ທານ
ໜ້າ/ 70
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທານ ບຸກຄົນຄວນໃຫ້ໃນທີບ່ອນໃດໜໍ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທານ ບຸກຄົນຄວນໃຫ້ໃນທີ່ບ່ອນໃດໜໍ.
ມະຫາຣາຊ ! ຈິຕຍ່ອມເຫຼື້ອມໃສໃນບ່ອນໃດ ຄວນໃຫ້ໃນບ່ອນນັ້ນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທານທີ່ໃຫ້ແລ້ວໃນທີ່ໃດຈຶ່ງມີຜົລຫຼາຍ.
ມະຫາຣາຊ! ທານຄວນໃຫ້ໃນທີ່ບ່ອນໃດນັ້ນເປັນຂໍ້ໜຶ່ງ ແລະທານທີ່ໃຫ້ແລ້ວໃນທີ່ບ່ອນໃດ ຈຶ່ງມີຜົລຫຼາຍ ນັ້ນເປັນອີກຂໍ້ໜຶ່ງ.
ມະຫາຣາຊ ! ທານທີ່ໃຫ້ແລ້ວແກ່ຜູ້ມີສີລແລ ມີຜົລຫຼາຍທານທີ່ໃຫ້ແລ້ວໃນຜູ້ທຸສີລ ຫາກຊິມີຜົລຫຼາຍກໍບໍ່.
ມະຫາຣາຊ ! ດ້ວຍເຫຕນັ້ນ ເຮົາຈັກຖາມຄືນພຣະອົງໃນບັນຫາກັມຂໍ້ນັ້ນຕື່ມ ພຣະອົງພໍພະທັຍຢ່າງໃດຈົ່ງຕອບຢ່າງນັ້ນ.
ມະຫາຣາຊ ! ພຣະອົງຈະສຳຄັນຄວາມຂໍ້ນັ້ນເປັນຢ່າງໃດ ນະ ທີ່ບ່ອນນີ້ການຮົບຍ່ອມປາກົດສະເພາະໜ້າ ແກ່ພຣະອົງ ສົງຄາມຍ່ອມປະທະກັນ ຖ້າວ່າກຸມາຣທີ່ເປັນກະສັຕ... ທີ່ເປັນພຣາມ... ທີ່ເປັນແພສ... ທີ່ເປັນສູດ ເປັນຜູ້ບໍ່ໄດ້ສຶກສາ ບໍ່ໄດ້ຫັດມື ບໍ່ໄດ້ຮັບຄວາມຊຳນານ ບໍ່ໄດ້ຝຶກລອງການຍິງ ເປັນຄົນຂີ້ຂາດ ເປັນຄົນມັກສັ່ນ ເປັນຄົນມັກສະດຸ້ງ ເປັນຄົນມັກແລ່ນໜີ ຍ່ອມມາອາສາແລ້ວ ພຣະອົງ ຈະຊົງຊຸບລ້ຽງບຸຣຸສນັ້ນຫຼືບໍ່
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ແລະພຣະອົງຈະຊົງຕ້ອງການບຸຣຸສເຊັ່ນນັ້ນຫຼືບໍ່.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍຍ່ອມບໍ່ຊຸບລ້ຽງບຸຣຸສນັ້ນ ແລະຂ້ານ້ອຍ ຍ່ອມບໍ່ຕ້ອງການບຸຣຸສເຊັ່ນນັ້ນແລ.
ມະຫາຣາຊ ! ພຣະອົງຈະຊົງສຳຄັນຄວາມຂໍ້ນັ້ນເປັນຢ່າງໃດ ນະ ທີ່ບອ່ນນີ້ການຮົບຍ່ອມປາກົດແກ່ພະອົງ ສົງຄາມຍ່ອມປະທະກັນ ຖ້າວ່າກຸມາຣທີ່ເປັນກະສັຕ... ທີ່ເປັນພຣາມ...ທີ່ເປັນແພສ... ທີ່ເປັນສູດ ເປັນຜູ້ສຶກສາດີແລ້ວ ໄດ້ຫັດມືແລ້ວ ໄດ້ຮັບຄວາມຊຳນານແລ້ວ ໄດ້ຝຶກລອງການຍິງມາແລ້ວ ບໍ່ເປັນຄົນຂີ້ຂາດ ບໍ່ເປັນຄົນມັກສັ່ນ ບໍ່ເປັນຄົນສະດຸ້ງ ບໍ່ເປັນຄົນມັກປົບໜີ ຍ່ອມມາອາສາ ພຣະອົງຈະຊົງຊຸບລ້ຽງບຸຣຸສນັ້ນຫຼືບໍ່ ແລະ ພຣະອົງຈະຊົງມີປະສົງບຸຣຸສເຊັ່ນນັ້ນຫຼືບໍ່.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍ ຍ່ອມຊຸບລ້ຽງບຸຣຸສນັ້ນ ແລະຂ້ານ້ອຍ ຍ່ອມຕ້ອງການບຸຣຸສເຊັ່ນນັ້ນ.
ມະຫາຣາຊ ! ເຊັ່ນນັ້ນກໍຄືກັນ ແມ່ນຫາກວ່າກຸນລະບຸຕ ອອກຈາກເຮືອນຕະກູລໃດໆ ເປັນຜູ້ບວຊຫາເຮືອນບໍ່ໄດ້ ແລະກຸນລະບຸຕນັ້ນ ເປັນຜູ້ມີອົງຄ໌ ໕ ອັນລະໄດ້ແລ້ວ ເປັນຜູ້ປະກອບແລ້ວດ້ວຍອົງຄ໌ ໕ ທານທີ່ໃຫ້ແລ້ວໃນກຸນລະບຸຕນັ້ນ ຍ່ອມເປັນທານມີຜົລຫຼາຍ ອົງຄ໌ ໕ ອັນກຸນລະບຸຕນັ້ນລະໄດ້ແລ້ວເປັນແນວໃດ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
(໑) ກາມະສັນທະ ອັນກຸນລະບຸຕນັ້ນລະໄດ້ແລ້ວ
(໒) ພະຍາປາທະ ອັນກຸນລະບຸຕນັ້ນລະໄດ້ແລ້ວ
(໓) ຖີນະມິດທະ ອັນກຸນລະບຸຕນັ້ນລະໄດ້ແລ້ວ
(໔) ອຸດທັຈຈະກຸກກຸຈຈະ ອັນກຸນລະບຸຕນັ້ນລະໄດ້ແລ້ວ
(໕) ວິຈິກິຈສາ ອັນກຸນລະບຸຕນັ້ນລະໄດ້ແລ້ວ
ເຫຼົ່ານີ້ແລ ອົງຄ໌ ໕ ອັນກຸນລະບຸຕນັ້ນລະໄດ້ແລ້ວ.
ກຸນລະບຸຕນັ້ນເປັນຜູ້ປະກອບດ້ວຍອົງຄ໌ ໕ ເປັນແນວໃດ
(໑) ເປັນຜູ້ປະກອບແລ້ວດ້ວຍກອງສີລ
ອັນເປັນຂອງພຣະອະເສຂະ
(໒) ເປັນຜູ້ປະກອບແລ້ວດ້ວຍກອງສະມາທິ
ອັນເປັນຂອງພຣະອະເສຂະ
(໓) ເປັນຜູ້ປະກອບແລ້ວດ້ວຍກອງປັນຍາ
ອັນເປັນຂອງພຣະອະເສຂະ
(໔) ເປັນຜູ້ປະກອບແລ້ວດ້ວຍກອງວິມຸຕ
ອັນເປັນຂອງພຣະອະເສຂະ
(໕) ເປັນຜູ້ປະກອບແລ້ວດ້ວຍກອງວິມຸຕຕິຍານະທັສສະນະ
ອັນເປັນຂອງພຣະອະເສຂະ








