ທານ

ໜ້າ/ 70

ດວງຈັນປາສະຈາກມົນທິນ ລອຍໄປໃນອາກາສຍ່ອມສະຫວ່າງກວ່າໝູ່ດາວທັງປວງໃນໂລກ ດ້ວຍລັດສະໝີ ເຊັ່ນໃດ ບຸກຄົນຜູ້ສົມບູນດ້ວຍສີລ ມີສັດທາ ກໍເຊັ່ນນັ້ນ ຍ່ອມສູງເດັ່ນກວ່າຜູ້ຂີ້ຖີ່ທັງປວງໃນໂລກດ້ວຍຈາຄະ (ການບໍຣິຈາກ)

ເມຄາທີ່ລອຍໄປຕາມອາກາສ ມີແສງຟ້າມາບແມບ ມີສາຍຕັ້ງຮ້ອຍຕົກ ຫົດແຜ່ນດິນເຕັມທີ່ໂນນແລະທີ່ຫຼຸບເຊັ່ນໃດ ສາວົກຂອງພຣະສັມມາສັມພຸດທະເຈົ້າຜູ້ສົມບູນດ້ວຍທັສສະນະ ເປັນບັນດິຕກໍເຊັ່ນນັ້ນ ຍ່ອມຂົ່ມ ຜູ້ຂີ້ຖີ່ໄດ້ດ້ວຍຖານະ ໕ ປະການຄື ອາຍຸ ວັນນະ ສຸຂ ຍົສ ແລະປ່ຽມດ້ວຍໂພຄະ ລະໂລກນີ້ໄປແລ້ວ ຍ່ອມບັນເທີງໃຈໃນສະຫວັນ ດັ່ງນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຫາກສັຕທັງຫຼາຍ

ຮູ້ຜົລແຫ່ງການຈຳແນກທານ ໑໐

- ບາລີ ຂຸ. ຂຸ. ໒໕/໒໔໓/໒໐໔.

ພິກຂຸທັງຫຼາຍ ! ຖ້າວ່າສັຕທັງຫຼາຍຍ່ອມຮູ້ຜົລແຫ່ງການຈຳແນກທານເໝືອນຢ່າງເຮົາຮູ້ ຫາກສັຕເຫຼົ່ານັ້ນຍັງບໍ່ໄດ້ໃຫ້ທານເສຽກ່ອນ ກໍຈະບໍ່ຍອມບໍຣິໂພກ ອັນໜຶ່ງ ມົນທິນຄືຄວາມຂີ້ຖີ່ບໍ່ອາດຈະຄອບງຳຈິຕຂອງສັຕເຫຼົ່ານັ້ນ ແມ່ນຄຳເຂົ້າຄືກ້ອນເຂົ້າຂອງສັຕເຫຼົ່ານັ້ນຈະຍ່ອມເຫຼືອຢູ່ຄຳສຸດທ້າຍກໍຕາມ ຖ້າປະຕິຄາຫົກຂອງພວກເຂົາຍັງມີຢູ່ ຫາກສັຕເຫຼົ່ານັ້ນຍັງບໍ່ໄດ້ແບ່ງຄຳເຂົ້າຄຳສຸດທ້າຍແມ່ນວ່ານັ້ນ (ໃຫ້ແກ່ປະຕິຄາຫົກ) ກໍຈະບໍ່ບໍຣິໂພກ.

ພິກຂຸທັງຫຼາຍ ! ແຕ່ເພາະສັຕທັງຫຼາຍບໍ່ຮູ້ຜົລແຫ່ງການຈຳແນກທານເໝືອນຢ່າງເຮົາຮູ້ ສະນັ້ນສັຕເຫຼົ່ານັ້ນຈຶ່ງບໍ່ໄດ້ໃຫ້ທານກ່ອນບໍຣິໂພກ ອັນໜຶ່ງ ມົນທິນຄືຄວາມຂີ້ຖີ່ຈຶ່ງຍັງຄອບງຳຈິຕຂອງສັຕເຫຼົ່ານັ້ນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

(ຄາຖາຜະນວກທ້າຍພຣະສູຕ)

ຖ້າວ່າສັຕທັງຫຼາຍຍ່ອມຮູ້ຜົລແຫ່ງການຈຳແນກທານເໝືອນຢ່າງທີ່ເຮົາກ່າວໄວ້ແລ້ວ ໂດຍວິທີທີ່ຜົລນັ້ນ ເປັນຜົລໃຫຍ່ແລ້ວ

ສັຕທັງຫຼາຍຍ່ອມກຳຈັດຄວາມຂີ້ຖີ່

ອັນເປັນມົນທິນເສຍແລ້ວ ມີໃຈຜ່ອງໃສ

ຄວນໃຫ້ທານໃນເຂຕທີ່ໃຫ້ແລ້ວມີຜົລຫຼາຍ ຄື

ໃນພຣະອະຣິຍະເຈົ້າທັງຫຼາຍຕາມກາລອັນຄວນ

ອັນໜຶ່ງທາຍົກເປັນຈຳນວນຫຼາຍ ຄັນໃຫ້ເຂົ້າເປັນທັກຂິນາ

ໃນທັກຂິເນີຍຍະບຸກຄົນທັງຫຼາຍແລ້ວ

ເມື່ອຈຸຕິຈາກຄວາມເປັນມະນຸສນີ້ແລ້ວ ຍ່ອມໄປສູ່ສະຫວັນ

ທາຍົກເຫຼົ່ານັ້ນຜູ້ໃຄ່ກາມ ບໍ່ມີຄວາມຂີ້ຖີ່

ໄປສູ່ສະຫວັນແລ້ວ

ບັນເທີງຢູ່ໃນສະຫວັນນັ້ນ ສະເຫວີຍຢູ່ຊຶ່ງຜົລແຫ່ງການຈຳແນກທານ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ສັງຄະຫະວັຕຖຸ (ທັມເປັນທີ່ຕັ້ງແຫ່ງການສົງເຄາະ) ໑໑

- ບາລີ ຈະຕຸກກ. ອັງ. ໒໑/໔໒/໓໒.

ພິກຂຸທັງຫຼາຍ ! ສັງຄະຫະວັຕຖຸ ໔ ປະການນີ້ມີຢູ່ ໔ ປະການເປັນແນວໃດ ຄື

(໑) ທານະ (ການໃຫ້)

(໒) ເປີຍຍະວັຊຊະ (ການເວົ້າຖ້ອຍຄຳອັນເປັນທີ່ຮັກ)

(໓) ອັຕຖະຈະຣິຍາ (ການປະພຶຕປະໂຍຊນ໌)

(໔) ສະມານັຕຕາ (ຄວາມມີຕົນສະເໝີກັນ)

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ສັງຄະຫະວັຕຖຸ ໔ ປະການ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

(ຄາຖາຜະນວກທ້າຍພຣະສູຕ)

ການໃຫ້ ຄວາມເປັນຜູ້ມີວາຈາໜ້າຮັກ

ຄວາມປະພຶຕປະໂຍຊນ໌ໃນໂລກນີ້

ຄວາມເປັນຜູ້ມີຕົນສະໝ່ຳສະເໝີໃນທັມນັ້ນໆ ຕາມສົມຄວນ

ທັມເຫຼົ່ານັ້ນແລ ເປັນເຄື່ອງສົງເຄາະໂລກ

ດຸດດັ່ງຫຼີ້ມ(ນ໋ອດ)ແລະເພົາຄວບຄຸມຣົຖ ທີ່ແລ່ນໄປຢູ່ໄວ້ໄດ້

ສະນັ້ນ

ຖ້າທັມເຄື່ອງສົງເຄາະເຫຼົ່ານີ້ ບໍ່ອາຈມີແລ້ວ

ມານດາຫຼືບິດາຈະບໍ່ໄດ້ຄວາມນັບຖືຫຼືບູຊາ

ເພາະເຫຕແຫ່ງບຸຕ

ກໍເພາະເຫຕທີ່ບັນດິຕພິຈາຣະນາເຫັນທັມ

ເຄື່ອງສົງເຄາະເຫຼົ່ານີ້

ສະນັ້ນພວກເຂົາຈຶ່ງເຖິງຄວາມເປັນໃຫຍ່

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ