ທານ
ໜ້າ/ 70
- ບາລີ ປັນຈກ. ອັງ. ໒໒/໔໓/໓໕
ພິກຂຸທັງຫຼາຍ ! ອານິສົງສ໌ແຫ່ງການໃຫ້ທານ ໕ ປະການນີ້ມີຢູ່ ໕ ປະການເປັນແນວໃດ ຄື
(໑) ຜູ້ໃຫ້ທານຍ່ອມເປັນທີ່ຮັກທີ່ພໍໃຈຂອງຊົນທັງຫຼາຍ
(໒) ສັບບຸຣຸສຜູ້ສະງົບຍ່ອມຄົບຫາຜູ້ໃຫ້ທານ
(໓) ກິຕຕິສັບອັນງາມຂອງຜູ້ໃຫ້ທານຍ່ອມລືຊາແຜ່ກະຈາຍໄປ
(໔) ຜູ້ໃຫ້ທານຍ່ອມບໍ່ເຫີນຫ່າງຈາກທັມຂອງຄະຣືຫັດ
(໕) ຜູ້ໃຫ້ທານເມື່ອຕາຍໄປຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ
ພິກຂຸທັງຫຼາຍ ! ນີ້ແລ ອານິສົງສ໌ແຫ່ງການໃຫ້ທານ ໕ ປະການ.
ຜູ້ໃຫ້ທານຍ່ອມເປັນທີ່ຮັກຂອງຊົນເປັນຈຳນວນຫຼາຍ ຊື່ວ່າດຳເນີນຕາມທັມຂອງສັບບຸຣຸສ ສັບບຸຣຸສຜູ້ສັງລວມອິນຊີ ປະພຶຕພຣົມມະຈັນ ຍ່ອມຄົບຫາຜູ້ໃຫ້ທານທຸກເມື່ອ ສັບບຸຣຸສເຫຼົ່ານັ້ນຍ່ອມສະແດງທັມ ເປັນທີ່ບັນເທົາທຸກຂ໌ທັງປວງແກ່ເຂົາ ເຂົາໄດ້ຮູ້ແຈ້ງແລ້ວ ຍ່ອມເປັນຜູ້ຫາອາສະວະບໍ່ໄດ້ ປະຣິນິບພານໃນໂລກນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜູ້ໃຫ້ໂພຊະນະ ຊື່ວ່າ ໃຫ້ອາຍຸ
ວັນນະ ສຸຂະ ພະລະ ແລະປະຕິພານ ໐໕
- ບາລີ ຈຕຸກກ. ອັງ. ໒໑/໘໔/໕໙. - ບາລີ ປັນຈກ. ອັງ. ໒໒/໔໔/໓໗.
ພິກຂຸທັງຫຼາຍ ! ຜູ້ໃຫ້ໂພຊະນະຊື່ວ່າຍ່ອມໃຫ້ຖານະ ໔ ຢ່າງແກ່ປະຕິຄາຫົກ ໔ ຢ່າງເປັນແນວໃດ ຄື ໃຫ້ອາຍຸ ໃຫ້ວັນນະ ໃຫ້ສຸຂະ ໃຫ້ພະລະ ຄັນໃຫ້ອາຍຸແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງອາຍຸອັນເປັນທິພຫຼືເປັນຂອງມະນຸສ ຄັນໃຫ້ວັນນະແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງວັນນະອັນເປັນທິພຫຼືເປັນຂອງມະນຸສ ຄັນໃຫ້ສຸຂແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງສຸຂ ອັນເປັນທິພຫຼືເປັນຂອງມະນຸສ ຄັນໃຫ້ພະລະແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງພະລະອັນເປັນທິພຫຼືເປັນຂອງມະນຸສ.
ພິກຂຸທັງຫຼາຍ ! ຜູ້ໃຫ້ໂພຊະນະ ຊື່ວ່າຍ່ອມໃຫ້ຖານະ ໔ ຢ່າງນີ້ແລ ແກ່ປະຕິຄາຫົກ.
(ຄາຖາຜະນວກທ້າຍພຣະສູຕ)
ຜູ້ໃດຍ່ອມໃຫ້ໂພຊະນະໂດຍເຄົາຣົບ ຕາມກາລອັນຄວນແກ່ທ່ານຜູ້ສັງລວມ ບໍຣິໂພກໂພຊະນະທີ່ຜູ້ອື່ນໃຫ້ເປັນຢູ່ ຜູ້ນັ້ນຊື່ວ່າໃຫ້ຖານະທັງ ໔ ຢ່າງ ຄື ອາຍຸ ວັນນະ ສຸຂະ ແລະພະລະ
ຜູ້ມີປົກກະຕິໃຫ້ອາຍຸ ວັນນະ ສຸຂະ ພະລະ ຈະເກີດໃນທີ່ບ່ອນໃດໆ ຍ່ອມເປັນຜູ້ມີອາຍຸຍືນ ມີຍົສໃນບ່ອນນັ້ນໆ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ຜູ້ໃຫ້ໂພຊະນະ ຊື່ວ່າໃຫ້ຖານະ ໕ ຢ່າງແກ່ປະຕິຄາຫົກ ໕ ຢ່າງເປັນແນວໃດ ຄື ໃຫ້ອາຍຸ ໃຫ້ວັນນະ ໃຫ້ສຸຂ ໃຫ້ກຳລັງ ໃຫ້ປະຕິພານ ຄັນໃຫ້ອາຍຸແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງອາຍຸ ອັນເປັນທິພຫຼືເປັນຂອງມະນຸສ ຄັນໃຫ້ວັນນະແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງວັນນະ ອັນເປັນທິພຫຼືເປັນຂອງມະນຸສ ຄັນໃຫ້ສຸຂແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງສຸຂ ອັນເປັນທິພຫຼືເປັນຂອງມະນຸສ ຄັນໃຫ້ກຳລັງແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງກຳລັງ ອັນເປັນທິພຫຼືເປັນຂອງມະນຸສ ຄັນໃຫ້ປະຕິພານແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງປະຕິພານ ອັນເປັນທິພຫຼືເປັນຂອງມະນຸສ.
ພິກຂຸທັງຫຼາຍ ! ຜູ້ໃຫ້ໂພຊະນະ ຊື່ວ່າຍ່ອມໃຫ້ຖານະ ໕ ຢ່າງນີ້ແລແກ່ປະຕິຄາຫົກ.
(ຄາຖາຜະນວກທ້າຍພຣະສູຕ)
ຜູ້ມີປັນຍາ ໃຫ້ອາຍຸຍ່ອມໄດ້ອາຍຸ ໃຫ້ກຳລັງຍ່ອມໄດ້ກຳລັງ ໃຫ້ວັນນະຍ່ອມໄດ້ວັນນະ ໃຫ້ປະຕິພານຍ່ອມໄດ້ປະຕິພານ ໃຫ້ສຸຂຍ່ອມໄດ້ສຸຂ ຄັນໃຫ້ອາຍຸ ກຳລັງ ວັນນະ ສຸຂະ ແລະປະຕິພານແລ້ວ ຈະເກີດໃນທີ່ບ່ອນໃດໆ ຍ່ອມເປັນຜູ້ມີອາຍຸຍືນ ມີຍົສໃນບ່ອນນັ້ນໆ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜູ້ໃຫ້ເຂົ້າຍາຄູ ກໍຊື່ວ່າ ໃຫ້ອາຍຸ
ວັນນະ ສຸຂະ ພະລະ ແລະປະຕິພານ ໐໖
- ບາລີ ມະຫາ. ວິ. ໕/໗໖/໖໑.








