ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ອະບາຍຍະມຸກ ໖ (ທາງເສື່ອມແຫ່ງຊັບ ໖ ທາງ)
ສະບັບຫລວງ ໑໑/໑໙໖-໑໙໘/໑໗໘-໑໘໔
ຄະຫະບໍດີບຸຕ ! ອະຣິຍະສາວົກບໍ່ເສບທາງເສື່ອມແຫ່ງໂພຄະຊັບ ໖ ທາງ (ອະບາຍຍະມຸກ ໖) ຄື :-
໑. ການປະກອບເນື່ອງໆ ຊຶ່ງການດື່ມນໍ້າເມົາ ຄື ສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນທາງເສື່ອມແຫ່ງໂພຄະຊັບ.
໒. ການປະກອບເນື່ອງໆ ຊຶ່ງການທ່ຽວໄປຕາມຮ່ອມຊອຍຕ່າງໃນເວລາວິກາລ ກາງຄືນ ເປັນທາງເສື່ອມແຫ່ງໂພຄະຊັບ.
໓. ການທ່ຽວໄປໃນທີ່ຊຸມນຸມແຫ່ງຄວາມເມົາ (ສະມັຊຊາພິຈະຣະນະ) ເປັນທາງເສື່ອມແຫ່ງໂພຄະຊັບ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
໔. ການປະກອບເນື່ອງໆ ຊຶ່ງການຫລິ້ນການພະນັນ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນທາງເສື່ອມແຫ່ງໂພຄະຊັບ.
໕. ການປະກອບເນື່ອງໆ ຊຶ່ງການຄົບຄົນຊົ່ວເປັນມິຕ ເປັນທາງເສື່ອມແຫ່ງໂພຄະຊັບ.
໖. ການປະກອບເນື່ອງໆ ຊຶ່ງຄວາມກຽດຄ້ານ ເປັນທາງເສື່ອມແຫ່ງໂພຄະຊັບ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ໂທດຂອງອະບາຍຍະມຸກແຕ່ລະຂໍ້
ໂທດຂອງການດື່ມນໍ້າເມົາ ໖ ປະການ
ຄະຫະບໍດີບຸຕ ! ໂທດໃນການປະກອບເນື່ອງໆ ຊຶ່ງການດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດມີ ໖ ປະການຄື :-
໑. ຄວາມເສື່ອມຊັບອັນຜູ້ດື່ມເຫັນໄດ້ເອງ
໒. ເປັນເຫດໃຫ້ຜິດຖຽງກັນ
໓. ເປັນບໍ່ເກີດແຫ່ງໂຣຄາພະຍາດ
໔. ເປັນເຫດໃຫ້ເສຍຊື່ສຽງ
໕. ເປັນເຫດໃຫ້ບໍ່ຮູ້ຈັກມີຄວາມລະອາຍ
໖. ເປັນເຫດບັ່ນທອນກໍາລັງສະຕິປັນຍາ
ຄະຫະບໍດີບຸຕ ! ເຫລົ່ານີ້ແລ ຄື ໂທດ ໖ ປະການ ໃນການປະກອບເນື່ອງໆ ຊຶ່ງການດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ໂທດຂອງການທ່ຽວໄປຕາມຮ່ອມຊອຍຕ່າງໆ
ໃນເວລາວິກາລ ໖ ປະການ
ຄະຫະບໍດີບຸຕ ! ໂທດໃນການປະກອບເນື່ອງໆ ຊຶ່ງການທ່ຽວໄປຕາມຮ່ອມຊອຍຕ່າງໆ ໃນເວລາວິກາລ ກາງຄືນ ມີ ໖ ປະການຄື :-
໑. ຜູ້ນັ້ນຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາໂຕ
໒. ຜູ້ນັ້ນຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາບຸຕພັນຣະຍາ
໓. ຜູ້ນັ້ນຊື່ວ່າບໍ່ຄຸ້ມຄອງ ບໍ່ຮັກສາຊັບສົມບັຕ
໔. ຜູ້ນັ້ນຊື່ວ່າ ເປັນທີ່ລະແວງສົງໄສຂອງຜູ້ອື່ນ
໕. ຄໍາເວົ້າທີ່ບໍ່ແມ່ນຄວາມຈິງ ຍ່ອມປາກົດແກ່ຜູ້ນັ້ນ ໃນ
ບ່ອນນັ້ນໆ
໖. ເຫດແຫ່ງຄວາມທຸກຢ່າງຫລວງຫລາຍ ຍ່ອມແວດ
ລ້ອມຜູ້ນັ້ນ
ຄະຫະບໍດີບຸຕ ! ເຫລົ່ານີ້ແລ ຄື ໂທດ ໖ ປະການ ໃນການປະກອບເນື່ອງໆ ຊຶ່ງການທ່ຽວໄປຕາມຮ່ອມຊອຍຕ່າງໆໃນເວລາວິກາລ ກາງຄືນ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ໂທດໃນການທ່ຽວໄປໃນບ່ອນຊຸມນຸມ
ແຫ່ງຄວາມເມົາ ໖ ປະການ
ຄະຫະບໍດີບຸຕ ! ໂທດໃນການທ່ຽວໄປ ໃນທີ່ຊຸມນຸມແຫ່ງຄວາມເມົາມີ ໖ ປະການຄື :-
໑. ລໍາຢູ່ໃສ ໄປບ່ອນນັ້ນ
໒. ຂັບຮ້ອງຢູ່ໃສ ໄປບ່ອນນັ້ນ
໓. ຄົບງັນຢູ່ໃສ ໄປບ່ອນນັ້ນ (ການບັນເລງດົນຕຣີ ເພື່ອເປັນ
ສັນຍານໃນພິທີບາງຢ່າງເຊັ່ນ : ການບູຊາ, ການຍົກຍ້ອງເປັນຕົ້ນ)
໔. ເສພາຢູ່ໃສ ໄປບ່ອນນັ້ນ (ສະຖານທີ່ທີ່ໃຊ້ປີ່ບັນເລງແລ້ວ
ມີໂຕລະຄອນມາຂັບ, ລໍາ ໄປເປັນຈັງຫວະ)
໕. ເພັງມີຢູ່ໃສ ໄປບ່ອນນັ້ນ
໖. ມ່ວນຊື່ນຢູ່ໃສ ໄປບ່ອນນັ້ນ (ສະຖານທີ່ທີ່ມີກອງຍາວບັນເລງ)
ຄະຫະບໍດີບຸຕ ! ເຫລົ່ານີ້ແລ ຄື ໂທສ ໖ ປະການ ໃນການທ່ຽວໄປ ໃນທີ່ຊຸມນຸມແຫ່ງຄວາມເມົາ
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ໂທດຂອງການຫລິ້ນການພະນັນ ໖ ປະການ
ຄະຫະບໍດີບຸຕ ! ໂທດໃນການປະກອບເນື່ອງໆ ຊຶ່ງການຫລິ້ນການພະນັນ ອັນເປັນທີ່ຕັ້ງຂອງຄວາມປະມາດ ມີ ໖ ປະການຄື :-
໑. ຜູ້ຊະນະຍ່ອມກໍ່ເວຣ
໒. ຜູ້ຜ່າຍແພ້ຍ່ອມເສຍດາຍຊັບ
໓. ຍ່ອມເສື່ອມເສຍຊັບໃນປັດຈຸບັນ
໔. ຄໍາເວົ້າຂອງຄົນຫລິ້ນການພະນັນ ຈະໄປເວົ້າໃນທີ່
ຊຸມນຸມໃດໆກໍຟັງບໍ່ຂຶ້ນ
໕. ຖືກມິຕສະຫາຍ ດູຖູກໝິ່ນປະມາດ
໖. ບໍ່ມີໃຜປະສົງຈະແຕ່ງງານດ້ວຍ ເພາະເຫັນວ່າຊາຍ
ນັກເລງຫລິ້ນການພະນັນ ບໍ່ສາມາດລ້ຽງພັນລະຍາໄດ້.
ຄະຫະບໍດີບຸຕ ! ເຫລົ່ານີ້ແລ ຄື ໂທດ ໖ ປະການ ໃນການປະກອບເນື່ອງໆຊຶ່ງການຫລິ້ນການພະນັນ ອັນເປັນທີ່ຕັ້ງຂອງຄວາມປະມາດ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ໂທດຂອງການຄົບຄົນຊົ່ວເປັນມິຕ ໖ ປະການ
ຄະຫະບໍດີບຸຕ ! ໂທດໃນການປະກອບເນື່ອງໆ ຊຶ່ງການຄົບຄົນຊົ່ວເປັນມິຕມີ ໖ ປະການຄື :-








