ທານ

ໜ້າ/ 70

ຄະຫະບໍດີ ! ອະຣິຍະສາວົກນັ້ນ ຍ່ອມໃຊ້ໂພຄະຊັພທີ່ຕົນຫາໄດ້ມາດ້ວຍຄວາມພຽນເປັນເຄື່ອງລຸກຂຶ້ນ ລວບລວມມາດ້ວຍກຳລັງແຂນ ມີຕົວຊຸ່ມດ້ວຍເຫື່ອ ເປັນໂພຄະຊັພປະກອບດ້ວຍທັມໄດ້ມາໂດຍທັມ ເພື່ອປະກອບກັມໃນໜ້າທີ່ ໔ ປະການເຫຼົ່ານີ້.

ຄະຫະບໍດີ ! ໂພຄະຊັພທັງຫຼາຍຂອງບຸກຄົນໃດ ເຖິງຄວາມໝົດສິ້ນໄປ ໂດຍເວັ້ນຈາກກັມໃນໜ້າທີ່ ໔ ປະການ ດັ່ງກ່າວແລ້ວນີ້ ໂພຄະຊັພເຫຼົ່ານັ້ນ ເຮົາກ່າວວ່າເປັນໂພຄະຊັພອັນບຸກຄົນນັ້ນບໍ່ເຖິງແລ້ວໂດຍຖານະ ບໍ່ບັນລຸແລ້ວ ບໍ່ບໍຣິໂພກແລ້ວໂດຍຊອບດ້ວຍເຫຕຜົລ.

ຄະຫະບໍດີ ! ໂພຄະຊັພທັງຫຼາຍຂອງບຸກຄົນໃດ ເຖິງຄວາມໝົດສິ້ນໄປ ໂດຍກັມໃນໜ້າທີ່ ໔ ປະການດັ່ງກ່າວແລ້ວນີ້ ໂພຄະຊັພເຫຼົ່ານັ້ນ ເຮົາກ່າວວ່າເປັນໂພຄະຊັພ ອັນບຸກຄົນນັ້ນເຖິງແລ້ວໂດຍຖານະ ບັນລຸແລ້ວ ບໍຣິໂພກແລ້ວໂດຍຊອບດ້ວຍເຫຕຜົລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ການໃຊ້ສອຍໂພຄະຊັພໂດຍບໍ່ສູນເປົ່າ ໑໗

- ບາລີ ສະຄາ. ສັງ. ໑໕/໑໓໑/໓໘໘.

ມະຫາຣາຊ ! ສັບບຸຣຸສໄດ້ໂພຄະຊັພອັນໂອລານແລ້ວຍ່ອມລ້ຽງຕົນໃຫ້ເປັນສຸຂ ອີ່ມພໍ ລ້ຽງມານດາ ບິດາໃຫ້ເປັນສຸຂ ອີ່ມພໍ ລ້ຽງບຸຕພັນຣະຍາໃຫ້ເປັນສຸຂ ອີ່ມພໍ ລ້ຽງຂ້າທາສກຳມະກອນໃຫ້ເປັນສຸຂ ອີ່ມພໍ ລ້ຽງມິຕອາມາຕໃຫ້ເປັນສຸຂ ອີ່ມພໍ ຍ່ອມຕັ້ງໄວ້ຊຶ່ງທັກຂິນາ ອັນອຸທິສແກ່ສະມະນະພຣາມທັງຫຼາຍເປັນທັກຂິນາມີຜົລດີເລີດໃນເບື້ອງສູງ ເປັນຝ່າຍດີ ມີສຸຂເປັນຜົລຕອບແທນ ເປັນໄປພ້ອມເພື່ອສະຫວັນ.

ເມື່ອເຂົາບໍຣິໂພກໂພຄະຊັພເຫຼົ່ານັ້ນໂດຍຖືກຕ້ອງຢູ່ຢ່າງນີ້ ພຣະຣາຊາກໍບໍ່ຢຶດໂພຄະຊັພເຫຼົ່ານັ້ນໄປໄດ້ ໂຈຣກໍບໍ່ລັກໄປໄດ້ ໄຟກໍບໍ່ໄໝ້ໄດ້ ນ້ຳກໍບໍ່ພັດໄປໄດ້ ທາຍາຕອັນບໍ່ເປັນທີ່ຮັກ ກໍບໍ່ຍາຕແຍ້ງໄປໄດ້.

ມະຫາຣາຊ ! ໂພຄະຊັພເຫຼົ່ານັ້ນ ອັນເຂົາບໍຣິໂພກຢູ່ໂດຍຖືກຕ້ອງ ຢ່າງນີ້ ຍ່ອມເຖິງຊຶ່ງການໄດ້ບໍຣິໂພກໃຊ້ສອຍໂດຍບໍ່ສູນເປົ່າ.

ມະຫາຣາຊ ! ປຽບເໝືອນໃນທີ່ບໍ່ໄກຈາກບ້ານຫຼືນິຄົມ ມີສະໂບກຂະຣະນີມີນ້ຳໃສເຢັນ ໜ້າດື່ມ ສະອາດ ມີທ່າຂຶ້ນລົງດີ ໜ້າຊື່ນເຢັນໃຈ ຄົນເຂົາຂົນນ້ຳນັ້ນໄປດ້ວຍ ດື່ມດ້ວຍ ອາບດ້ວຍ ເຮັດຕາມຕ້ອງການດ້ວຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ມະຫາຣາຊ ! ນ້ຳນັ້ນອັນເຂົາບໍຣິໂພກໃຊ້ສອຍຢູ່ໂດຍຖືກຕ້ອງຢ່າງນີ້ ຍ່ອມເຖິງຊຶ່ງການໄດ້ບໍຣິໂພກໃຊ້ສອຍໂດຍບໍ່ສູນເປົ່ານີ້ເຊັ່ນໃດ.

ມະຫາຣາຊ ! ສັບບຸຣຸສໄດ້ໂພຄະຊັພອັນໂອລານແລ້ວຍ່ອມລ້ຽງຕົນໃຫ້ເປັນສຸຂ ອີ່ມພໍ ລ້ຽງມານດາບິດາໃຫ້ເປັນສຸຂ ອີ່ມພໍ ລ້ຽງບຸຕພັນຣະຍາໃຫ້ເປັນສຸຂ ອີ່ມພໍ ລ້ຽງຂ້າທາສກຳມະກອນໃຫ້ເປັນສຸຂ ອີ່ມພໍ ລ້ຽງມິຕອາມາຕໃຫ້ເປັນສຸຂ ອີ່ມພໍ ຍ່ອມຕັ້ງໄວ້ຊຶ່ງທັກຂິນາ ອັນອຸທິສແກ່ສະມະນະພຣາມທັງຫຼາຍເປັນທັກຂິນາມີຜົລດີເລີດໃນເບື້ອງສູງ ເປັນຝ່າຍດີ ມີສຸຂເປັນຜົລຕອບແທນ ເປັນໄປພ້ອມເພື່ອສະຫວັນ.

ເມື່ອເຂົາບໍຣິໂພກ ໂພຄະຊັພເຫຼົ່ານັ້ນໂດຍຖືກຕ້ອງຢູ່ຢ່າງນີ້ ພຣະຣາຊາກໍບໍ່ຢຶດໂພຄະຊັພເຫຼົ່ານັ້ນໄປໄດ້ ໂຈຣກໍບໍ່ລັກໄປໄດ້ ໄຟກໍບໍ່ໄໝ້ໄດ້ ນ້ຳກໍບໍ່ພັດໄປໄດ້ ທາຍາຕອັນບໍ່ເປັນທີ່ຮັກ ກໍບໍ່ຍາຕແຍ້ງໄປໄດ້.

ມະຫາຣາຊ ! ໂພຄະຊັພເຫຼົ່ານັ້ນ ອັນເຂົາບໍຣິໂພກຢູ່ໂດຍຖືກຕ້ອງຢ່າງນີ້ ຍ່ອມເຖິງຊຶ່ງການໄດ້ບໍຣິໂພກໃຊ້ສອຍໂດຍບໍ່ສູນເປົ່າ ເຊັ່ນນັ້ນຄືກັນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຫຼັກການດຳຣົງຊີບເພື່ອປະໂຍຊນ໌ສຸຂໃນສັມປະຣາຍະ ໑໘

- ບາລີ ອັຕຖກ. ອັງ. ໒໓/໒໘໙-໒໙໓/໑໔໔.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ