ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ເຊັ່ນນີ້ວ່າ ກາຍະກັມທີ່ເຮົາເຮັດແລ້ວນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນກຸສົລ ມີສຸຂເປັນຜົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ ດັ່ງນີ້.
ຣາຫຸລ ! ເຈົ້າຈົ່ງຢູ່ດ້ວຍດ້ວຍປີຕິແລະປາໂມດ ຕາມສຶກສາໃນກຸສົລທັມທັງຫລາຍຢູ່ ທັງກາງເວັນແລະກາງຄືນເຖີ້ນ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໕໙
ເຫດທີ່ເຮັດໃຫ້ມະນຸດເກີດມາແຕກຕ່າງກັນ
ສະບັບຫລວງ ໑໔/໓໗໖/໕໗໙.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍເປັນເຫດ ເປັນປັດໄຈ ໃຫ້ພວກມະນຸດທີ່ເກີດມາເປັນມະນຸດຢູ່ ປາກົດຄວາມຕໍ່າຊາມແລະຄວາມປານີດ ຄື : ມະນຸດທັງຫລາຍຍ່ອມປາກົດມີອາຍຸສັ້ນ ມີອາຍຸຍືນ ມີໂຣຄາ ພະຍາດຫຼາຍ, ມີໂຣຄາພະຍາດໜ້ອຍ, ມີຜິວພັນຂີ້ຮ້າຍ, ມີຜິວພັນຈົບງາມ, ມີສັກດາໜ້ອຍ, ມີສັກດາຫລາຍ, ມີໂພຄະໜ້ອຍ, ມີໂພຄະຫລາຍ, ເກີດໃນຕະກູນຕໍ່າ, ເກີດໃນຕະກູນສູງ, ໄຮ້ປັນຍາ, ມີປັນຍາຫລາຍ.
ມານົບ ! ສັຕທັງຫລາຍມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈໍາແນກສັຕໃຫ້ຕໍ່າຊາມແລະປານີດໄດ້.
ຂ້ານ້ອຍ ຍ່ອມບໍ່ຮູ້ຊຶ່ງເນື້ອຄວາມໂດຍພິສະດານ ຂອງອຸດເທດ ທີ່ພຣະໂຄດົມຜູ້ຈະເຣີນຕຣັດໂດຍຫຍໍ້ ບໍ່ສາມາດຈໍາແນກເນື້ອຄວາມໂດຍພິສະດານນີ້ໄດ້ ຂໍພຣະໂຄດົມຜູ້ຈະເຣີນ ໄດ້ໂຜດສະແດງທັມແກ່ຂ້ານ້ອຍ ໂດຍປະການທີ່ຂ້ານ້ອຍ ຈະຍ່ອມຮູ້ແຈ້ງຊຶ່ງເນື້ອຄວາມ ແຫ່ງອຸດເທດນີ້ໂດຍພິສະດານ ດ້ວຍເຖີ້ນ.
ມານົບ ! ຖ້າເຊັ່ນນັ້ນ ທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ມັກເຮັດຊີວິຕສັຕອື່ນໃຫ້ມອດມ້ວຍ ເປັນຄົນໂຫດຫ້ຽມ ມີມືເປື້ອນເລືອດ ມົກມຸ້ນຢູ່ໃນການຂ້າຟັນ ບໍ່ອິດູໃນເຫລົ່າສັດມີຊີວິດ ເພາະກັມນັ້ນອັນເຂົາ ໄດ້ອັ່ງລົ້ນສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນີບາດ ນະຣົກ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນມີອາຍຸສັ້ນ.
ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມມີອາຍຸສັ້ນນີ້ ຄື : ເປັນຜູ້ມັກເຮັດສັດທີ່ມີຊີວິດໃຫ້ມອດມ້ວຍ ເປັນຄົນໂຫດຫ້ຽມ ມີມືເປື້ອນເລືອດ ມົກມຸ່ນຢູ່ໃນການຂ້າຟັນ ບໍ່ອິດູໃນເຫລົ່າສັດມີຊີວິດ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ລະປານາຕິບາດແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາດ ວາງທ່ອນໄມ້ ວາງສາດຕຣາໄດ້ ມີຄວາມລະອາຍ ເຖິງຄວາມອິດູກະຣຸນາ ຫວັງປະໂຫຍດເກື້ອກູນໃນເຫຼົ່າສັດທັງຫລາຍຢູ່ ເພາະກັມນັ້ນອັນເຂົາ ໄດ້ອັ່ງລົ້ນສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນມີອາຍຸຍືນ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມມີອາຍຸຍືນນີ້ ຄື : ລະປານາຕິບາດແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາດ ວາງທ່ອນໄມ້ ວາງສາດຕຣາໄດ້ ມີຄວາມລະອາຍ ເຖິງຄວາມອິດູກະຣຸນາ ຫວັງປະໂຫຍດເກື້ອກູນໃນເຫຼົ່າສັດທັງຫລາຍຢູ່.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ມີປົກກະຕິບຽດບຽນສັດ ດ້ວຍຝ່າມື ດ້ວຍກ້ອນຫີນ ຫຼືທ່ອນໄມ້ ແລະດ້ວຍສາດຕຣາ ເພາະກັມນັ້ນອັນເຂົາ ໄດ້ອັ່ງລົ້ນສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນີບາດ ນະຣົກ ຖ້າມາເປັນມະນຸດເກີດນະທີ່ໃດໆ ໃນພາຍຫຼັງ ຈະເປັນຄົນມີໂຣຄາພະຍາດຫຼາຍ.
ມານົບ ! ປະຕິປະທາ ທີ່ເປັນໄປເພື່ອຄວາມມີໂຣຄາພະຍາດຫຼາຍນີ້ ຄື: ເປັນຜູ້ມີປົກກະຕິບຽດບຽນສັດ ດ້ວຍຝ່າມື ດ້ວຍກ້ອນຫີນ ຫລືດ້ວຍທ່ອນໄມ້ ແລະດ້ວຍສາດຕຣາ.








