ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫລືອ ແຫ່ງອະວິຊຊາ ນັ້ນນັ້ນແລ ຈຶ່ງມີຄວາມດັບແຫ່ງສັງຂາຣ, ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ, ເພາະຄວາມດັບແຫ່ງວິນຍານ ຈຶ່ງຄວາມດັບແຫ່ງນາມຮູບ, ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ, ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ,ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ, ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ, ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ, ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ, ເພາມະຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ,

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ເພາະມີຄວາມດັບແຫ່ງຊາຕ ນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມານັສສະອຸປາຍາສະທັງຫລາຍຈຶ່ງດັບສິ້ນ; ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການເຊັ່ນນີ້ ດັ່ງນີ້ແລ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໕໗

ການເຮັດກັມທາງໃດມີໂທດຫລາຍທີ່ສຸດ

ສະບັບຫລວງ໑໓/໕໔/໖໒

ທີຄະຕະປັດສີນິຄັນຖະ ໄດ້ກາບທູນຖາມພຣະຜູ້ມີພຣະພາກວ່າ

ທ່ານພຣະໂຄດົມ ! ພຣະອົງຍ່ອມບັດຍັດ ທັນດະ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມ ໄວ້ເທົ່າໃດ ?

ທີຄະຕະປັດສີິນິຄັນຖະ ! ຕະຖາຄົຕຈະບັດຍັດວ່າກັມໆ ດັ່ງນີ້ ເປັນອາຈິນ.

ທ່ານພຣະໂຄດົມ ! ພຣະອົງຍ່ອມບັນຍັດກັມ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມ ໄວ້ເທົ່າໃດ ?

ທີຄະຕະປັດສີ ! ເຮົາຍ່ອມບັນຍັດກັມ ໃນການເຮັດບາບກັມ ໃນການເປັນໄປເພື່ອບາບກັມ ໓ ປະການຄື : ກາຢະກັມ ໑ ວະຈີກັມ ໑ ມະໂນກັມ ໑.

ທ່ານພຣະໂຄດົມ ! ກໍກາຍກັມຢ່າງໜຶ່ງ ວະຈີກັມຢ່າງໜຶ່ງ ມະໂນກັມຢ່າງໜຶ່ງ ບໍ່ແມ່ນບໍ

ທີຄະຕະປັດສີ ! ກາຢະກັມຢ່າງໜຶ່ງ ວະຈີກັມຢ່າງໜຶ່ງ ມະໂນກັມຢ່າງໜຶ່ງ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ທ່ານພຣະໂຄດົມ ! ກໍບັນດາກັມທັງ ໓ ປະການທີ່ຈໍາແນກອອກແລ້ວເປັນສ່ວນລະຢ່າງໆ ຕ່າງກັນ ເຫລົ່ານີ້ ກັມໃດຄື : ກາຢະກັມ ວະຈີກັມ ຫລື ມະໂມກັມ ທີ່ພຣະບັດຍັດວ່າມີໂທດຫລາຍກວ່າ ໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມ ?

ທີຄະຕະປັດສີ ! ບັນດາກັມທັງ ໓ ປະການ ທີ່ຈໍາແນກອອກແລ້ວເປັນສ່ວນລະຢ່າງໆ ຕ່າງກັນເຫລົ່ານີ້ ເຮົາບັນຍັດມະໂນກັມ ວ່າມີໂທດຫລາຍກວ່າໃນການເຮັດບາບກັມ ໃນການເປັນໄປແຫ່ງບາບກັມ ເຮົາບັນຍັດກາຢະກັມ ວະຈີກັມ ວ່າມີໂທດຫລາຍ ເໝືອນມະໂນກັມ ກໍຫາບໍ່ໄດ້.

ທ່ານພຣະໂຄດົມ ! ພຣະອົງວ່າມະໂນກັມຫລື ?

ທີຂະປັດສີເຮົາກ່າວວ່າມະໂນກັມ.

ທ່ານພຣະໂຄດົມ ! ພຣະອົງຕຣັສວ່າມະໂນກັມຫລື ?

ທີຂະຕະປັດສີ ! ເຮົາກ່າວວ່າມະໂນກັມ

ທ່ານພຣະໂຄດົມ ! ພຣະຕຣັສວ່າມະໂນກັມຫລື ?

ທີຂະຕະປັດສີ ! ເຮົາກ່າວວ່າມະໂນກັມ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ທີຄະຕະປັດສີນິຄັນຖະ ໃຫ້ພຣະຜູ້ມີພຣະພາກທົງຢືນຢັນໃນເລື່ອງນີ້ເຖິງ ໓ ຄັ້ງ ດ້ວຍປະການສະນີ້ ແລ້ວລຸກຈາກອາສະນະເຂົ້າໄປຫານິຄັນຖະນາຕະບຸດເຖິງທີ່ຢູ່ (ຈາກນັ້ນໄດ້ມີ ອຸບາລີຄະຫະບໍດີ ເຂົ້າມາເພື່ອສົນທະນາໃນເລື່ອງນີ້ ຕໍ່ຈາກທີຄະຕະປັດສີນິຄັນຖະ ໂດຍຍັງມີຄວາມເຫັນວ່າ ກັມທາງກາຍ ມີໂທດຫລາຍທີ່ສຸດກວ່າກັມທາງໃຈ ແລະພຣະຜູ້ມີພຣະພາກໄດ້ຍົກອຸປະມາ ເພື່ອໃຫ້ເຫັນປຽບທຽບໄດ້ແຈ່ມແຈ້ງຍິ່ງຂຶ້ນ ດັ່ງນີ້)

ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນີ້ ເປັນຈັ່ງໃດ ໃນບ້ານນາລັນທານີ້ ຍ່ອມມີບຸຣຸດຄົນໜຶ່ງເງືອດດາບມາ ເຂົາຍ່ອມກ່າວເຊັ່ນນີ້ວ່າ ເຮົາຈະເຮັດສັດເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ເປັນລານຕ່ອນຊີ້ນອັນດຽວກັນ ໃຫ້ເປັນກອງຕ່ອນຊີ້ນອັນດຽວກັນ ໂດຍຂະນະໜຶ່ງ ໂດຍບຶດໜຶ່ງ. ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນັ້ນ ເປັນຈັ່ງໃດ ບຸຣຸດນັ້ນຈະສາມາດເຮັດສັດເທົ່າທີ່ມີຢູ່ໃນບ້ານນາລັນທານີ້ ໃຫ້ເປັນລານຕ່ອນຊີ້ນອັນດຽວກັນ ໃຫ້ເປັນກອງຕ່ອນຊີ້ນອັນດຽວກັນ ໂດຍຂະນະດຽວ ໂດຍບຶດດຽວ ໄດ້ຫລືບໍ່ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ