ທານ

ໜ້າ/ 70

ພິກຂຸທັງຫຼາຍ ! ການທີ່ພວກເຈົ້າທັງຫຼາຍສະແດງທັມອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ພ້ອມທັງອັຕຖະພ້ອມທັງພະຍັນຊະນະ ປະກາສພຣົມມະຈັນອັນບໍຣິສຸດບໍຣິບູນສິ້ນເຊີງ ແກ່ພຣາມແລະຄະຫະບໍດີເຫຼົ່ານັ້ນ ຊື່ວ່າພວກເຈົ້າທັງຫຼາຍກໍເປັນຜູ້ມີອຸປະກາຣະຫຼາຍແກ່ຊົນເຫຼົ່ານັ້ນ.

ພິກຂຸທັງຫຼາຍ ! ຄະຣືຫັດແລະບັນພະຊິຕທັງຫຼາຍ ຕ່າງອາໄສຊຶ່ງກັນແລະກັນ ຢູ່ປະພຶຕພຣົມມະຈັນ ເພື່ອຖອນກິເລສອັນປຽບເໝືອນວັງນ້ຳ ເພື່ອສ້າງກໍ່ຊຶ່ງທີ່ສຸດແຫ່ງທຸກຂ໌ໂດຍຊອບ ດ້ວຍປະການຢ່າງນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຫຼັກໃນການຈັດແບ່ງຊັພ ໑໖

- ບາລີ ຈະຕຸກກ. ອັງ. ໒໑/໘໘-໘໙/໖໑.

ຄະຫະບໍດີ ! ອະຣິຍະສາວົກນັ້ນ ໃຊ້ໂພຄະຊັພ ທີ່ຕົນຫາໄດ້ມາດ້ວຍຄວາມພຽນເປັນເຄື່ອງລຸກຂຶ້ນ ລວບລວມມາດ້ວຍກຳລັງແຂນ ມີຕົວຊຸ່ມດ້ວຍເຫື່ອ ເປັນໂພຄະຊັພປະກອບດ້ວຍທັມ ໄດ້ມາໂດຍທັມ ເພື່ອປະກອບກັມໃນໜ້າທີ່ ໔ ປະການ ໔ ປະການເປັນແນວໃດ ຄື

(໑) ອະຣິຍະສາວົກນັ້ນ ໃຊ້ໂພຄະຊັພອັນຕົນຫາໄດ້ມາໂດຍຊອບທັມ ໃນການລ້ຽງຕົນໃຫ້ເປັນສຸຂ ອີ່ມພໍ ບໍຣິຫານຕົນໃຫ້ຢູ່ເປັນສຸຂໂດຍຖືກຕ້ອງ ໃນການລ້ຽງມານດາແລະບິດາໃຫ້ເປັນສຸຂ ອີ່ມພໍ ບໍຣິຫານທ່ານທັງສອງໃຫ້ຢູ່ເປັນສຸຂໂດຍຖືກຕ້ອງ ໃນການລ້ຽງບຸຕ ພັນຣະຍາ ຂ້າທາສແລະກຳມະກອນຊາຍຍິງໃຫ້ເປັນສຸຂ ອີ່ມພໍ ບໍຣິຫານໃຫ້ຢູ່ກັນຢ່າງເປັນສຸຂໂດຍຖືກຕ້ອງໃນການລ້ຽງມິຕອາມາຕໃຫ້ເປັນສຸຂ ອີ່ມພໍ ບໍຣິຫານໃຫ້ຢູ່ເປັນສຸຂໂດຍຖືກຕ້ອງ ນີ້ເປັນການບໍຣິໂພກ ໂພຄະຊັພຖານທີ ໑ ອັນອະຣິຍະສາວົກນັ້ນເຖິງແລ້ວ ບັນລຸແລ້ວ ບໍຣິໂພກແລ້ວໂດຍຊອບດ້ວຍເຫຕຜົລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

(໒) ຄະຫະບໍດີ ! ຂໍ້ອື່ນຍັງມີອີກ ອະຣິຍະສາວົກນັ້ນ ໃຊ້ໂພຄະຊັພອັນຕົນຫາໄດ້ມາໂດຍຊອບທັມ ໃນການປິດກັ້ນອັນຕະລາຍທັງຫຼາຍ ສ້າງຕົນໃຫ້ປອດພັຍຈາກອັນຕະລາຍທັງຫຼາຍທີ່ເກີດຈາກໄຟ ຈາກນ້ຳ ຈາກພຣະຣາຊາ ຈາກໂຈຣ ຫຼືຈາກທາຍາຕຜູ້ບໍ່ເປັນທີ່ຮັກນັ້ນໆ ນີ້ເປັນການບໍຣິໂພກ ໂພຄະຊັພຖານທີ ໒ ອັນອະຣິຍະສາວົກນັ້ນເຖິງແລ້ວ ບັນລຸແລ້ວ ບໍຣິໂພກແລ້ວໂດຍຊອບດ້ວຍເຫຕຜົລ.

(໓) ຄະຫະບໍດີ ! ຂໍ້ອື່ນຍັງມີອີກ ອະຣິຍະສາວົກນັ້ນ ໃຊ້ໂພຄະຊັພອັນຕົນຫາໄດ້ມາໂດຍຊອບທັມ ໃນການເຮັດພລີກັມ ໕ ປະການ ຄື ຍາຕິພລີ (ສົງເຄາະຍາຕ) ອະຕິຖິພລີ (ສົງເຄາະແຂກ) ປຸບພະເປຕະພລີ (ສົງເຄາະຜູ້ລ່ວງລັບໄປແລ້ວ) ຣາຊະພລີ (ຊ່ວຍຊາຕ) ເທວະຕາພລີ (ສົງເຄາະເທວະດາ) ນີ້ເປັນການບໍຣິໂພກ ໂພຄະຊັພຖານທີ ໓ ອັນອະຣິຍະສາວົກນັ້ນເຖິງແລ້ວ ບັນລຸແລ້ວ ບໍຣິໂພກແລ້ວໂດຍຊອບດ້ວຍເຫຕຜົລ.

ຄະຫະບໍດີ ! ຂໍ້ອື່ນຍັງມີອີກ ອະຣິຍະະສາວົກນັ້ນ ໃຊ້ ໂພຄະຊັພອັນຕົນຫາມາໄດ້ໂດຍຊອບທັມ ໃນການຕັ້ງໄວ້ຊຶ່ງທັກຂິນາ ອຸທິສແກ່ສະມະນະພຣາມທັງຫຼາຍ ຜູ້ງົດເວັ້ນແລ້ວຈາກຄວາມປະມາດມົວເມົາ ຜູ້ຕັ້ງໝັ້ນຢູ່ໃນຂັນຕິແລະໂສຣັຈຈະ ຜູ້ຝຶກຝົນ ສ້າງຄວາມສະຫງົບ ສ້າງຄວາມດັບເຢັນແກ່ຕົນເອງ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ອັນເປັນທັກຂິນາທີ່ມີຜົລດີເລີດໃນເບື້ອງສູງ ເປັນຝ່າຍດີ ມີສຸຂເປັນຜົລຕອບແທນ ເປັນໄປພ້ອມເພື່ອສະຫວັນ ນີ້ເປັນການບໍຣິໂພກ ໂພຄະຊັພຖານທີ ໔ ອັນອະຣິຍະະສາວົກນັ້ນເຖິງແລ້ວ ບັນລຸແລ້ວ ບໍຣິໂພກແລ້ວໂດຍຊອບດ້ວຍເຫຕຜົລ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ