ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ກຸນລະບຸຕນັ້ນ ເປັນຜູ້ປະກອບແລ້ວດ້ວຍອົງຄ໌ ໕ ເຫຼົ່ານີ້ ທານທີ່ໃຫ້ແລ້ວໃນກຸນລະບຸຕຜູ້ມີອົງຄ໌ ໕ ອັນລະໄດ້ແລ້ວແລະເປັນຜູ້ປະກອບແລ້ວດ້ວຍອົງຄ໌ ໕ ຢ່າງນີ້ ຍ່ອມມີຜົລຫຼາຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

(ຄາຖາຜະນວກທ້າຍພຣະສູຕ)

ສິລະປະການຍິງແມ່ນ ກຳລັງເຂັ້ມແຂງ ແລະຄວາມກ້າຫານມີຢູ່ໃນຊາຍໜຸ່ມຜູ້ໃດ ພຣະຣາຊາຜູ້ຊົງປະສົງດ້ວຍການຮົບ ຍ່ອມຊົງຊຸບລ້ຽງຊາຍໜຸ່ມເຊັ່ນນັ້ນ ຍ່ອມບໍ່ຊົງຊຸບລ້ຽງຊາຍໜຸ່ມຜູ້ບໍ່ກ້າຫານ ເພາະເຫຕແຫ່ງຊາຕເຊັ່ນໃດ

ທັມມະຄືຂັນຕິແລະໂສຣັຈຈະ ຕັ້ງຢູ່ແລ້ວໃນບຸກຄົນໃດ ຜູ້ຄົນຄວນບູຊາບຸກຄົນນັ້ນ ຜູ້ມີປັນຍາມີຄວາມປະພຶຕຢ່າງພຣະອະຣິຍະແມ່ນວ່າມີຊາຕ (ກໍາເນີດ) ຕໍ່າ ເຊັ່ນນັ້ນຄືກັນ

ຈົ່ງສ້າງອາສົມອັນເປັນທີ່ຊື່ນໃຈ ຍັງຜູ້ພະຫຸສູຕທັງຫຼາຍໃຫ້ພໍານັກຢູ່ ນະ ທີ່ນັ້ນ ຈົ່ງສ້າງບໍ່ນ້ຳໄວ້ໃນປ່າທີ່ກັນດານນ້ຳ ແລະຂົວໃນທີ່ເປັນຫຼົ່ມ ຈົ່ງຖວາຍເຂົ້ານ້ຳ ຂອງຫຍ້ຳ ຜ້າແລະເສນາສະນະ ໃນທ່ານຜູ້ຊື່ຕົງທັງຫຼາຍ ດ້ວຍນ້ຳໃຈອັນຜ່ອງໃສ ເມຄມີສາຍຟ້າເຫຼື້ອມແມບມາບ ມີສາຍຕັ້ງຮ້ອຍດັງຫຶ່ມໆຢູ່ ຍັງແຜ່ນດິນໃຫ້ປຽກຊຸ່ມຢູ່ ຍ່ອມຍັງທີ່ໂນນແລະທີ່ຫຼຸບໃຫ້ເຕັມ ແມ່ນນີ້ເຊັ່ນໃດ

ທາຍົກຜູ້ມີສັດທາ ເປັນບັນດິຕໄດ້ຟັງແລ້ວ ຍ່ອມຈັດຫາໂພຊະນາຫາຣ ມາລ້ຽງວະນິພົກດ້ວຍເຂົ້າ ນ້ຳ ໃຫ້ອີ່ມພໍ ບັນເທີງໃຈ ທ່ຽວໄປໃນໂຮງທານ ສັ່ງວ່າທ່ານທັງຫຼາຍຈົ່ງໃຫ້ ທ່ານທັງຫຼາຍຈົ່ງໃຫ້ ດັ່ງນີ້ ແລະທາຍົກນັ້ນ ບັນລືສຽງເໝືອນສຽງດັງຫຶ່ມໆແຫ່ງຟ້າເມື່ອຝົນກຳລັງຕົກ ສະນັ້ນ ສາຍນໍ້າແຫ່ງບຸນຍ໌ອັນໄພບູນນັ້ນ ຍ່ອມຍັງທາຍົກໃຫ້ຊຸ່ມຊື່ນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຄວນໃຫ້ທານໃນທີ່ບ່ອນໃດ (ນັຍທີ ໒) ໔໙

- ບາລີ ສັກກ. ອັງ. ໒໒/໔໓໖-໔໓໘/໓໓໐.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທານປະຈຳຕະກຸນຂ້ານ້ອຍຍັງໃຫ້ຢູ່ ແຕ່ ວ່າທານນັ້ນ ຂ້ານ້ອຍ ໃຫ້ສະເພາະໝູ່ພິກຂຸຜູ້ເປັນອະຣະຫັນຕ໌ ຫຼືຜູ້ປະຕິ ບັຕອະຣະຫັນຕະມັຄທີ່ຢູ່ປ່າ ທີ່ຖືບິນດະບາຕ ທີ່ຖືຜ້າບັງສະກຸນເປັນວັຕ”.

ຄະຫະບໍດີ ! ຂໍ້ທີ່ຈະຮູ້ວ່າຄົນໝູ່ນີ້ເປັນພຣະອະຣະຫັນຕ໌ ຫຼືປະຕິບັຕອະຣະຫັຕຕະມັຄນັ້ນ ເປັນສິ່ງທີ່ຮູ້ໄດ້ຍາກສຳລັບທ່ານຜູ້ເປັນຄະຣືຫັດຜູ້ບໍຣິໂພກກາມ ຜູ້ຍັງມີການນອນບຽດບຸຕ ບໍຣິໂພກໃຊ້ສອຍຈັນຫອມແລະຜ້າຈາກເມືອງກາສີ ທັດຊົງມາລາ ແລະເຄື່ອງກິ່ນ ແລະເຄື່ອງຜັດທາ ຍິນດີຢູ່ດ້ວຍຄໍາແລະເງິນ.

ຄະຫະບໍດີ ! ເຖິງແມ່ນພິກຂຸຈະເປັນ ຜູ້ຢູ່ປ່າເປັນວັຕ ຖ້າເປັນຜູ້ຟຸ້ງຊ້ານ ຖືຕົວ ປີ້ນປ່າຍ ເວົ້າຫຼາຍ ມີວາຈາບໍ່ແນ່ນອນ ມີສະຕິລືມຫຼົງ ປາສະຈາກສັມປະຊັນຍະ ບໍ່ມີສະມາທິ ມີຈິຕໝູນໄປຜິດ ມີອິນຊີອັນປ່ອຍແລ້ວ: ດ້ວຍອາການຢ່າງນີ້ ພິກຂຸນັ້ນ ຄວນຖືກຕິຕຽນດ້ວຍອົງຄ໌ນັ້ນໆ.

ຄະຫະບໍດີ ! ເຖິງແມ່ນພິກຂຸຈະເປັນ ຜູ້ຢູ່ປ່າເປັນວັຕ ຖ້າເປັນຜູ້ບໍ່ຟຸ້ງຊ້ານ ບໍ່ຖືຕົວ ບໍ່ປີ້ນປ່າຍ ບໍ່ເວົ້າຫຼາຍ ມີວາຈາແນ່ນອນ ມີສະຕິຕັ້ງໝັ້ນ ມີສັມປະຊັນຍະ ມີສະມາທິ ມີເອກັກ ຄະຕາຈິຕ ສັງລວມອິນຊີ: ດ້ວຍອາການຢ່າງນີ້ ພິກຂຸນັ້ນອັນໃຜໆ ຄວນສັນລະເສີນດ້ວຍອົງຄ໌ນັ້ນໆ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ