ທານ
ໜ້າ/ 70
(໔) ເປັນຜູ້ຖືການຢູ່ປ່າເປັນວັຕ ຢູ່ໃນເສນາສະນະອັນງຽບສະງັດ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
(໕) ເປັນຜູ້ອົດກັ້ນຕໍ່ຄວາມບໍ່ຍິນດີແລະຄວາມຍິນດີ ລະງັບເສຍໄດ້ຊຶ່ງຄວາມບໍ່ຍິນດີທີ່ເກີດຂຶ້ນແລ້ວ
(໖) ເປັນຜູ້ອົດກັ້ນຄວາມຢ້ານຕໍ່ພັຍເສຍໄດ້ ລະງັບເສຍໄດ້ຊຶ່ງຄວາມຢ້ານຕໍ່ພັຍທີ່ເກີດຂຶ້ນແລ້ວ
(໗) ມີປົກກະຕິໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລຳບາກຊຶ່ງຊານທັງ ໔ ຊຶ່ງເປັນຈິຕອັນຍິ່ງ ເປັນເຄື່ອງຢູ່ເປັນສຸຂໃນປະຈຸບັນ
(໘) ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປະຈຸບັນ ເຂົ້າເຖິງຢູ່
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໘ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜູ້ຄວນຮັບທັກຂິນາ (ນັຍທີ ໑໓) ໗໐
- ບາລີ ປັນຈກ. ອັງ. ໒໒/໑໘໐/໑໓໙.
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະການຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໕ ປະການເປັນແນວໃດ ຄື
(໑) ອົດທົນຕໍ່ຮູບ
(໒) ອົດທົນຕໍ່ສຽງ
(໓) ອົດທົນຕໍ່ກິ່ນ
(໔) ອົດທົນຕໍ່ຣົສ
(໕) ອົດທົນຕໍ່ໂຜຕຖັບພະ
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ຮູບເປັນແນວໃດ ຄື ພິກຂຸເຫັນຮູບດ້ວຍຕາແລ້ວ ຍ່ອມບໍ່ກຳໜັດໃນຮູບທີ່ຊວນໃຫ້ກຳໜັດ ສາມາດຕັ້ງຈິຕໄວ້ໂດຍຊອບ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ຮູບຢ່າງນີ້ແລ.
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ສຽງເປັນແນວໃດ ຄື ພິກຂຸຟັງສຽງດ້ວຍຫູແລ້ວ ຍ່ອມບໍ່ກຳໜັດໃນສຽງທີ່ຊວນໃຫ້ກຳໜັດ ສາມາດຕັ້ງຈິຕໄວ້ໂດຍຊອບ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ສຽງຢ່າງນີ້ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ກິ່ນເປັນແນວໃດ ຄື ພິກຂຸດົມກິ່ນດ້ວຍດັງແລ້ວ ຍ່ອມບໍ່ກຳໜັດໃນກິ່ນທີ່ຊວນໃຫ້ກຳໜັດ ສາມາດຕັ້ງຈິຕໄວ້ໂດຍຊອບ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ກິ່ນຢ່າງນີ້ແລ.
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ຣົສເປັນແນວໃດ ຄື ພິກຂຸຊີມຣົສດ້ວຍລີ້ນແລ້ວ ຍ່ອມບໍ່ກຳໜັດໃນຣົສທີ່ຊວນໃຫ້ກຳໜັດ ສາມາດຕັ້ງຈິຕໄວ້ໂດຍຊອບ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ຣົສຢ່າງນີ້ແລ.
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ໂຜຕຖັບພະເປັນແນວໃດ ຄື ພິກຂຸຖືກຕ້ອງໂຜຕຖັບພະດ້ວຍກາຍແລ້ວ ຍ່ອມບໍ່ກຳໜັດໃນໂຜຕຖັບພະທີ່ຊວນໃຫ້ກຳໜັດ ສາມາດຕັ້ງຈິຕໄວ້ໂດຍຊອບ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນຕໍ່ໂຜຕຖັບພະຢ່າງນີ້ແລ.
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜູ້ຄວນຮັບທັກຂິນາ (ນັຍທີ ໑໔) ໗໑
- ບາລີ ປັນຈກ. ອັງ. ໒໒/໑໗໖/໒໐໓.








