ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ດູຣາພິກຂຸທັງຫລາຍ ! ກໍາລັງ ໘ ປະການ ມີດັ່ງນີ້ແລ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໒໖
ຄະຕິ (ບ່ອນໄປ) ຂອງຜູ້ທຸສີລ
ສະບັບຫລວງ ໒໔/໓໐໙/໑໙໓
ດູຣາພິກຂຸທັງຫລາຍ ! ເຮົາຈະສະແດງທັມປະຣິຍາຍ ອັນເປັນເຫດແຫ່ງຄວາມກະເສືອກກະສົນໄປຕາມກັມ (ຂອງໝູ່ສັຕ) ແກ່ພວກເຈົ້າ ເຈົ້າທັງຫຼາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ ທັມປະຣິຍາຍ ອັນສະແດງຄວາມກະເສືອກກະສົນໄປຕາມກັມ ເປັນແນວໃດໜໍ ?
ດູຣາພິກຂຸທັງຫລາຍ ! ສັຕທັງຫລາຍເປັນຜູ້ມີກັມເປັນຂອງໆຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ເຮັດກັມອັນໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈະເປັນຜູ້ຮັບຜົນກັມນັ້ນ.
ດູຣາພິກຂຸທັງຫລາຍ ! ຄົນບາງຄົນໃນກໍລະນິີນີ້ ເປັນຜູ້ມີປົກກະຕິ ເຮັດປານາຕິບາຕ ຫຍາບຊ້າ ມີຝ່າມືເປື້ອນດ້ວຍໂລຫິຕ ມີແຕ່ການຂ້າແລະທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິຕ ເຂົາກະເສືອກກະສົນດ້ວຍກັມທາງກາຍ, ກະເສືອກກະສົນດ້ວຍກັມທາງວາຈາ, ກະເສືອກກະສົນດ້ວຍກັມທາງໃຈ, ກາຍະກັມຂອງເຂົາຄົດ ວາຈີກັມຂອງເຂົາຄົດ ມະໂນກັມຂອງເຂົາຄົດ ຄະຕິຂອງເຂົາຄົດ ອຸບັຕ (ການເຂົາເຖິງພົບ) ຂອງເຂົາຄົດ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ດູຣາພິກຂຸທັງຫລາຍ ! ສໍາລັບຜູ້ມີຄະຕິຄົດ ມີອຸບັດຄົດນັ້ນ ເຮົາກ່າວວ່າຄະຕິຢ່າງໃດຢ່າງໜຶ່ງ ໃນບັນດາຄະຕິສອງຢ່າງແກ່ເຂົາ ຄື ເຫລົ່າສັຕນະຣົກ ຜູ້ມີທຸກຂ໌ໂດຍສ່ວນດຽວ ຫລືວ່າສັຕເດຣັດສານ ຜູ້ມີການກໍາເນີດກະເສືອກກະສົນ ໄດ້ແກ່ງູ ຂີ້ເຂັບ ແມງເຫງົາ ຈອນພອນ ແມວ ໜູ ນົກເຄົ້າ ຫລືສັຕເດຣັດສານເຫລົ່າອື່ນ ທີ່ເຫັນມະນຸດແລ້ວກະເສືອກກະສົນ
ດູຣາພິກຂຸທັງຫລາຍ ! ພູຕະສັຕ ຍ່ອມມີດ້ວຍອາການເຊັ່ນນີ້ ຄື ອຸບັຕຍ້ອມມີແກ່ພູຕະສັຕ ເຂົາເຮັດກັມໃດໄວ້ ຍ່ອມອຸບັຕດ້ວຍກັມນັ້ນ ຜັສສະທັງຫລາຍ ຍ່ອມຖືກຕ້ອງພູຕະສັຕນັ້ນຜູ້ອຸບັຕແລ້ວ
ດູຣາພິກທັງຫລາຍ ! ເຮົາກ່າວວ່າສັຕທັງຫລາຍ ເປັນທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.
(ໃນກໍລະນີນີ້ ບຸກຄົນຜູ້ເຮັດອະທິນນາທານ ກາເມສຸມິດສາຈາຣ ກໍໄດ້ຕຣັດໄວ້ ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີຂອງຜູ້ເຮັດປານາຕິບາຕ ດັ່ງກ່າວມາເບື້ອງຕົົົົົົົົົົົົົ້ນທຸກປະການ ແລະຍັງໄດ້ຕຣັດກາຍໄປເຖິງ ວາຈີທຸຈະຣິຕ ໔ ມະໂນທຸຈະຣິຕ ໓ ດ້ວຍຂໍ້ຄວາມເຊັ່ນດຽວກັນອີກດ້ວຍ)
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໒໗
ວິບາກຂອງຄົນທຸສີລ
ສະບັບຫລວງ ໒໓/໒໕໑/໑໓໐
ພິກຂຸທັງຫລາຍ ! ປານາຕິບາຕ (ຂ້າສັຕ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດເດຣັດສານ ເປັນໄປເພື່ອເປຕະວິໄສ.
ວິບາກແຫ່ງປານາຕິບາຕຂອງມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອອາຍຸສັ້ນ.
ພິກຂຸທັງຫລາຍ ! ອະທິນນາທານ (ລັກຊັບ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິໄສ.
ວິບາກແຫ່ງອະທິນນາທານຂອງມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອຄວາມເສື່ອມແຫ່ງໂພຄະ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ພິກຂຸທັງຫລາຍ ! ກາເມສຸມິຈສາຈາຣ (ປະພຶດຜິດໃນກາມ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິໄສ.
ວິບາກແຫ່ງກາເມສຸມິຈສາຈາຣຂອງມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອກໍ່ເວຣແລະສັຕຕູ.
ພິກຂຸທັງຫລາຍ ! ມຸສາວາດ (ເວົ້າຕົວະ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິໄສ.
ວິບາກແຫ່ງມຸສາວາດຂອງມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອການຖືກກ່າວຕູ່ດ້ວຍຄໍາທີ່ບໍ່ຈິງ.
ພິກຂຸທັງຫລາຍ ! ປິສຸນະວາທ (ຄໍາຍຸແຍ່ໃຫ້ແຕກກັນ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິໄສ.








