ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

(໓) ເປັນຜູ້ມີຄວາມເຫັນຜິດ ມີທັດສະນະວິປະຣິຕວ່າ ທານທີ່ໃຫ້ແລ້ວ ບໍ່ມີຜົນ, ຍັນທີ່ບູຊາແລ້ວ ບໍ່ມີຜົນ, ການບູຊາທີ່ບູຊາແລ້ວ ບໍ່ມີຜົນ, ຜົນວິບາກແຫ່ງກັມ ທີ່ສັຕເຮັດດີເຮັດຊົ່ວບໍ່ມີ, ໂລກນີ້ບໍ່ມີ, ໂລກອື່ນບໍ່ມີ, ມານດາບໍ່ມີ, ບິດາບໍ່ມີ, ໂອປະປາຕິກະສັຕບໍ່ມີ, ສະມະນະພຣາມຜູ້ດຳໄປຊອບ ປະຕິບັຕໂດຍຊອບ ຈົນວ່າເຮັດໃຫ້ແຈ້ງໂລກນີ້ແລະໂລກອື່ນ ດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້ກໍບໍ່ມີ ດັ່ງນີ້.

ຈຸນທະ ! ເຫລົ່ານີ້ແລ ເປັນຄວາມບໍ່ສະອາດທາງໃຈ ໓ ຢ່າງ.

ຈຸນທະ ! ເຫລົ່ານີແລ ເອີ້ນວ່າ ອະກຸສົລກັມມະບົດສິບ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ຈຸນທະ ! ອັນໜຶ່ງ ເພາະມີການປະກອບດ້ວຍ ອະກຸສົລກັມມະບົດ ທັງສິບປະການເຫລົ່ານິີ້ເປັນເຫດ ນະຣົກຍ່ອມປາກົດ ກໍາເນີດເດຣັດສານຍ່ອມປາກົດ ເປຕະວິສັຍຍ່ອມປະກົດ ຫລືວ່າທຸຄະຕິໃດໆ ແມ່ວ່າຢ່າງອື່ນອີກ ຍ່ອມມີ.

ພິກຂຸທັງຫລາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໑໐ ປະການເຫລົ່ານີ້ແລ ຍ່ອມເປັນເໝືອນບຸກຄົນ ຜູ້ຖືກນຳໂຕໄປເກັບໄວ້ໃນນະຣົກ.

(ສູຕອື່ນໆ ແທນທີ່ຈະນັບຈໍານວນກັມມະບົດມີ ໑໐ ໄດ້ຊົງຂະຫຍາຍອອກໄປເປັນ ໒໐ ຄືເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດອີກສິບ ແລະຊົງຂະຫຍາຍອອກໄປເປັນ ໓໐ ຄືເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ ແລະຊົງຂະຫຍາຍອອກໄປເປັນ ໔໐ ຄື ເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ ສັນລະເສິນຜູ້ອື່ນເຮັດສິບ; ຈຶ່ງມີກັມມະບົດ ສິບ ຊາວ ສາມສິບ ສີ່ສິບ ທສກ. ອັງ. ໒໔/໓໓໒-໓໕໒/໑໙໘-໒໐໑.

ໃນສູຕອື່ນ ສະແດງຜົນແຫ່ງການເຮັດ ແບ່ງອອກໄປຈາກຄໍາວ່າ ເໝືອນຖືກນໍາເອົາໄປເກັບໄວ້ໃນນະຣົກນັ້ນ ຊົງສະແດງຄຳວ່າ ເປັນຜູ້ຂຸດຮາກຕົນເອງກໍມີ, ຕາຍແລ້ວໄປທຸຄະຕິກໍມີ, ເປັນຄົນພາລກໍມີ ທສກ. ອັງ. ໒໔/໓໓໒-໓໓໓/໒໐໒-໒໐໓)

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໒໔

ຄວາມເປັນພາລນໍາມາຊຶ່ງອຸປະສັກແລະບັນຫາ

ສະຫລວງ ໑໔/໑໓໓/໒໓໕

ພິກຂຸທັງຫລາຍ ! ພັຍ ບໍ່ວ່າຊະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາບັນດິຕ,

ອຸປັດທະວະ (ອຸບາດ) ບໍ່ວ່າຊະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາບັນດິຕ,

ອຸປະສັກ ບໍ່ວ່າຊະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາບັນດິຕ;

ພິກຂຸທັງຫລາຍ ! ປຽບເໝືອນໄຟທີ່ລຸກລາມຈາກເຮືອນຫຍ້າ ຍ່ອມໄໝ້ໄດ້ຈົນຮອດເຮືອນຍອດ ເຮືອນທີ່ໂບກດ້ວຍປູນ ທີ່ມີບານປະຕູອັດແຈບສະໜິດ ເຊັ່ນໃດ.

ພິກຂຸທັງຫລາຍ ! ກໍເຊັ່ນນັ້ນເໝືອນກັນແລ.

ພັຍ ບໍ່ວ່າຊະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາບັນດິຕ,

ອຸປັດທະວະ (ຄວາມຂັດແຍ້ງ) ບໍ່ວ່າຊະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາກບັນດິຕ,

ອຸປະສັກ ບໍ່ວ່າຊະນິດໃດໆ ທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາບັນດິຕ;

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ພິກຂຸທັງຫລາຍ ! ເພາະເຫດນັ້ນແລ, ຄົນພາລຈຶ່ງມີພັຍສະເພາະໜ້າ ບັນດິຕບໍ່ມີພັຍສະເພາະໜ້າ ; ຄົນພາລຈຶ່ງມີອຸປັດທະວະ ບັນດິຕບໍ່ມີອຸປັດທະວະ ; ຄົນພາລຈຶ່ງມີອຸປະສັກ ບັນດິຕບໍ່ມີອຸປະສັກ ; ພັຍ ອຸປັດທະວະ ອຸປະສັກ ບໍ່ໄດ້ເກີດຈາກບັນດິຕ.

ພິກຂຸທັງຫລາຍ ! ເພາະເຫດນັ້ນ ເຈົ້າທັງຫລາຍຈົ່ງສຶກສາ ດັ່ງນີ້ເຖີ້ນ ວ່າ : ເຮົາຈະເປັນບັນດິຕ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໒໕

ກໍາລັງ ໘ ປະການ

ສະບັບຫລວງ ໒໓/໑໗໑/໑໑໗

ດູຣາພິກຂຸທັງຫລາຍ ! ກໍາລັງ ໘ ປະການນີ້ ໘ ປະການ ເປັນແນວໃດໜໍ ?

ດູຣາພິກຂຸທັງຫລາຍ !

໑. ເດັກນ້ອຍທັງຫລາຍ ມີການຮ້ອງໄຫ້ເປັນກໍາລັງ

໒. ມາຕຸຄາມ (ຜູ້ຍິງ) ທັງຫລາຍ ມີຄວາມໂກດເປັນກໍາລັງ

໓. ໂຈຣະທັງຫລາຍ ມີອາວຸດເປັນກໍາລັງ

໔. ພະຣາຊາທັງຫລາຍ ມີອິດສະຣິຍະຍົສ (ອັນຍິ່ງໃຫຍ່)

ເປັນກໍາລັງ

໕. ຄົນພາລທັງຫລາຍ ມີການເພັ່ງໂທດຄົນອື່ນເປັນກໍາລັງ

໖. ບັນດິຕທັງຫລາຍ ມີການບໍ່ເພັ່ງໂທດຄົນອື່ນເປັນກໍາລັງ

໗. ພະຫຸສຸຕະບຸກຄົນທັງຫລາຍ ມີການພິຈາຣະນາ

ເປັນກໍາລັງ

໘. ສະມະນະພຣາມທັງຫລາຍ ມີຂັນຕິເປັນກໍາລັງ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ