ທານ

ໜ້າ/ 70

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂໍປະທານພຣະວະໂຣກາສ ສາວົກຂອງພຣະຜູ້ມີພຣະພາຄ ໒ ຄົນ ມີສັດທາ ມີສີລ ມີປັນຍາເທົ່າໆກັນ ຄົນໜຶ່ງເປັນຜູ້ໃຫ້ ຄົນໜຶ່ງເປັນຜູ້ບໍ່ໃຫ້ ຄົນທັງສອງນັ້ນ ເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ແຕ່ຄົນທັງສອງນັ້ນ ທັງທີ່ເປັນເທວະດາຄືກັນ ຈັກມີຄວາມພິເສດແຕກຕ່າງກັນຫຼືໜໍ.

ສຸມະນາ ! ຄົນທັງສອງນັ້ນຈັກມີຄວາມພິເສດແຕກຕ່າງກັນ ຄື ຜູ້ໃຫ້ທີ່ເປັນເທວະດາ ຍ່ອມຂົ່ມເທວະດາຜູ້ບໍ່ໃຫ້ດ້ວຍເຫຕ ໕ ປະການຄື ອາຍຸ ວັນນະ ສຸຂ ຍົສ ແລະອະທິປະຕັຍທີ່ເປັນທິພ.

ສຸມະນາ ! ຜູ້ໃຫ້ທີ່ເປັນເທວະດາຍ່ອມຂົ່ມເທວະດາຜູ້ບໍ່ໃຫ້

ດ້ວຍເຫຕ ໕ ປະການນີ້.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍຖ້າເທວະດາທັງສອງນັ້ນຈຸຕິຈາກເທວະໂລກນັ້ນແລ້ວ ມາສູ່ຄວາມເປັນມະນຸສ ແຕ່ຄົນທັງສອງນັ້ນ ທັງທີ່ເປັນມະນຸສຄືກັນ ຍ່ອມມີຄວາມພິເສດແຕກຕ່າງກັນຫຼື.

ສຸມະນາ ! ຄົນທັງສອງນັ້ນຍ່ອມມີຄວາມພິເສດແຕກຕ່າງກັນ ຄື ຜູ້ໃຫ້ທີ່ເປັນມະນຸສ ຍ່ອມຂົ່ມມະນຸສຜູ້ບໍ່ໃຫ້ດ້ວຍເຫຕ ໕ ປະການຄື ອາຍຸ ວັນນະ ສຸຂ ຍົສແລະອະທິປະຕັຍທີ່ເປັນຂອງມະນຸສ.

ສຸມະນາ ! ຜູ້ໃຫ້ທີ່ເປັນມະນຸສ ຍ່ອມຂົ່ມມະນຸສຜູ້ບໍ່ໃຫ້ດ້ວຍເຫຕ ໕ ປະການນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍຖ້າຄົນທັງສອງນັ້ນອອກບວຊ ແຕ່ຄົນທັງສອງນັ້ນ ທັງທີ່ເປັນບັນພະຊິຕຄືກັນ ຍ່ອມມີຄວາມພິເສດແຕກຕ່າງກັນຫຼື.

ສຸມະນາ ! ຄົນທັງສອງນັ້ນຍ່ອມມີຄວາມພິເສດແຕກຕ່າງກັນ ຄື ຜູ້ໃຫ້ທີ່ເປັນບັນພະຊິຕ ຍ່ອມຂົ່ມບັນພະຊິຕຜູ້ບໍ່ໃຫ້ດ້ວຍເຫຕ ໕ ປະການ ຄື

(໑) ເຂົາໃຊ້ສອຍຈີວອຣ ສ່ວນຫຼາຍເພາະຖືກຄົນອ້ອນວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ໃຊ້ສອຍນັ້ນມີເປັນສ່ວນໜ້ອຍ

(໒) ເຂົາສັນບິນດະບາຕ ສ່ວນຫຼາຍເພາະຖືກຄົນອ້ອນວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ສັນນັ້ນມີເປັນສ່ວນໜ້ອຍ

(໓) ເຂົາໃຊ້ສອຍເສນາສະນະ ສ່ວນຫຼາຍເພາະຖືກຄົນອ້ອນ ວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ໃຊ້ສອຍນັ້ນມີເປັນສ່ວນໜ້ອຍ

(໔) ເຂົາບໍຣິໂພກຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດສ່ວນຫຼາຍເພາະຖືກຄົນອ້ອນວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ບໍຣິໂພກນັ້ນມີເປັນສ່ວນໜ້ອຍ

(໕) ເມື່ອຢູ່ຮ່ວມກັບເພື່ອນພຣົມມະຈັນເຫຼົ່າໃດ ເພື່ອນພຣົມມະຈັນເຫຼົ່ານັ້ນກໍປະພຶຕຕໍ່ເຂົາດ້ວຍກາຍະກັມ ວະຈີກັມ ມະໂນກັມ ເປັນທີ່ພໍໃຈເປັນສ່ວນຫຼາຍ ບໍ່ເປັນທີ່ພໍໃຈມີເປັນສ່ວນໜ້ອຍ ຍ່ອມນຳສິ່ງເປັນທີ່ພໍໃຈມາເປັນສ່ວນຫຼາຍ ຍ່ອມນຳສິ່ງບໍ່ເປັນທີ່ພໍໃຈມາເປັນສ່ວນໜ້ອຍ

ສຸມະນາ ! ຜູ້ໃຫ້ທີ່ເປັນບັນພະຊິຕ ຍ່ອມຂົ່ມບັນພະຊິຕ

ຜູ້ບໍ່ໃຫ້ດ້ວຍເຫຕ ໕ ປະການນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍຖ້າຄົນທັງສອງນັ້ນບັນລຸເປັນພຣະອະຣະຫັນຕ໌ ແຕ່ຄົນທັງສອງນັ້ນທັງທີ່ໄດ້ບັນລຸເປັນພຣະອະຣະຫັນຕ໌ຄືກັນ ຍ່ອມມີຄວາມພິເສດແຕກຕ່າງກັນຫຼື.

ສຸມະນາ ! ຂໍ້ນີ້ ເຮົາບໍ່ກ່າວວ່າ ມີຄວາມພິເສດແຕກຕ່າງກັນໃດໆ ໃນວິມຸຕກັບວິມຸຕ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ໜ້າອັດສະຈັນ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບໍ່ເຄີຍມີ ຂ້າແຕ່ພຣະຜູ້ອົງຄ໌ຈະເຣີນ ! ຂໍ້ນີ້ກຳນົດໄດ້ວ່າບຸກຄົນຄວນໃຫ້ທານ ຄວນເຮັດບຸນຍ໌ ເພາະບຸນຍ໌ເປັນອຸປະກາຣະແມ່ນແກ່ເທວະດາ ແມ່ນແກ່ມະນຸສ ແມ່ນແກ່ບັນພະຊິຕ.

ຢ່າງນັ້ນ ສຸມະນາ ! ຢ່າງນັ້ນ ສຸມະນາ !

ບຸກຄົນຄວນໃຫ້ທານ ຄວນເຮັດບຸນຍ໌ ເພາະບຸນຍ໌ເປັນອຸປະກາຣະແມ່ນແກ່ເທວະດາ ແມ່ນແກ່ມະນຸສ ແມ່ນແກ່ບັນພະຊິຕ.

(ຄາຖາຜະນວກທ້າຍພຣະສູຕ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ