ທານ

ໜ້າ/ 70

໑໔໔

໑໔໕

໑໔໖

໑໔໘

໑໕໑

໑໕໒

໑໕໓

໑໕໕

໑໕໗

໑໕໙

໑໖໐

໑໖໖

໑໗໓

໑໗໔

໑໗໕

໑໘໐

໑໘໑

໑໘໓

໑໘໖

ພາກຜະນວກ (ພາກເພີ້ມຕື່ມ)

໘໐. ຈະເຣີນເມຕຕາຈິຕມີຜົລຫຼາຍກວ່າໃຫ້ທານ

໘໑. ຜົລຂອງການຈະເຣີນເມຕຕາ

໘໒. ວິທີການຈະເຣີນເມຕຕາແລະການຈະເຣີນພຣົມມະວິຫາຣ

໘໓. ການຮັບທີ່ບໍ່ເປັນທັມ ຫຼື ການຮັບທີ່ເປັນທັມ

໘໔. ການກ່ຽວຂ້ອງກັບເງິນຄໍາຂອງພິກຂຸ

໘໕. ຂໍ້ປະຕິບັຕໃນການອະນຸໂມທະນາຂອງພິກຂຸ

໘໖. ຂໍ້ປະຕິບັຕໃນການຂໍສິ່ງຂອງຕໍ່ຜູ້ປະວາຣະນາຂອງພິກຂຸ

໘໗. ເຫຕໃຫ້ຄ້າຂາຍໄດ້ກໍາໄລ ຫຼື ຂາດທຶນ

໘໘. ເຫຕແຫ່ງຄວາມຈະເຣີນຂຶ້ນແລະຄວາມຖືກທຳລາຍແຫ່ງຕະກູລ

໑໘໗

໑໘໘

໑໘໙

໑໙໐

໑໙໔

໑໙໖

໒໐໐

໒໐໑

໒໐໒

໒໐໔

ໝາຍເຫຕຜູ້ລວບລວມ

ໃຈຄວາມຂອງໜັງສືເຫຼັ້ມນີ້ ບາງສ່ວນໄດ້ແປງສໍານວນຕ່າງຈາກສະບັບຫຼວງ ໂດຍທຽບຄຽງຈາກທຸກສໍານັກ (ສະຫຽາມຣັຖ, ສະບັບຫຼວງ, ສະບັບມະຫາມຸງກຸຕ, ສະບັບມະຫາຈຸລາ, ສະບັບສະມາຄົມບາລີປະກອຣແຫ່ງປະເທດອັງກິດ) ເພື່ອໃຫ້ສອດຮັບກັບບາລີ ແລະຄວາມເຊື່ອມໂຍງຂອງພຸດທະວະຈະນະໃຫ້ຫຼາຍທີ່ສຸຸດ.

ຄວາມໝາຍຂອງທານ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທານະ (ການໃຫ້) ເປັນແນວໃດ ໐໑

- ບາລີ ອຸປຣິ. ມ. ໑໔/໓໗໖/໕໗໙.

ມານົພ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ຍ່ອມເປັນຜູ້ໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ ສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ທີ່ໃດໆ ໃນພາຍຫຼັງ ຈະເປັນຄົນມີໂພຄະຊັພຫຼາຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຈາຄະ (ການບໍຣິຈາກ) ເປັນແນວໃດ ໐໒

- ບາລີ ຈຕຸກກ. ອັງ. ໒໑/໘໕/໖໑.

ຄະຫະບໍດີ ! ກໍຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ) ເປັນແນວໃດ

ອະຣິຍະສາວົກໃນທັມວິນັຍນີ້ ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ ນີ້ຮຽກວ່າ ຈາຄະສັມປະທາ.

ເປັນຫຍັງຈຶ່ງ(ຄວນ)ໃຫ້ທານ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜົລແຫ່ງທານໃນປະຈຸບັນແລະສັມປະຣາຍະ ໐໓

- ບາລີ ປັນຈກ. ອັງ. ໒໒/໔໑/໓໔.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະຜູ້ມີພຣະພາຄຊົງສາມາດ ບັນຍັຕຜົລແຫ່ງທານ ທີ່ຈະຍ່ອມເຫັນໄດ້ໃນປັຈຈຸບັນຫຼືໜໍ.

ສາມາດ ສີຫະ !

ສີຫະ ! ທາຍົກຜູ້ເປັນທານະບໍດີ ຍ່ອມເປັນທີ່ຮັກທີ່ພໍໃຈຂອງ ຊົນທັງຫຼາຍແມ່ນວ່າຂໍ້ນີ້ເປັນຜົລແຫ່ງທານທີ່ຍ່ອມຈະເຫັນເອງ.

ອີກປະການໜຶ່ງ ສັບບຸຣຸສຜູ້ສະຫງົບຍ່ອມຄົບຫາທາຍົກຜູ້ເປັນ ທານະບໍດີ ແມ່ນວ່າຂໍ້ນີ້ກໍເປັນຜົລແຫ່ງທານທີ່ຍ່ອມຈະເຫັນເອງ.

ອີກປະການໜຶ່ງ ກິຕຕິສັບອັນງາມຂອງທາຍົກ ຜູ້ເປັນທານະບໍດີ ຍ່ອມລືຊາແຜ່ກະຈາຍໄປ ແມ່ນວ່າຂໍ້ນີ້ກໍເປັນຜົລແຫ່ງທານທີ່ຍ່ອມຈະເຫັນເອງ.

ອີກປະການໜຶ່ງ ທາຍົກຜູ້ເປັນທານະບໍດີ ຈະເຂົ້າໄປສູ່ທີ່ປະຊຸມໃດໆ ຄືທີ່ປະຊຸມກະສັຕ ພຣາມ ຄະຫະບໍດີ ສະມະນະ ກໍຍ່ອມເປັນຜູ້ອົງອາດບໍ່ເກີ້ເຂີນເຂົ້າໄປ ແມ່ນວ່າຂໍ້ນີ້ກໍເປັນຜົລແຫ່ງທານທີ່ຍ່ອມຈະເຫັນເອງ.

ອີກປະການໜຶ່ງ ທາຍົກຜູ້ເປັນທານະບໍດີ ເມື່ອຕາຍໄປຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ແມ່ນວ່າຂໍ້ນີ້ກໍເປັນຜົລແຫ່ງທານທີ່ຈະຍ່ອມໄດ້ໃນສັມປະຣາຍະ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ອານິສົງສ໌ແຫ່ງການໃຫ້ທານ ໐໔

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ