ທານ

ໜ້າ/ 70

ພຣາມ ! ເຂົ້າຍາຄູມີຄຸນ ໑໐ ຢ່າງ ໑໐ ຢ່າງເປັນແນວໃດ ຄືຜູ້ໃຫ້ເຂົ້າຍາຄູຊື່ວ່າ ໃຫ້ອາຍຸ ໃຫ້ວັນນະ ໃຫ້ສຸຂ ໃຫ້ກຳລັງ ໃຫ້ປະຕິພານ ເຂົ້າຍາຄູທີ່ດື່ມແລ້ວ ກໍາຈັດຄວາມຫິວ ບັນເທົາຄວາມກະຫາຍ ປັບລົມໃຫ້ແລ່ນຄ່ອງ ລ້າງລຳໄສ້ ຍ່ອຍອາຫາຣທີ່ເຫຼືອຢູ່.

ພຣາມ ! ເຫຼົ່ານີ້ແລ ຄືຄຸນຂອງເຂົ້າຍາຄູ ໑໐ ຢ່າງ.

ຈາກນັ້ນພຣະຜູ້ມີພຣະພາຄໄດ້ຕຣັສຄຳອະນຸໂມທະນາ ດັ່ງນີ້

ທາຍົກໃດຖວາຍເຂົ້າຍາຄູໂດຍເຄົາຣົບ ຕາມກາລແກ່ປະຕິຄາຫົກ ຜູ້ສັງລວມແລ້ວ ຜູ້ບໍຣິໂພກໂພຊະນະອັນຜູ້ອື່ນຖວາຍ ທາຍົກນັ້ນຊື່ວ່າ ຕາມເພີ່ມໃຫ້ຊຶ່ງຖານະ ໑໐ ຢ່າງແກ່ປະຕິຄາຫົກນັ້ນ ຄື ອາຍຸ ວັນນະ ສຸຂະ ພະລະ ແລະປະຕິພານ ຍ່ອມເກີດແກ່ປະຕິຄາຫົກນັ້ນ ແຕ່ນັ້ນເຂົ້າຍາຄູຍ່ອມກຳຈັດຄວາມຫິວ ຄວາມກະຫາຍ ປັບລົມໃຫ້ແລ່່ນຄ່ອງ ລ້າງລຳໄສ້ ແລະຍ່ອຍອາຫາຣ ເຂົ້າຍາຄູນັ້ນ ພຣະສຸຄົຕຕຣັສສັນເສີນວ່າເປັນເພສັຊ

ເພາະເຫຕນັ້ນແລ ມະນຸສຊົນທີ່ຕ້ອງການສຸຂເປັນນິດ ປາຖນາສຸຂທີ່ເລີດ ຫຼືຢາກໄດ້ຄວາມງາມອັນສະຫງ່າໃນມະນຸສ ຈຶ່ງຄວນແທ້ເພື່ອຖວາຍເຂົ້າຍາຄູ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ໃຫ້ຂອງທີ່ພໍໃຈຍ່ອມໄດ້ຂອງທີ່ພໍໃຈ ໐໗

- ບາລີ ປັນຈກ. ອັງ. ໒໒/໕໓/໔໔.

... ຜູ້ໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ ຜູ້ໃດຍ່ອມໃຫ້ເຄື່ອງນຸ່ງຫົ່ມ ທີ່ນອນ ເຂົ້າ ນ້ຳ ແລະປັຈຈັຍມີປະການຕ່າງໆ ດ້ວຍຄວາມພໍໃຈ ໃນທ່ານຜູ້ປະພຶຕຕົງ ສິ່ງຂອງທີ່ໃຫ້ໄປແລ້ວນັ້ນ ຍ່ອມເປັນຂອງທີ່ບໍຣິຈາກແລ້ວ ສະລະແລ້ວບໍ່ຄິດເອົາຄືນ ຜູ້ນັ້ນເປັນສັບບຸຣຸສ ຮູ້ແຈ້ງວ່າພຣະອະຣະຫັນຕ໌ປຽບດ້ວຍນາບຸນຍ໌ ບໍຣິຈາກສິ່ງທີ່ບໍຣິຈາກໄດ້ຍາກແລ້ວ ຊື່ວ່າໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ ດັ່ງນີ້.

... ຜູ້ໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ ຜູ້ໃຫ້ຂອງທີ່ເລີດຍ່ອມໄດ້ຂອງທີ່ເລີດ ຜູ້ໃຫ້ຂອງທີ່ດີຍ່ອມໄດ້ຂອງທີ່ດີ ແລະຜູ້ໃຫ້ຂອງທີ່ປະເສີດ ຍ່ອມເຂົ້າເຖິງສະຖານທີ່ປະເສີດ ນໍຣະຊົນໃດໃຫ້ຂອງທີ່ເລີດ ໃຫ້ຂອງທີ່ດີ ແລະໃຫ້ຂອງທີ່ປະເສີດ ນໍຣະຊົນນັ້ນຈະບັງເກີດ ນະທີ່ບ່ອນໃດໆ ຍ່ອມມີອາຍຸຍືນ ມີຍົສ ດັ່ງນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ການໃຫ້ທານເປັນເຫຕໃຫ້ເກີດຊັພ ໐໘

- ບາລີ ອຸປຣິ. ມ. ໑໔/໓໗໖/໕໗໙.

- ບາລີ ຈະຕຸກກ. ອັງ. ໒໑/໒໗໘/໑໙໗.

ມັລລິກາ ! ມາຕຸຄາມບາງຄົນໃນໂລກນີ້ ບໍ່ເປັນຜູ້ມັກຮ້າຍ ບໍ່ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ຖືກຮ້າຍດ່າແມ່ນວ່າຮຸນແຮງ ກໍບໍ່ຂັດເຄືອງ ບໍ່ສູນຄຽດ ບໍ່ກະຟຶດກະຟັດ ບໍ່ແຂງກະດ້າງ ບໍ່ສະແດງຄວາມຮ້າຍ ຄວາມຂັດເຄືອງແລະຄວາມບໍ່ພໍໃຈໃຫ້ປາກົດ ແລະເປັນຜູ້ໃຫ້ທານ ຄື ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟ ແກ່ສະມະນະຫຼືພຣາມ ຖ້າມາຕຸຄາມນັ້ນ ຈຸຕິຈາກອັຕຕະພາບນັ້ນແລ້ວ ມາສູ່ຄວາມເປັນຢ່າງນີ້ ກັບມາເກີດໃນທີ່ບ່ອນໃດໆ ຍ່ອມເປັນຜູ້ມີຮູບງາມ ໜ້າເບິ່ງ ໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນງົດງາມຍິ່ງ ທັງເປັນຜູ້ຮັ່ງມີ ມີຊັພຫຼາຍ ມີໂພຄະສົມບັດຫຼາຍແລະສູງສັກ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຊັພຫຼາຍນີ້ ຄື ການໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຄວາມຕ່າງລະຫວ່າງຜູ້ໃຫ້ແລະບໍ່ໃຫ້ ໐໙

- ບາລີ ປັນຈກ. ອັງ. ໒໒/໓໔/໓໑.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ