ທານ
ໜ້າ/ 70
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໖ ປະການຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໖ ປະການເປັນແນງໃດ ຄື
(໑) ອົດທົນຕໍ່ຮູບ
(໒) ອົດທົນຕໍ່ສຽງ
(໓) ອົດທົນຕໍ່ກິ່ນ
(໔) ອົດທົນຕໍ່ຣົສ
(໕) ອົດທົນຕໍ່ໂຜຕຖັບພະ
(໖) ອົດທົນຕໍ່ທັມມາຣົມ
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໖ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜູ້ຄວນຮັບທັກຂິນາ (ນັຍທີ ໑໕) ໗໒
- ບາລີ ສັຕຕກ. ອັງ. ໒໓/໑໐໗/໖໕.
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໗ ປະການຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໗ ປະການເປັນແນວໃດ ຄື
(໑) ທັມມັນຍູ ຮູ້ຈັກທັມ
(໒) ອັຕຖັນຍູ ຮູ້ຈັກອັຕຖະ (ຄວາມໝາຍຫຼືປະໂຍຊນ໌)
(໓) ອັຕຕັນຍູ ຮູ້ຈັກຕົນ
(໔) ມັຕຕັນຍູ ຮູ້ຈັກປະມານ
(໕) ກາລັນຍູ ຮູ້ຈັກກາລ
(໖) ປະຣິສັນຍູ ຮູ້ຈັກບໍຣິສັດ
(໗) ປຸກຄະລະປະໂຣປະຣັນຍູ ຮູ້ຈັກເລືອກຄົບບຸກຄົນ
ພິກຂຸທັງຫຼາຍ ! ພິກຂຸຜູ້ທັມມັນຍູເປັນແນວໃດ ຄືພິກຂຸຍ່ອມ ຮູ້ທັມ ຄື ສຸຕຕະ ເຄີຍຍະ ເວີຍຍາກະຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັບພູຕະທັມ ເວທັລລະ ຫາກພິກຂຸຍ່ອມບໍ່ຮູ້ຈັກທັມ ຄື ສຸຕຕະ... ເວທັລລະ ເຮົາກໍຈະບໍ່ຮຽກວ່າເປັນທັມມັນຍູ ແຕ່ເພາະພິກຂຸຮູ້ທັມ ຄື ສຸຕຕະ... ເວທັລລະ ສະນັ້ນ ເຮົາຈຶ່ງຮຽກວ່າເປັນທັມມັນຍູ ດ້ວຍອາການຢ່າງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ພິກຂຸຜູ້ອັຕຖັນຍູເປັນແນວໃດ ຄືພິກຂຸຍ່ອມຮູ້ຈັກເນື້ອຄວາມແຫ່ງພາສິຕນັ້ນໆ ວ່າ ນີ້ເປັນເນື້ອຄວາມແຫ່ງພາສິຕນີ້ໆ ຫາກພິກຂຸຍ່ອມບໍ່ຮູ້ເນື້ອຄວາມແຫ່ງພາສິຕນັ້ນໆ ວ່ານີ້ເປັນເນື້ອຄວາມແຫ່ງພາສິຕນີ້ໆ ເຮົາກໍຈະບໍ່ຮຽກວ່າເປັນອັຕຖັນຍູ ແຕ່ເພາະພິກຂຸຮູ້ເນື້ອຄວາມແຫ່ງພາສິຕນັ້ນໆ ວ່າ ນີ້ເປັນເນື້ອຄວາມແຫ່ງພາສິຕນີ້ໆ ສະນັ້ນ ເຮົາຈຶ່ງຮຽກວ່າເປັນອັຕຖັນຍູ ພິກຂຸເປັນທັມມັນຍູ ອັຕຖັນຍູ ດ້ວຍອາການຢ່າງນີ້.
ພິກຂຸທັງຫຼາຍ ! ພິກຂຸຜູ້ອັຕຕັນຍູເປັນແນວໃດ ຄືພິກຂຸຍ່ອມຮູ້ຈັກຕົນວ່າ ເຮົາເປັນຜູ້ມີສັດທາ ສີລ ສຸຕະ ຈາຄະ ປັນຍາ ປະຕິພານ ພຽງເທົ່ານີ້ ຖ້າພິກຂຸຍ່ອມບໍ່ຮູ້ຈັກຕົນວ່າ ເຮົາເປັນຜູ້ມີສັດທາ ສີລ ສຸຕະ ຈາຄະ ປັນຍາ ປະຕິພານ ພຽງເທົ່ານີ້ ເຮົາກໍຈະບໍ່ຮຽກວ່າເປັນອັຕຕັນຍູ ແຕ່ເພາະພິກຂຸຮູ້ຈັກຕົນວ່າ ເຮົາເປັນຜູ້ມີສັດທາ ສີລ ສຸຕະ ຈາຄະ ປັນຍາ ປະຕິພານ ພຽງເທົ່ານີ້ ສະນັ້ນ ເຮົາຈຶ່ງຮຽກວ່າເປັນອັຕຕັນຍູ ພິກຂຸເປັນທັມມັນຍູ ອັຕຖັນຍູ ອັຕຕັນຍູດ້ວຍອາການຢ່າງນີ້.
ພິກຂຸທັງຫຼາຍ ! ພິກຂຸຜູ້ມັຕຕັນຍູເປັນແນວໃດ ຄືພິກຂຸຍ່ອມຮູ້ຈັກປະມານໃນການຮັບຈີວອຣ ບິນດະບາຕ ເສນາສະນະແລະຢາກັບເຄື່ອງໃຊ້ໃນການປິ່ນປົວພະຍາດ ຫາກພິກຂຸຍ່ອມບໍ່ຮູ້ຈັກປະມານໃນການຮັບຈີວອຣ-ບິນດະບາຕ-ເສນາສະນະແລະ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)








