ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ເມື່ອພຣະຜູ້ມີພຣະພາກຕຣັດຢ່າງນີ້ແລ້ວ ອັກຄິກະພາຣະທະວາຊະພຣາມ ໄດ້ຂາບທູນພຣະຜູ້ມີພຣະພາກວ່າ : ຂ້າແຕ່່ພຣະໂຄດົມພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາດທັມ ໂດຍອະເນກປະຣິຍາຍ ປຽບເໝືອນການຫງາຍຂອງທີ່ຂວໍ້າ ເປີດຂອງທີ່ປົກປິດ ບອກທາງແກ່ຄົນຫລົງທາງ ຫລືການໄຕ້ໄຟໄປໃນບ່ອນມືດດ້ວຍຫວັງວ່າ ຄົນມີຕາຈະໄດ້ເຫັນຮູບ ເຊັ່ນນັ້ນ.

ຂ້າພະອົງຄ໌ຂໍເຖິງພຣະອົງຄ໌ ກັບທັງພຣະທັມ ແລະ ພຣະພິກຂຸສົງຄ໌ເປັນສະຣະນະ ຂໍພຣະອົງຄ໌ຈົ່ງຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕະຫລອດຊີວິຕ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໓໒

ນະຣົກທີ່ຮ້າຍແຮງຂອງມະນຸດ

ສະບັບຫລວງ ໑໙/໕໖໒/໑໗໓໑

ພິກຂຸທັງຫລາຍ ! ນະຣົກຊື່ວ່າ ມະຫາປະຣິລາຫະ ມີຢູ່ ໃນນະຣົກນັ້ນບຸກຄົນເຫັນຮູບຢ່າງໃດຢ່າງໜຶ່ງ ໄດ້ດ້ວຍຈັກຂຸ (ຕາ) ແຕ່ໄດ້ເຫັນຮູບທີ່ບໍ່ໜ້າປາຖະໜາຢ່າງດຽວ ບໍ່ເຫັນຮູບທີ່ໜ້າປາຖະໜາເລີຍ, ເຫັນຮູບທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ເຫັນຮູບທີ່ໜ້າຮັກໃຄ່ເລີຍ, ເຫັນຮູບທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ເຫັນຮູບທີ່ໜ້າພໍໃຈເລີຍ;

ໃນນະຣົກນັ້ນບຸກຄົນໄດ້ຟັງສຽງຢ່າງໃດຢ່າງໜຶ່ງ ໄດ້ດ້ວຍໂສຕະ (ຫູ)...

ໃນນະຣົກນັ້ນບຸກຄົນໄດ້ດົມກິ່ນຢ່າງໃດຢ່າງໜຶ່ງ ໄດ້ດ້ວຍຄານະ (ດັງ)...

ໃນນະຣົກນັ້ນບຸກຄົນໄດ້ຊີມຣົສຢ່າງໃດຢ່າງໜຶ່ງ ໄດ້ດ້ວຍຊິວຫາ (ລີ້ນ)...

ໃນນະຣົກນັ້ນບຸກຄົນຍັງຖືກຕ້ອງໂຜຕຖັພພະ ຢ່າງໃດຢ່າງໜຶ່ງ ໄດ້ດ້ວຍກາຍ...

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ໃນນະຣົກນັ້ນ ບຸກຄົນຍັງຮູ້ສຶຶກທັມມະຣົມ ຢ່າງໃດຢ່າງໜຶ່ງໄດ້ດ້ວຍໃຈ ແຕ່ໄດ້ຮູ້ສຶຶກທັມມະຣົມ ທີ່ບໍ່ໜ້າປາຖະໜາຢ່າງດຽວ ບໍ່ຮູ້ສຶຶກທັມມະຣົມ ທີ່ໜ້າປາຖະໜາເລີຍ, ຮູ້ສຶຶກທັມມະຣົມ ທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ຮູ້ສຶຶກທັມມະຣົມ ທີ່ໜ້າຮັກໃຄ່ເລີຍ, ຮູ້ສຶຶກທັມມະຣົມ ທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ຮູ້ສຶຶກທັມມະຣົມ ທີ່ໜ້າພໍໃຈເລີຍ.

ເມື່ອພຣະຜູ້ມີພຣະພາກເຈົ້າຕຣັດເຊັ່ນນີ້ແລ້ວ ພິກຂຸອົງຄ໌ໜຶ່ງໄດ້ທູນຖາມ ພຣະຜູ້ມີພຣະພາກເຈົ້າວ່າ :

"ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນນັ້ນໃຫຍ່ຫລວງໜໍ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນນັ້ນໃຫຍ່ຫລວງແທ້ໜໍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມີຢູ່ບໍຂະນ້ອຍ ຄວາມຮ້ອນອື່ນທີ່ໃຫຍ່ຫລວງກວ່າ ເປັນຕາຢ້ານກວ່າ ກວ່າຄວາມຮ້ອນນີ້."

ພ. ພິກຂຸທັງຫລາຍ ! ມີຢູ່ ຄວາມຮ້ອນອື່ນ ທີ່ໃຫຍ່ຫລວງກວ່າ ເປັນຕາຢ້ານກວ່າ ກວ່າຄວາມຮ້ອນນີ້.

"ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນອື່ນ ທີ່ໃຫຍ່ຫລວງກວ່າ ເປັນຕາຢ້ານກ່ວາ ກ່ວາຄວາມຮ້ອນນີ້ ເປັນແນວໃດໜໍ ? "

ພ. ພິກຂຸທັງຫລາຍ ! ກໍສະມະນະ ຫລືພຣາມເຫລົ່າໃດເຫລົ່າໜຶ່ງ ຍ່ອມບໍ່ຮູ້ແຈ່ມແຈ້ງຕາມຄວາມເປັນຈິງ

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ວ່າ "ທຸກຂ໌ ເປັນເຊັ່ນນີ້ໆ"

ວ່າ "ເຫຕໃຫ້ເກີດແຫ່ງທຸກຂ໌ ເປັນເຊັ່ນນີ້ໆ"

ວ່າ "ຄວາມດັບບໍ່ເຫລືອແຫ່ງທຸກຂ໌ ເປັນເຊັ່ນນີ້ໆ"

ວ່າ "ຂໍ້ປປະຕິບັດເຄື່ອງເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫລືອແຫ່ງທຸກຂ໌ ເປັນເຊັ່ນນີ້ໆ" :

ສະມະນະພຣາມເຫລົ່ານັ້ນ ຍ່ອມຍິນດີຍິ່ງໃນສັງຂາຣທັງຫຼາຍ ອັນເປັນໄປພ້ອມເພື່ອຊາຕ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂ໌ໂທມະນັສສະອຸປາຍະສະທັງຫລາຍ;

ສະມະນະພຣາມເຫລົ່ານັ້ນ ຄັນຍິນດີຍິ່ງໃນສັງຂາຣທັງຫລາຍເຊັ່ນນັ້ນແລ້ວ ຍ່ອມປຸງແຕ່ງຊຶ່ງສັງຂາຣທັງຫລາຍອັນເປັນໄປພ້ອມເພື່ອຊາຕ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂ໌ໂທມະນັສສະອຸປາຍະສະທັງຫລາຍ;

ສະມະນະພຣາມເຫລົ່ານັ້ນ ຄັນປຸງແຕ່ງຊຶ່ງສັງຂາຣທັງຫລາຍເຊັ່ນນັ້ນແລ້ວ, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງຊາຕ (ຄວາມເກີດ) ແດ່, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງຊະຣາແດ່, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງມະຣະນະແດ່, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງ ໂສກະປະຣິເທວະ ທຸກຂ໌ໂທມະນັສສະອຸປາຍະສະ ແດ່ :

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ເຮົາກ່າວວ່າ "ສະມະນະພຣາມເຫລົ່ານັ້ນ ຍ່ອມບໍ່ພົ້ນຈາກຊາຕ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂ໌ໂທມະນັສສະອຸປາຍະສະທັງຫລາຍ ຄືບໍ່ພົ້ນຈາກທຸກຂ໌" ດັ່ງນີ້.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພາກທີ ໓

ເຫດແຫ່ງຄວາມເສື່ອມ

ບົດທີ ໓໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ