ທານ
ໜ້າ/ 70
ຜູ້ຄວນຮັບທັກຂິນາ (ນັຍທີ ໑໑) ໖໘
- ບາລີ ອັຕຖກ. ອັງ. ໒໓/໑໙໓/໑໐໓.
ພິກຂຸທັງຫຼາຍ ! ພິກຂຸປະກອບດ້ວຍທັມ ໘ ປະການ ຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໘ ປະການເປັນແນວໃດ ຄື
(໑) ເປັນຜູ້ມີສີລ ສັງລວມດ້ວຍປາຕິໂມກຂະສັງວອຣ ເຖິງພ້ອມດ້ວຍມາຣະຍາດແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທສທັງຫຼາຍ ແມ່ນວ່າມີປະມານເລັກນ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍ
(໒) ເຂົາຖວາຍໂພຊະນະໃດໆ ແກ່ທ່ານ ເສົ້າໝອງຫຼືປານີຕກໍຕາມ ທ່ານສັນໂພຊະນະນັ້ນໆ ໂດຍເຄົາຣົບເອື້ອເຟື້ອ ບໍ່ເດືອດຮ້ອນກະວົນກະວາຍ
(໓) ເປັນຜູ້ລັງກຽດຕໍ່ກາຍະທຸຈະຣິຕ-ວະຈີທຸຈະຣິຕ-ມະໂນທຸຈະຣິຕ ລັງກຽດຕໍ່ການເຖິງພ້ອມດ້ວຍອະກຸສົລທັມອັນເປັນບາບທັງຫຼາຍ
(໔) ເປັນຜູ້ຍິນດີໃນຄວາມສະຫງົບ ມີການຢູ່ຮ່ວມກັນເປັນສຸຂບໍ່ເຮັດພິກຂຸເຫຼົ່າອື່ນໃຫ້ຢ້ານກົວ
(໕) ເປັນຜູ້ເປີດເຜີຍຄວາມໂອ້ອວດ ຄວາມໂກງ ຄວາມພະຍົສ ຄວາມຄົດຂອງຕົນໃນພຣະສາສດາ ຫຼືໃນເພື່ອນພຣົມມະຈາຣີ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜູ້ເປັນວິນຍູຊົນ ຕາມເປັນຈິງ ພຣະສາສດາຫຼືເພື່ອນພຣົມມະຈາຣີຜູ້ວິນຍູຊົນເຫຼົ່ານັ້ນ ຍ່ອມພະຍາຍາມເພື່ອກຳຈັດໂທສເຫຼົ່ານັ້ນຂອງເຂົາເສຍ
(໖) ເປັນຜູ້ມີສິກຂາ ຕັ້ງຈິຕວ່າ “ພິກຂຸເຫຼົ່າອື່ນຈະສຶກສາຫຼືບໍ່ສຶກສາກໍຕາມ ເຮົາຈັກສຶກສາໃນບົດແຫ່ງການສຶກສານັ້ນໆ” ດັ່ງນີ້
(໗) ເມື່ອທ່ານໄປກໍໄປຕົງ ນີ້ຄືທາງຕົງໃນກໍລະນີນັ້ນ ຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຍາມະ ສັມມາສະຕິ ສັມມາສະມາທິ
(໘) ເປັນຜູ້ມີຄວາມພຽນອັນປາຣົບແລ້ວວ່າ “ໜັງເອັນ ກະດູກ ຈັກເຫຼືອຢູ່ ຊີ້ນເນື້ອແລະເລືອດໃນສະຣີຣະເຫືອດແຫ້ງໄປກໍຊ່າງທ້ອນ ປະໂຍຊນ໌ໃດອັນບຸກຄົນຈະຍ່ອມບັນລຸໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ຄວາມບາກບັ່ນຂອງບຸຣຸສ ຖ້າຍັງບໍ່ບັນລຸເຖິງປະໂຍຊນ໌ນັ້ນແລ້ວ ຈັກຢຸດຄວາມພຽນເສຍເປັນບໍ່ມີ” ດັ່ງນີ້
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໘ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜູ້ຄວນຮັບທັກຂິນາ (ນັຍທີ ໑໒) ໖໙
- ບາລີ ອັຕຖກ. ອັງ. ໒໓/໓໐໐/໑໔໘.
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໘ ປະການຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໘ ປະການເປັນແນວໃດ ຄື
(໑) ເປັນຜູ້ມີສີລ ສັງລວມດ້ວຍປາຕິໂມກຂະສັງວອຣ ເຖິງພ້ອມດ້ວຍມາຣະຍາດແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທສທັງຫຼາຍແມ່ນວ່່າມີປະມານເລັກນ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍ
(໒) ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ທັມເຫຼົ່າໃດ ງົດງາມໃນເບື້ອງຕົ້ນ ງົດງາມໃນທ່າມກາງ ງົດງາມໃນທີ່ສຸດ ທີ່ເປັນການປະກາສພຣົມມະຈັນ ອັນບໍຣິສຸດ ບໍຣິບູນສິ້ນເຊີງ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ທັມມີລັກສະນະເຫັນປານນັ້ນ ອັນເຂົາສະດັບແລ້ວມາກຫຼາຍ ຊົງໄວ້ຄ່ອງປາກ ທ່ອງຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍທິຕຖິ
(໓) ເປັນຜູ້ປາຣົບຄວາມພຽນ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫຼາຍ








