ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ຂ້າແຕ່ພຣະອົງຜູ້ຈະເລີນ ! ບຸຣຸດ ໑໐ ຄົນກໍດີ ໒໐ ຄົນກໍດີ ໓໐ ຄົນກໍດີ ໔໐ ຄົນກໍດີ ໕໐ ຄົນກໍດີ ບໍ່ສາມາດຈະເຮັດສັດ ເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ກາຍເປັນລານຕ່ອນຊີ້ນອັນດຽວກັນ ໃຫ້ເປັນກອງຕ່ອນຊີ້ນອັນດຽວກັນ ໂດຍຂະນະດຽວ ໂດຍບຶດດຽວໄດ້ ໂດຍຂ້ານ້ອຍ ບຸຣຸດຜູ້ຕໍ່າຊາມ ຄົນດຽວສິເກັ່ງປານໃດໜໍ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນິີ້ ເປັນຈັ່ງໃດ ສະມະນະຫລືພຣາມຜູ້ມີລິດ ເຖິງຄວາມຊໍານານໃນທາງຈິຕ ຍ່ອມມາໃນບ້ານນາລັນທານີ້ ສະມະນະຫລືພຣາມນັ້ນ ຍ່ອມກ່າວເຊັ່ນນີ້ວ່າ ເຮົາຈະເຮັດບ້ານນາລັນທາ ໃຫ້ເປັນຂີ້ເຖົ່າ ດ້ວຍໃຈຄິດປອງຮ້າຍຄັ້ງດຽວ. ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນັ້ນ ເປັນຈັ່ງໃດ ສະມະນະຫລືພຣາມຜູ້ມີລິດ ເຖິງເປັນຜູ້ຊໍານານໃນທາງຈິຕນັ້ນ ຈະສາມາດເຮັດບ້ານນາລັນທານີ້ ໃຫ້ເປັນຂີ້ເຖົ່າດ້ວຍໃຈຄິດປອງຮ້າຍຄັ້ງດຽວ ໄດ້ຫລືບໍ່ໜໍ ?

ຂ້າເເຕ່ພຣະອົງຄ໌ຜູ້ຈະເລີນ ! ບ້ານນາລັນທາ ໑໐ ບ້ານກໍດີ ໒໐ ບ້ານກໍດີ ໓໐ ບ້ານກໍດີ ໔໐ ບ້ານກໍດີ ໕໐ ບ້ານກໍດີ ສະມະນະຫລືພຣາມຜູ້ມີລິດ ເຖິງເປັນຜູ້ຊໍານານໃນທາງຈິຕນັ້ນ ຍັງສາມາດເຮັດໃຫ້ເປັນຂີ້ເຖົ່າໄດ້ ດ້ວຍໃຈຄິດປອງຮ້າຍຄັ້ງດຽວ ທີ່ຊຸດໂຊມຫລັງດຽວຄະນະໃດໜໍ.

ຄະຫະບໍດີ ! ທ່ານຈົ່ງມານະສິກາຣະ ຄັນແລ້ວຈົ່ງພະຍາກອນ ຄໍາຫລັງກັບຄໍາກ່ອນກໍດີ ຄໍາກ່ອນກັບຄຳຫລັງກໍດີ ຂອງທ່ານບໍ່ຕໍ່ກັນເລີຍ...

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ຫລັກການພິຈາລະນາວ່າກັມຊະນິດນັ້ນ

ຄວນເຮັດຫລືບໍ່ເຮັດ

ບົດທີ ໕໘

ເມື່ອຈະເຮັດ

ສະບັບຫລວງ ໑໓/໑໒໖/໑໒໙.

ຣາຫຸລ ! ເຈົ້າໃຝ່ຈະເຮັດກັມດ້ວຍກາຍ ຈົ່ງພິຈາຣະນາກັມນັ້ນເສຍກ່ອນ ກາຍະກັມທີ່ເຮົາໃຝ່ຈະເຮັດນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນຜົນ ມີທຸກຂ໌ເປັນວິບາກ ຫລືບໍ່ໜໍ ດັ່ງນີ້.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ເຊັ່ນນີ້ແລ້ວ ເຈົ້າຈົ່ງຢຸດກາຍະກັມຊະນິດນັ້ນ ໂດຍສ່ວນດຽວ.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ ກາຍະກັມທີ່ເຮົາໃຝ່ເຮັດນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນແດ່ ບໍ່ເປັນໄປບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມອັນເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ ດັ່ງນີ້.

ຣາຫຸລ ! ເຈົ້າຈົ່ງເຮັດກາຍະກັມຊະນິດນັ້ນ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ເມື່ອເຮັດຢູ່

ຣາຫຸລ ! ເມື່ອເຈົ້າເຮັດກັມໃດ ດ້ວຍກາຍຢູ່ ຈົ່ງພິຈາຣະນາກັມນັ້ນວ່າ ກາຍະກັມທີ່ເຮົາກໍາລັງເຮັດຢູ່ນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫລືບໍ່ໜໍ ດັ່ງນີ້.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ເຊັ່ນນັ້ນແລ້ວ ເຈົ້າຈົ່ງເລີກເຊົາເຮັດກາຍະກັມຊະນິດນັ້ນເສຍ.

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ເຊັ່ນນີ້ວ່າ ກາຍະກັມທີ່ເຮົາກໍາລັງເຮັດຢູ່ນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ ດັ່ງນີ້.

ຣາຫຸລ ! ເຈົ້າຈົ່ງເລັ່ງການເຮັດກັມຊະນິດນັ້ນ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ເມື່ອເຮັດແລ້ວ

ຣາຫຸລ ! ເມື່ອເຮັດກັມໃດ ດ້ວຍກາຍແລ້ວ ຈົ່ງພິຈາຣະນາກັມນັ້ນວ່າ ກາຍະກັມທີ່ເຮົາເຮັດແລ້ວນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນຜົນ ມີທຸກຂ໌ເປັນວິບາກ ຫລືບໍ່ໜໍ ດັ່ງນີ້

ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ເຊັ່ນນີ້ແລ, ເຈົ້າຈົ່ງສະແດງ ຈົ່ງເປີດເຜີຍ ຈົ່ງເຮັດໃຫ້ເປັນຂອງຫງາຍ ຊຶ່ງກາຍະກັມນັ້ນ ໃນພຣະສາສດາ ຫລືໃນເພື່ອນສະພຣົມມະຈາຣີ ຜູ້ເປັນວິນຍູຊົນທັງຫລາຍ; ຄັນສະແດງ ຄັນເປີດເຜີຍ ຄັນເຮັດໃຫ້ເປັນຂອງຫງາຍແລ້ວ ຈົ່ງເຖິງຊຶ່ງຄວາມສັງລວມຕໍ່ໄປ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ