ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
(໓) ລະການກ່າວຄໍາຫຍາບ ເວັ້ນຂາດຈາການກ່າວຄໍາຫຍາບ ກ່າວແຕ່ວາຈາທີ່ບໍ່ມີໂທດ ເປັນວາຈາທີ່ມ່ວນຫູ ເຮັດໃຫ້ຜູ້ຟັງເກີດຄວາມຮັກ ເປັນຄໍາສຸພາບ ທີ່ຊາວເມືອງເຂົາມັກໃຊ້ກັນ ເປັນຄໍາທີ່ໜ້າຮັກໜ້າພໍໃຈຂອງມະຫາຊົນ ກ່າວແຕ່ວາຈາເຊັ່ນນັ້ນຢູ່.
(໔) ລະຄໍາເວົ້າໂລເລບໍ່ມີເຫດຜົນ ເວັ້ນຂາດຈາກການເວົ້າໂລເລ ກ່າວແຕ່ໃນເວລາອັນສົມຄວນ ກ່າວແຕ່ຄໍາຈິງ ເປັນປະໂຫຍດ ເປັນທັມ ເປັນວິນັຍ ເປັນສິ່ງທີ່ມີທີ່ຕັ້ງອາໄສ ມີຫລັກຖານທີ່ອ້າງອີງ ມີເວລາຈົບ ປະກອບດ້ວຍປະໂຫຍດ ສົມຄວນແກ່ເວລາ
ຈຸນທະ ! ເຫລົ່ານີ້ແລ ເປັນຄວາມສະອາດທາງວາຈາ ໔ ຢ່າງ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ຈຸນທະ ! ຄວາມສະອາດທາງໃຈ ມີ ໓ ຢ່າງນັ້ນ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນໂລກນີ້ :-
(໑) ເປັນຜູ້ບໍ່ອັ່ງໄປດ້ວຍອະພິຊຊາ (ຄວາມໂລບເພັ່ງເລັງ) ຄືເປັນຜູ້ບໍ່ໂລບເພັ່ງເລັງວັຕຖຸອຸປະກອນ ແຫ່ງຊັບຂອງຜູ້ອື່ນວ່າ ສິ່ງໃດເປັນຂອງຜູ້ອື່ນ ສິ່ງນັ້ນຈົ່ງເປັນຂອງເຮົາ ດັ່ງນີ້.
(໒) ເປັນຜູ້ບໍ່ມີຈິຕພະຍາບາດ ມີຄວາມດໍາຣິໃນໃຈໄປໃນທາງບໍ່ປອງຮ້າຍວ່າ ສັຕທັງຫລາຍເຫລົ່ານີ້ ຈົ່ງເປັນຜູ້ບໍ່ມີເວຣ ບໍ່ມີຄວາມບຽດບຽນ ບໍ່ມີທຸກຂ໌ ມີສຸຂ ບໍຣິຫານຕົນຢູ່ເຖີ້ນ ດັ່ງນີ້ເປັນຕົ້ນ.
(໓) ເປັນຜູ້ມີຄວາມເຫັນຖືກຕ້ອງ ມີທັດສະນະບໍ່ວິປະຣິຕ ວ່າ ທານທີ່ໃຫ້ແລ້ວມີຜົນ, ຍັນທີ່ບູຊາແລ້ວມີຜົນ, ການບູຊາທີ່ບູຊາແລ້ວມີຜົນ, ຜົນວິບາກແຫ່ງກັມ ທີ່ສັຕເຮັດດີເຮັດຊົ່ວມີ, ໂລກນີ້ມີ, ໂລກອື່ນມີ, ມານດາມີ, ບິດາມີ, ໂອປະປາຕິກະສັຕມີ, ສະມະນະພຣາມຜູ້ດໍາໄປຊອບ ປະຕິບັຕໂດຍຊອບ ຈົນວ່າເຮັດໃຫ້ແຈ້ງໂລກນີ້ແລະໂລກອື່ນດ້ວຍປັນຍາໂດຍຊອບເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້ ກໍມີ ດັ່ງນີ້.
ຈຸນທະ ! ເຫລົ່ານີ້ແລ ເປັນຄວາມສະອາດທາງໃຈ ໓ ຢ່າງ.
ຈຸນທະ ! ເຫລົ່ານີແລ ເອີ້ນວ່າ ກຸສົລກັມມະບົດສິບ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ຈຸນທະ ! ອັນໜຶ່ງ ເພາະມີການປະກອບດ້ວຍ ກຸສົລກັມມະບົດທັງສິບປະການເຫຼົ່ານິີ້ເປັນເຫດ ພວກເທບຈຶ່ງປາກົດ ພວກມະນຸດຈຶ່ງປາກົດ ຫລືວ່າສຸຄະຕິໃດໆ ແມ່ນວ່າຢ່າງອື່ນອີກຍ່ອມມີ.
ພິກຂຸທັງຫລາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໑໐ ປະການເຫລົ່ານີ້ແລ ຍ່ອມເປັນເໝືອນບຸກຄົນ ຜູ້ຖືກນໍາໂຕໄປເກັບໄວ້ເທິງສະຫວັນ.
(ສູຕອື່ນໆ ແທນທີ່ຈະນັບຈໍານວນກັມມະບົດມີ ໑໐ ໄດ້ຊົງຂະຫຍາຍອອກໄປເປັນ ໒໐ ຄືເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດອີກສິບ ແລະຊົງຂະຫຍາຍອອກໄປເປັນ ໓໐ ຄືເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ ແລະຊົງຂະຫຍາຍອອກໄປເປັນ ໔໐ ຄື ເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ ສັນລະເສິນຜູ້ອື່ນເຮັດສິບ; ຈຶ່ງມີກັມມະບົດ ສິບ ຊາວ ສາມສິບ ສີ່ສິບ ສະບັບຫລວງ ໒໔/໓໓໒-໓໕໒/໑໙໘-໒.
ໃນສູຕອື່ນ ສະແດງຜົນແຫ່ງການເຮັດ ແບ່ງອອກໄປ ຈາກຄໍາວ່າເໝືອນຖືກນໍາໄປເກັບໄວ້ເທິງສະຫວັນນັ້ນ ຊົງສະແດງຄຳວ່າ ເປັນຜູ້ບໍ່ຂຸດຮາກຕົນເອງກໍມີ, ຕາຍແລ້ວໄປສຸຄະຕິກໍມີ, ເປັນບັນດິຕກໍມີ ສະບັບຫລວງ ໒໔/໓໓໒-໓໓໓/໒໐໒-໒໐໓)
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໒໙
ອານິສົງແຫ່ງສີລສົມບັຕຂອງຄົນມີສີລ
ສະບັບຫລວງ ໑໐/໑໐໒/໘໐
ຄະຫະບໍດີທັງຫລາຍ ! ອານິສົງແຫ່ງສີລສົມບັຕ (ຄວາມເຖິງພ້ອມດ້ວຍສີລ) ຂອງຄົນມີສີລ ໕ ປະການເຫລົ່ານີ້ ໕ ປະການຄື : ຄະຫະບໍດີທັງຫລາຍ !
(໑) ຄົນມີສີລ ເຖິງພ້ອມດ້ວຍສີລ ຍ່ອມມີໂພຄະຊັບຢ່າງຫລວງຫລາຍ ຊຶ່ງມີຄວາມບໍ່ປະມາດເປັນເຫດ ນີ້ເປັນອານິສົງຂໍ້ທີໜຶ່ງ ແຫ່ງສີລສົມບັຕຂອງຄົນມີສີລ.
(໒) ກຽດຕິສັບອັນດີງາມຂອງຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ຍ່ອມແຜ່ກະຈາຍໄປ ນີ້ເປັນອານິສົງຂໍ້ທີສອງ ແຫ່ງສີລສົມບັຕຂອງຄົນມີສີລ.
(໓) ຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ຈະເຂົ້າໄປສູ່ບໍຣິສັດໃດໆ ຄື ຂັຕຕິຍະບໍຣິສັດ ພຣາມມະນະບໍຣິສັດ ຄະຫະບໍດີບໍຣິສັດ ຫລື ສະມະນະບໍຣິສັດ ຍ່ອມອົງອາດ ບໍ່ເກີ້ເຂີນ ນີ້ເປັນອານິສົງຂໍ້ທີສາມ ແຫ່ງສີລສົມບັຕຂອງຄົນມີສີລ.
(໔) ຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ຍ່ອມບໍ່ຫລົງທໍາກາລະ ນີ້ເປັນອານິສົງຂໍ້ທີສີ່ ແຫ່ງສີລສົມບັຕຂອງຄົນມີສີລ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ








