ທານ

ໜ້າ/ 70

ແລະເປັນທີ່ໜ້າສັນເສີນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທັມທີ່ບັນດິຕບັນຍັຕໄວ້ ໑໒

- ບາລີ ເອກ. ອັງ. ໒໐/໑໙໑/໔໘໔.

ພິກຂຸທັງຫຼາຍ ! ທັມ ໓ ປະການນີ້ ບັນດິຕໄດ້ບັນຍັຕໄວ້ ສັບບຸຣຸສໄດ້ບັນຍັຕໄວ້ ໓ ປະການເປັນແນວໃດ ຄື

(໑) ທານ

(໒) ບັນພະຊາ

(໓) ມາຕາປິຕຸອຸປັຕຖານ (ການບຳລຸງລ້ຽງແມ່ພໍ່)

ພິກຂຸທັງຫຼາຍ ! ທັມ ໓ ປະການນີ້ແລ ບັນດິຕບັນຍັຕໄວ້ ສັບບຸຣຸສບັນຍັຕໄວ້.

(ຄາຖາຜະນວກທ້າຍພຣະສູຕ)

ທານ ການບໍ່ບຽດບຽນ ຄວາມສັງລວມ

ການຝຶກຕົນ ການບຳລຸງລ້ຽງມານດາແລະບິດາ

ສັບບຸຣຸສບັນຍັຕໄວ້ ເຫຕທີ່ບັນດິຕເສບ

ເປັນເຫຕຂອງສັບບຸຣຸສ ຜູ້ເປັນຄົນດີ

ເປັນພຣົມມະຈາຣີບຸກຄົນ

ຜູ້ທີ່ເປັນອະຣິຍະ ສົມບູນດ້ວຍທັສສະນະ (ການເຫັນດ້ວຍປັນຍາ)

ຍ່ອມເຖິງໂລກອັນກະເສມ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ລັກສະນະຜູ້ມີສັດທາເຫຼື້ອມໃສ ໑໓

- ບາລີ ເອກ. ອັງ. ໒໐/໑໙໐/໔໘໑.

ພິກຂຸທັງຫຼາຍ ! ຈົ່ງຮູ້ບຸກຄົນມີສັດທາເຫຼື້ອມໃສ ໂດຍຖານະ ໓ ປະການ ໓ ປະການເປັນແນວໃດ ຄື

(໑) ເປັນຜູ້ໃຝ່ທີ່ຈະເຫັນທ່ານຜູ້ມີສີລ

(໒) ເປັນຜູ້ໃຝ່ທີ່ຈະຟັງທັມ

(໓) ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ

ພິກຂຸທັງຫຼາຍ ! ຈົ່ງຮູ້ວ່າ ຄົນມີສັດທາເຫຼື້ອມໃສໂດຍຖານະ ໓ ປະການຢ່າງນີ້ແລ.

(ຄາຖາຜະນວກທ້າຍພຣະສູຕ)

ບຸກຄົນຜູ້ໃຄ່ຈະເຫັນທ່ານຜູ້ມີສີລ

ປາຖນາຈະຟັງພຣະສັດທັມ

ກໍາຈັດຄວາມຂີ້ຖີ່ອັນເປັນມົນທິນ

ນັ້ນແລ ຮຽກວ່າຜູ້ມີສັດທາ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ປະຕິປະທາສົມຄວນແກ່ຄະຣືຫັດ ໑໔

- ບາລີ ຈະຕຸກກ. ອັງ. ໒໑/໘໔/໖໐.

ຄະຫະບໍດີ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການ ຊື່ວ່າເປັນຜູ້ປະຕິບັຕປະຕິປະທາສົມຄວນແກ່ຄະຣືຫັດ ອັນເປັນເຫຕໃຫ້ໄດ້ຍົສແລະເປັນໄປເພື່ອເກີດໃນສະຫວັນ ໔ ປະການເປັນແນວໃດ ຄື

(໑) ເປັນຜູ້ບຳລຸງພິກຂຸສົງຄ໌ດ້ວຍຈີວອຣ

(໒) ເປັນຜູ້ບຳລຸງພິກຂຸສົງຄ໌ດ້ວຍບິນດະບາຕ

(໓) ເປັນຜູ້ບຳລຸງພິກຂຸສົງຄ໌ດ້ວຍເສນາສະນະ

(໔) ເປັນຜູ້ບຳລຸງພິກຂຸສົງຄ໌ດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣ (ຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດ)

ຄະຫະບໍດີ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການ ເຫຼົ່ານີ້ແລ ຊື່ວ່າເປັນຜູ້ປະຕິບັຕ ປະຕິປະທາອັນສົມຄວນແກ່ ຄະຣືຫັດ ອັນເປັນເຫຕໃຫ້ໄດ້ຍົສ ແລະເປັນໄປເພື່ອສະຫວັນ.

ບັນດິຕທັງຫຼາຍບຳລຸງທ່ານຜູ້ມີສີລ ຜູ້ດຳເນີນໄປໂດຍຖືກຕ້ອງດ້ວຍຈີວອຣ ບິນດະບາຕ ເສນາສະນະແລະຄິລານະປັຈຈັຍເພສັຊບໍຣິຂາຣ ຊື່ວ່າຍ່ອມປະຕິບັຕປະຕິປະທາສົມຄວນແກ່ຄະຣືຫັດ ບຸນຍ໌ຍ່ອມຈະເຣີນແກ່ເຂົາທຸກເມື່ອ ທັງກາງເວັນແລະກາງຄືນ ເຂົາທຳກັມອັນຈະເຣີນແລ້ວ ຍ່ອມເຂົ້າເຖິງຖານະຄືສະຫວັນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ການກ່ຽວຂ້ອງຂອງນັກບວຊກັບຄະຣືຫັດ ໑໕

- ບາລີ ອິຕິວຸ. ຂຸ. ໒໕/໓໑໔/໒໘໗.

ພິກຂຸທັງຫຼາຍ ! ພຣາມແລະຄະຫະບໍດີທັງຫຼາຍຜູ້ບຳລຸງພວກເຈົ້າທັງຫຼາຍດ້ວຍຈີວອຣ ບິນດະບາຕ ເສນາສະນະແລະ

ຄິລານະປັຈຈັຍເພສັຊບໍຣິຂາຣ (ຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດ) ຊື່ວ່າເປັນຜູ້ມີອຸປະກາຣະຫຼາຍແກ່ພວກເຈົ້າທັງຫຼາຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ