ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ວິບາກແຫ່ງປິສຸນະວາດຂອງມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອການແຕກຈາກມິຕ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ພິກຂຸທັງຫລາຍ ! ຜະຣຸສະວາດ (ຄໍາຫຍາບ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິໄສ.

ວິບາກແຫ່ງຜະຣຸສະວາດຂອງມະນຸດ ທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອການໄດ້ຟັງສຽງທີ່ບໍ່ໜ້າພໍໃຈ.

ພິກຂຸທັງຫລາຍ ! ສັມຜັປປະລາປະ (ຄໍາເວົ້າໂລເລ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິໄສ.

ວິບາກແຫ່ງສັມຜັປປະລາປະຂອງມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອວາຈາທີ່ບໍ່ມີໃຜເຊື່ອຖື.

ພິກຂຸທັງຫລາຍ ! ການດື່ມນໍ້າເມົາຄືສຸຣາແລະເມຣັຍ ທີ່ເສພທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິໄສ.

ວິບາກແຫ່ງການດື່ມນໍ້າເມົາຄືສຸຣາແລະເມຣັຍຂອງມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອເປັນບ້າ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ບົດທີ ໒໘

ເຫດໃຫ້ສຸຄະຕິປາກົດ

ສະບັບຫລວງ ໒໔/໒໘໗-໒໙໐/໑໖໕; ເຫລັ້ມ ໒໔/໓໐໖/໑໘໙

ຈຸນທະ ! ຄວາມສະອາດທາງກາຍ ມີ ໓ ຢ່າງ

ຄວາມສະອາດທາງວາຈາ ມີ ໔ ຢ່າງ

ຄວາມສະອາດທາງໃຈ ມີ ໓ ຢ່າງ.

ຈຸນທະ ! ຄວາມສະອາດທາງກາຍ ມີ ໓ ຢ່າງນັ້ນ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນໂລກນີ້ :-

(໑) ເປັນຜູ້ມີປົກກະຕິ ລະປານາຕິບາຕ (ຂ້າສັຕ) ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສາຕຣາເສຍແລ້ວ ມີຄວາມລະອາຍ ເຖິງຄວາມອິດູ ກະຣຸນາ ເກື້ອກູນແກ່ສັຕທັງຫລາຍຢູ່.

(໒) ເປັນຜູ້ມີປົກກະຕິ ລະການຖືເອົາສິ່ງຂອງ ທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້ ເວັ້ນຂາດຈາກການຖືເອົາສິ່ງຂອງ ທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້ ຄືບໍ່ຖືເອົາວັຕຖຸອຸປະກອນ ແຫ່ງຊັບຂອງບຸກຄົນອື່ນ ທີ່ຢູ່ໃນບ້ານຫລືໃນປ່າກໍຕາມ ດ້ວຍອາການຂອງຄົນຂີ້ລັກ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

(໓) ເປັນຜູ້ມີປົກກະຕິ ລະການປະພຶດຜິດໃນກາມ ເວັ້ນຂາດຈາກການປະພຶດຜິດໃນກາມ (ຄືບໍ່ປະພຶດຜິດ) ໃນຍິງຊຶ່ງມານດາຮັກສາ ບິດາຮັັກສາ ອ້າຍນ້ອງຊາຍຮັກສາ ເອື້ອຍນ້ອງຍິງຮັກສາ ຫລືຍາດຮັກສາ ອັນທັມຮັກສາ ເປັນຍິງມີສາມີ ຍິງນັກໂທດ ໂດຍທີ່ສຸດແມ່ນແຕ່ຍິງທີ່ເຂົາໝັ້ນໄວ້ ດ້ວຍການຄ້ອງພວງມາໄລ ບໍ່ເປັນຜູ້ປະພຶດຜິດຈາຮີດ ໃນຮູບແບບເຫລົ່ານັ້ນ.

ຈຸນທະ ! ເຫລົ່ານີ້ແລ ເປັນຄວາມສະອາດທາງກາຍ ໓ ຢ່າງ.

ຈຸນທະ ! ຄວາມສະອາດທາງວາຈາ ມີ ໔ ຢ່າງນັ້ນ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນໂລກນີ້ :-

(໑) ລະມຸສາວາດ ເວັ້ນຂາດຈາກມຸສາວາດ ໄປສູ່ສະພາກໍດີ ໄປສູ່ບໍຣິສັດກໍດີ ໄປສູ່ທ່າມກາງໝູ່ຍາດກໍດີ ໄປສູ່ທ່າມກາງ ສາລາປະຊາຄົມກໍດີ ໄປສູ່ທ່າມກາງຣາຊະສະກຸນກໍດີ ອັນເຂົານຳໄປເປັນພະຍານ ຖາມວ່າ ບຸຣຸດຜູ້ຈະເຣີນ ! ທ່ານຮູ້ແນວໃດ ທ່ານຈົ່ງກ່າວໄປເຊັ່ນນັ້ນ ດັ່ງນີ້ ບຸຣຸດນັ້ນ ເມື່ອບໍ່ຮູ້ກໍກ່າວບໍ່ຮູ້ ເມື່ອຮູ້ກໍກ່າວວ່າຮູ້ ເມື່ອບໍ່ເຫັນກໍກ່າວວ່າບໍ່ເຫັນ ເມື່ອເຫັນກໍກ່າວວ່າເຫັນ ເພາະເຫດຕົນເອງ ເພາະເຫດຜູ້ອື່ນ ຫລື ເພາະເຫດເຫັນແກ່ອາມິດໃດໆ ກໍເປັນຜູ້ບໍ່ກ່າວຕົວະທັງທີ່ຮູ້ຢູ່.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

(໒) ລະວາຈາສໍ່ສຽດ ເວັ້ນຂາດຈາກຄໍາສໍ່ສຽດ ຄືໄດ້ຟັງຈາກຝ່າຍນີ້ ແລ້ວບໍ່ໄປບອກຝ່າຍນັ້ນ ເພື່ອທໍາລາຍຝ່າຍນີ້ ຫລືໄດ້ຟັງຈາກຝ່າຍນັ້ນ ແລ້ວກໍບໍ່ມາບອກຝ່າຍນີ້ ເພື່ອທໍາລາຍຝ່າຍນັ້ນ ແຕ່ສະໝານຄົນທີ່ແຕກກັນແລ້ວ ໃຫ້ພ້ອມພຽງກັນ ອຸດໜຸນຄົນທີ່ພ້ອມພຽງກັນຢູ່ ໃຫ້ພ້ອມພຽງກັນຍິ່ງຂຶ້ນ ເປັນຜູ້ພໍໃຈມັກໃນຄວາມພ້ອມພຽງ ເປັນຄົນຍິນດີໃນຄວາມພ້ອມພຽງ ເປັນຄົນພໍໃຈໃນຄວາມພ້ອມພຽງ ກ່າວແຕ່ວາຈາທີ່ຈະເຮັດໃຫ້ພ້ອມພຽງກັນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ