ້າທີ່ທີ່ດີ
ບົດທີ ໑
ການຕອບແທນຄຸນມານດາບິດາ ຢ່າງສູງສຸດ
ສະບັບຫລວງ ໒໐/໗໘/໒໗໘
ພິກຂຸທັງຫລາຍ ! ເຮົາກ່າວການຕອບແທນບໍ່ໄດ້ງ່າຍ ແກ່ ທ່ານທັງສອງ ; ທ່ານທັງສອງຄືໃຜໜໍ ? ຄື ມານດາ ໑ ບິດາ ໑
ພິກຂຸທັງຫລາຍ ! ບຸຕຍ່ອມປະຄັບປະຄອງມານດາດ້ວຍບ່າເບື້ອງໜຶ່ງ ປະຄັບປະຄອງບິດາ ດ້ວຍບ່າເບື້ອງໜຶ່ງ ເຂົາມີອາຍຸ ມີຊີວິຕຢູ່ຕະຫລອດຮ້ອຍປີ ແລະເຂົາຍ່ອມປະຕິບັດຕໍ່ທ່ານທັງສອງນັ້ນ ດ້ວຍການຮົມຢາ ບີບນວດ ການອາບນໍ້າ ແລະການຖູ ແລະທ່ານທັງສອງນັ້ນ ຍ່ອມຖ່າຍອຸດຈາຣະ ປັດສາວະ ເທິງບ່າທັງສອງຂອງເຂົານັ້ນເອງ
ພິກຂຸທັງຫລາຍ ! ການເຮັດເຊັ່ນນັ້ນ ຍັງບໍ່ທັນຊື່ວ່າ ອັນບຸດເຮັດແລ້ວ ຫລື ຕອບແທນແລ້ວແກ່ມານດາບິດາເລີຍ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ພິກຂຸທັງຫລາຍ ! ອັນໜຶ່ງ ບຸຕຍ່ອມສະຖາປະນາມານດາບິດາ ໃນຣາຊະສົມບັດ ອັນເປັນອິສະຣາທິປັດ ໃນແຜ່ນດິນໃຫຍ່ ອັນມີຣັດຕະນະ ໗ ປະການ ມາກຫລາຍເຊັ່ນນີ້ ການເຮັດເຊັ່ນນັ້ນ ຍັງບໍ່ທັນຊື່ວ່າ ອັນບຸຕເຮັດແລ້ວ ຫລືຕອບແທນແລ້ວ ແກ່ມານດາບິດາເລີຍ.
ຂໍ້ນັ້ນເພາະເຫດໃດ ? ເພາະມານດາບິດາ ມີອຸປະກາຣະຫລາຍ ບໍາລຸງລ້ຽງ ສະແດງໂລກນີ້ ແກ່ບຸຕທັງຫລາຍສ່ວນບຸຕຄົນໃດ
ອະນຸເຄາະມານດາບິດາ ຜູ້ບໍ່ມີສັດທາ ໃຫ້ສະມາທານຕັ້ງໝັ້ນ ໃນສັດທາສັມປະທາ (ຄວາມເຖິງພ້ອມດ້ວຍສັດທາ).
ອະນຸເຄາະມານດາບິດາ ຜູ້ທຸສີລ ໃຫ້ສະມາທານຕັ້ງໝັ້ນ ໃນສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີລ).
ອະນຸເຄາະມານດາບິດາ ຜູ້ຂີ້ຖີ່ ໃຫ້ສະມາທານຕັ້ງໝັ້ນ ໃນຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ).
ອະນຸເຄາະມານດາບິດາ ຜູ້ມີປັນຍາຕໍ່າຊາມ ໃຫ້ສະມາທານ ຕັ້ງໝັ້ນ ໃນປັນຍາສັມປະທາ (ຄວາມເຖິງພ້ອມດ້ວຍປັນຍາ).
ພິກຂຸທັງຫລາຍ ! ດ້ວຍເຫດມີປະມານເທົ່ານີ້ ແລະການເຮັດເຊັ່ນນັ້ນ ຍ່ອມຊື່ວ່າ ອັນບຸຕນັ້ນເຮັດແລ້ວ ແລະໄດ້ຕອບແທນແລ້ວ ແກ່ມານດາບິດາ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໒
ຄວາມເປັນຄົນກະຕັນຍູກະຕະເວທີ
ເປັນບຸກຄົນທີ່ຫາໄດ້ຍາກໃນໂລກ
ສະບັບຫລວງ ໒໒/໑໕໒/໑໔໓
ເຈົ້າລິດສະວີທັງຫລາຍ ! ການປາກົດແຫ່ງຣັຕຕະນະ(ແກ້ວ) ໕ ປະການ ເປັນສິ່ງທີ່ຫາໄດ້ຍາກໃນໂລກ; ຣັຕຕະນະ ໕ ປະການນັ້ນ ເປັນແນວໃດໜໍ ? ຄື :
ການປາກົດຂອງຕະຖາຄົຕອະຣະຫັນຕະສັມມາສັມພຸດທະ
ບຸກຄົນຜູ້ສະແດງທັມວິນັຍທີ່ຕະຖາຄົຕປະກາດແລ້ວ
ບຸກຄົນຜູ້ຮູ້ແຈ້ງທັມວິນັຍທີ່ຕະຖາຄົຕປະກາດແລ້ວ
ບຸກຄົນຜູ້ຮູ້ແຈ້ງທັມວິນັຍທີ່ຕະຖາຄົຕປະກາດແລ້ວ ອັນຜູ້ອື່ນສະແດງແລ້ວ ປະຕິບັດທັມສົມຄວນແກ່ທັມ
ຄວາມເປັນຄົນກະຕັນຍູກະຕະເວທີ.
ເຈົ້າລິດສະວີທັງຫລາຍ ! ການປາກົດແຫ່ງຣັຕຕະນະ ໕ ປະການນີ້ແລ ເປັນສິ່ງທີ່ຫາໄດ້ຍາກໃນໂລກ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໓
ບຸກຄົນທີ່ຫາໄດ້ຍາກໃນໂລກ
ສະບັບຫລວງ ໒໐/໘໑/໓໖໔
ພິກຂຸທັງຫລາຍ ! ບຸກຄົນ ໒ ຈໍາພວກນີ້ ຫາໄດ້ຍາກໃນໂລກ; ໒ ຈໍາພວກນັ້ນ ເປັນແນວໃດໜໍ ? ຄື :
ບຸບພະກາຣີບຸກຄົນ ໑ (ຜູ້ທີ່ເຮັດບຸນຄຸນໃຫ້ກ່ອນ)
ກະຕັນຍູກະຕະເວທີບຸກຄົນ ໑ (ບຸກຄົນທີ່ຮູ້ບຸນຄຸນແລ້ວຕອບແທນ)
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໔
ພູມຂອງອະສັຕຕະບຸຣຸດ ແລະພູມຂອງສັຕຕະບຸຣຸດ
ສະບັບຫລວງ ໒໐/໕໔/໒໗໗
ພິກຂຸທັງຫລາຍ ! ເຮົາຈະສະແດງພູມອະສັຕຕະບຸຣຸດ ແລະສັຕຕະບຸຣຸດ ແກ່ທ່ານທັງຫລາຍ ທ່ານທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ...
ພິກຂຸທັງຫລາຍ ! ພູມຂອງອະສັຕຕະບຸຣຸດນັ້ນ ເປັນແນວໃດໜໍ ? ຄື: ອະສັຕຕະບຸຣຸດ ຍ່ອມເປັນຄົນອະກະຕັນຍູອະກະຕະເວທີ ກໍຄວາມເປັນຄົນອະກະຕັນຍູອະກະຕະເວທີນີ້ ອະສັຕຕະບຸຣຸດທັງຫລາຍສັນລະເສີນ.
ພິກຂຸທັງຫລາຍ ! ຄວາມເປັນຄົນອະກະຕັນຍູອະກະຕະເວທີນີ້ ເປັນພູມຂອງອະສັຕຕະບຸຣຸສທັງມວນ.
ພິກຂຸທັງຫລາຍ ! ສ່ວນສັຕຕະບຸຣຸດຍ່ອມເປັນຄົນກະຕັນຍູກະຕະເວທີ, ກໍຄວາມກະຕັນຍູກະຕະເວທີນີ້ ສັຕຕະບຸຣຸດທັງຫລາຍສັນລະເສີນ.
ພິກຂຸທັງຫລາຍ ! ຄວາມເປັນຄົນກະຕັນຍູກະຕະເວທີນີ້ ເປັນພູມຂອງອະສັຕຕະບຸຣຸດທັງມວນ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໕
ຈົ່ງເປັນຄົນກະຕັນຍູ ກະຕະເວທີ
ເຖິງອຸປະກາຣະຈະມີພຽງເລັກນ້ອຍ








