ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

໒. ຄົນຜູ້ບຽດບຽນສັຕທີ່ເກີດຄັ້ງດຽວ ຫລືເກີດສອງຄັ້ງກໍຕາມ ບໍ່ມີຄວາມເອັນດູໃນສັຕ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໓. ຄົນຜູ້ບຽດບຽນ ທ່ຽວປຸ້ນ ມີຊື່ສຽງເລື່ອງຂ້າຟັນຊາວບ້ານ ແລະຊາວເມືອງ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໔. ຄົນລັບຊັບທີ່ຜູ້ອື່ນຫວງແຫນ ບໍ່ອະນຸຍາດໃຫ້ ໃນບ້ານຫລືໃນປ່າກໍຕາມ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໕. ຄົນທີ່ກູ້ໜີ້ມາໃຊ້ແລ້ວກ່າວວ່າ ເຮົາບໍ່ໄດ້ເປັນໜີ້ທ່ານ ໜີໄປເສຍ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໖. ຄົນຂ້າຄົນເດີນທາງ ຍາດເອົາສິ່ງຂອງ ເພາະຢາກໄດ້ສິ່ງຂອງ ຈົ່ງຮູ້ວ່າເປັນຄົນຖ່ອຍ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

໗. ຄົນຖືກເຂົາຖາມເປັນພະຍານ ແລ້ວກ່າວຄໍາຂີ້ຕົວະ ເພາະເຫດແຫ່ງຕົນກໍດີ ເພາະເຫດແຫ່ງຜູ້ອື່ນກໍດີ ເພາະເຫດແຫ່ງຊັບກໍດີ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໘. ຄົນຜູ້ປະພຶດລ່ວງເກີນ ໃນພັນຣະຍາຂອງຍາຕກໍຕາມ ຂອງໝູ່ເພື່ອນກໍຕາມ ດ້ວຍຂົ່ມຂືນຫລືດ້ວຍການຮ່ວມຮັກກັນ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໙. ຄົນຜູ້ມີຄວາມສາມາດຢູ່ ແຕ່ບໍ່ລ້ຽງມານດາຫລືບິດາ ຜູ້ແກ່ຊະຣາ ຜ່ານໄວໜຸ່ມສາວໄປແລ້ວ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໐. ຄົນຜູ້ທຸບຕີ ດ່າວ່າມານດາບິດາ ອ້າຍ ເອື້ອຍ ພໍ່ຕູ້ ແມ່ຕູ້ ແມ່ຜົວຫລືພໍ່ຜົວ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໑. ຄົນຜູ້ຖາມເຖິງປະໂຫຍດ ບອກສິ່ງທີ່ບໍ່ເປັນປະໂຫຍດ ເວົ້າປົກປິດຊຶ່ງປະໂຫຍດນັ້ນເສຍ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໒. ຄົນເຮັດກັມຊົ່ວແລ້ວ ປາຖະໜາວ່າໃຜຜູ້ໃດຢ່າສູ່ຮູ້ເຮົາ ປົກປິດໄວ້ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໓. ຄົນຜູ້ໄປສູ່ຕະກູນອື່ນແລ້ວ ແລະ ບໍຣິໂພກໂພຊະນະທີ່ສະອາດ ຍ່ອມບໍ່ຕອບແທ່ນເຂົາ ຜູ້ມາສູ່ຕະກູນຂອງຕົນ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໔. ຄົນຜູ້ຫຼອກສະມະນະ ພຣາມ ຫຼືແມ່ນແຕ່ວະນິພົກ ຄົນຂໍທານອື່ນໃດດ້ວຍມຸສາວາດ ຈົ່ງຮູ້ວ່າເປັນຄົນຖ່ອຍ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

໑໕. ເມືື່ອເວລາບໍຣິໂພກອາຫານ ຄົນຜູ້ດ່າສະມະນະຫລືພຣາມ ແລະ ບໍ່ໄດ້ໃຫ້ໂພຊະນະ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໖. ຄົນໃນໂລກນີ້ ຜູ້ອັນໂມຫະຄອບງໍາແລ້ວ ປາຖນາຂອງພຽງເລັກນ້ອຍ ເວົ້າອວດສິ່ງທີ່ບໍ່ມີ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໗. ຄົນຊົ່ວຊາມ ຍົກຕົນແລະດູ່ໝິ່ນຜູ້ອື່ນ ດ້ວຍມານະຂອງຕົນ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໘. ຄົນໂກດ ຄຽດງ່າຍ ແຂງກະດ້າງ ມີຄວາມປາຖະໜາລາມົກ ມີຄວາມຂີ້ຖີ່ ໂອ້ອວດ ບໍ່ລະອາຍ ບໍ່ສະດຸ້ງຢ້ານກົວຕໍ່ຄວາມຊົ່ວ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໑໙. ຄົນຕິຕຽນພຣະພຸດທະເຈົ້າ ຫລືຕິຕຽນບັນພະຊິຕ ຫຼືຄະຣືຫັດສາວົກຂອງພຣະພຸດທະເຈົ້າ ຈົ່ງຮູ້ວ່າເປັນຄົນຖ່ອຍ.

໒໐. ຜູ້ໃດແລ ບໍ່ເປັນພຣະອະຣະຫັນຕ໌ ແຕ່ປະຕິຍານວ່າເປັນພຣະອະຣະຫັນຕ໌ ຜູ້ນັ້ນແລເປັນຄົນຖ່ອຍຕໍ່າຊ້າ ເປັນໂຈຣ ໃນໂລກ ພ້ອມທັງພຣົມມະໂລກ ຄົນເຫລົ່າໃດທີ່ເຮົາປະກາດແລ້ວແກ່ທ່ານ ຄົນເຫລົ່ານັ້ນໆແລ ເຮົາກ່າວວ່າເປັນຄົນຖ່ອຍ.

ບຸກຄົນບໍ່ເປັນຄົນຖ່ອຍເພາະຊາຕ ບໍ່ເປັນພຣາມເພາະຊາຕ ແຕ່ເປັນຄົນຖ່ອຍເພາະກັມ ເປັນພຣາມເພາະກັມ ທ່ານຈົ່ງຮູ້ຂໍ້ນັ້ນ ຕາມທີ່ເຮົາສະແດງນີ້ ບຸຕຂອງຄົນຈັນທານ ລ້ຽງຕົນເອງໄດ້ ປາກົດຊື່ຕັງມາຄະ ເປັນຄົນທີ່ກິນຂອງທີ່ຕົນໃຫ້ສຸກເອງ

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ເຂົາໄດ້ຍົດຢ່າງສູງທີ່ໄດ້ແສນຍາກ ກະສັດແລະພຣາມເປັນຈຳນວນຫລາຍ ໄດ້ມາສູ່ທີ່ບຳລຸງຂອງເຂົາ ເຂົາຂຶ້ນຍານອັນປະເສີດ ໄປສູ່ຫົນທາງໃຫຍ່ອັນບໍ່ມີຝຸ່ນ ເຂົາຄາຍກາມຣາຄະເສຍໄດ້ແລ້ວ ເປັນຜູ້ເຂົ້າເຖິງພຣົມມະໂລກ ຊາຕບໍ່ໄດ້ຫ້າມເຂົາໃຫ້ເຂົ້າເຖິງພຣົມມະໂລກ ພຣາມຜູ້ເກີດໃນຕະກູນສາທະຍາຍມົນຕ໌ ເປັນພວກສູດມົນຕ໌ ແຕ່ພວກເຂົາປາກົດໃນບາບກັມຢູ່ເນື່ອງໆ ຍ່ອມຖືກຕິຕຽນໃນປັດຈຸບັນນັ້ນແທ້ແລ ແລະພົບໜ້າກໍເປັນທຸຄະຕິ ຊາຕຫ້າມກັ້ນພວກເຂົາຈາກທຸຄະຕິ ຫລືຈາກການຕິຕຽນບໍ່ໄດ້ ບຸກຄົນບໍ່ເປັນຄົນຖ່ອຍເພາະຊາຕ ບໍ່ເປັນພຣາມເພາະຊາຕ ແຕ່ເປັນຄົນຖ່ອຍເພາະກັມ ເປັນພຣາມເພາະກັມ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ