ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

(໕) ຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ເບື້ອງໜ້າແຕ່ການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ນີ້ເປັນອານິສົງຂໍ້ທີ່ຫ້າ ແຫ່ງສີລສົມບັຕຂອງຄົນມີສີລ.

ຄະຫະບໍດີທັງຫລາຍ ! ເຫລົ່ານີ້ແລ ຄື ອານິສົງແຫ່ງສີລສົມບັຕ ຂອງຄົນມີສີລ ໕ ປະການ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໓໐

ສຸຄະຕິຂອງຄົນມີສີລ

ສະບັບຫລວງ ໒໔/໓໑໑/໑໙໓

ພິກຂຸທັງຫລາຍ ! ສັດທັງຫລາຍ ເປັນຜູ້ມີກັມເປັນ ຂອງໆຕົນ ເປັນທາຍາດແຫ່ງກັມ ມີກັມເປັນກຳເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈະເປັນຜູ້ຮັບຜົນແຫ່ງກັມນັ້ນ.

ພິກຂຸທັງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ :-

ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສາຕຣາເສຍແລ້ວ ມີຄວາມລະອາຍ ເຖິງຄວາມອິດູກາຣຸນາ ເກື້ອກູນແກ່ສັຕທັງຫລາຍຢູ່ ເຂົາບໍ່ກະເສືອກກະສົນດ້ວຍ (ກັມທາງ) ກາຍ, ບໍ່ກະເສືອກກະສົນດ້ວຍ (ກັມທາງ)ວາຈາ, ບໍ່ກະເສືອກກະສົນດ້ວຍ (ກັມທາງ) ໃຈ, ກາຢະກັມຂອງເຂົາຕົງ ວະຈີກັມຂອງເຂົາຕົງ ມະໂນກັມຂອງເຂົາຕົງ ອຸບັຕ (ການເຂົ້າເຖິງພົບ) ຂອງເຂົາຕົງ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພິກຂຸທັງຫລາຍ ! ສໍາລັບຜູ້ມີຄະຕິຕົງ ມີອຸບັຕຕົງນັ້ນເຮົາກ່າວຄະຕິຢ່າງໃດຢ່າງໜຶ່ງ ໃນບັນດາຄະຕິ ຢ່າງແກ່ເຂົ້າເຫລົ່ານັ້ນ ຄື ເຫລົ່າສັຕຜູ້ມີສຸຂໂດຍສ່ວນດຽວ ຫລື ວ່າຕະກູນອັນສູງຄື ຕະກູນຂັຕຕິຍະມະຫາສານ ຕະກູນພຣາມມະຫາສານ ຫລື ຕະກູນຄະຫະບໍດີມະຫາສານ ອັນອຸດົມຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ມີຄໍາແລະເງິນຫລາຍ ມີອຸປະກອນແຫ່ງຊັບຫລາຍ.

ພິກຂຸທັງຫລາຍ ! ພູຕະສັຕຍ່ອມມີດ້ວຍອາການຢ່າງນີ້ ຄື ອຸບັຕຍ່ອມມີແກ່ພູຕະສັຕ ຄື ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັຕດ້ວຍກັມນັ້ນ ຜັສສະທັງຫລາຍຍ່ອມຖືກຕ້ອງພູຕະສັຕນັ້ນຜູ້ອຸບັຕແລ້ວ.

ພິກຂຸທັງຫລາຍ ! ເຮົາກ່າວວ່າສັຕທັງຫລາຍເປັນທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.

(ໃນກໍຣະນີຜູ້ບໍ່ເຮັດອະທິນນາທານ ບໍ່ເຮັດກາເມສຸມິຈສາຈາຣ ກໍໄດ້ຕຣັດໄວ້ໃນເນື້ອຄວາມແນວດ້ວຍກັນກັບໃນກໍຣະນີຂອງຜູ້ບໍ່ເຮັດປານາຕິບາຕ ດັ່ງກ່າວມາແລ້ວເບື້ອງເທິງທຸກປະການ ແລະຍັງໄດ້ຕຣັດກາຍໄປເຖິງ ວະຈີສຸຈະຣິຕສີ່ ມະໂນສຸຈະຣິຕສາມ ດ້ວຍຂໍ້ຄວາມແນວດຽວກັນອີກດ້ວຍ)

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໓໑

ຄຸນສົມບັດຂອງຄົນຖ່ອຍ

ສະບັບຫລວງ ໒໔/໒໖໙/໓໐໕

ສະໄໝໜຶ່ງ ພຣະຜູ້ມີພຣະພາກ ປະທັບຢູ່ທີ່ພະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນທິກະເສດຖີ ຄັ້ງນັ້ນແລເປັນເວລາເຊົ້າ ພຣະຜູ້ມີພຣະພາກຊົງນຸ່ງອັນຕະຣະວາສົກແລ້ວ (ຜ້າສະບົງ) ຊົງຖືບາຕແລະຈີວອນ ສະເດັດເຂົ້າໄປບິນທະບາຕ ໃນພຣະນະຄອນສາວັຕຖີ ກໍສະໄໝນັ້ນແລ ອັກຄິກະພາຣະທະວາຊະພຣາມ ກໍ່ໄຟແລ້ວ ຕົກແຕ່ງ ຂອງທີ່ຄວນບູຊາ ຢູ່ໃນທີ່ຢູ່ຂອງຕົນ ລໍາດັບນັ້ນແລ ພຣະຜູ້ມີພຣະພາກ ສະເດັດທ່ຽວບິນທະບາຕຕາມລຳດັບ ຕາມຮ່ອມຊອຍຕ່າງໆໃນພະນະຄອນສາວັຕຖີ ສະເດັດເຂົ້າໄປສູ່ບ່ອນຢູ່ຂອງ ອັກຄິກະພາຣະທະວາຊະພຣາມ, ອັກຄິກະພາຣະທະວາຊະພຣາມ ໄດ້ແນມເຫັນພຣະຜູ້ມີພຣະພາກ ສະເດັດມາຕັ້ງແຕ່ໄກ ຄັ້ນແລ້ວໄດ້ກ່າວກັບພຣະຜູ້ມີພຣະພາກວ່າ : ຢຸດຢູ່ບ່ອນນັ້ນແຫລະຄົນຫົວໂລ້ນ ຢຸດຢູ່ບ່ອນນັ້ນແຫລະສະມະນະ ຢຸດຢູ່ບ່ອນນັ້ນແຫລະຄົນຖ່ອຍ.

ເມື່ອອັກຄິກະພາຣະທະວາຊະພຣາມ ໄດ້ກ່າວດັ່ງນີ້ແລ້ວ ພຣະຜູ້ມີພຣະພາກໄດ້ຕຣັດຖາມວ່າ :

ດູຣາພຣາມ ! ກໍທ່ານຮູ້ຈັກຄົນຖ່ອຍ ຫລືທັມເປັນເຄື່ອງກະທໍາໃຫ້ເປັນຄົນຖ່ອຍບໍ ?

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ອ. ທ່ານພຣະໂຄດົມ ຂ້າພະເຈົ້າບໍ່ຮູ້ຈັກຄົນຖ່ອຍ ຫລືທັມເປັນເຄື່ອງເຮັດໃຫ້ເປັນຄົນຖ່ອຍ ດີລະ ຂໍທ່ານພຣະໂຄດົມ ຈົ່ງສະແດງທັມຕາມທີ່ຂ້າພະເຈົ້າ ຈະຍ່ອມຮູ້ຈັກຄົນຖ່ອຍ ຫລືທັມເປັນເຄື່ອງເຮັດໃຫ້ເປັນຄົນຖ່ອຍເຖີ້ນ.

ພ. ດູຣາພຣາມ ! ຖ້າເຊັ່ນນັ້ນທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ : ອັກຄິກະພາຣະທະວາຊະພຣາມ ຮັບກັບພຣະຜູ້ມີພຣະພາກ ພຣະຜູ້ມີພຣະພາກ ໄດ້ຕຣັດຄາຖາປະພັນນີ້ ວ່າ:

໑. ຄົນມັກໂກດ ຜູກໂກດ ລົບລູ່ແບບບໍ່ດີ ມີທິຕຖິວິບັຕ ແລະມີມາຍາ ຈົ່ງຮູ້ວ່າເປັນຄົນຖ່ອຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ