ທານ
ໜ້າ/ 70
ຄວາມກົມກຽວເປັນນ້ຳໜຶ່ງໃຈດຽວກັນ ຍັງມີໄດ້ແມ່ນແກ່ພວກຄົນກັກຂະລະເຫຼົ່ານັ້ນ ທີ່ປຸ້ນເມືອງ ຫັກແຂ່ງຂາຊາວບ້ານຂ້າຟັນຜູ້ຄົນ ແລ້ວຕ້ອນມ້າ ງົວ ແລະຂົນເອົາຊັພໄປ ແລ້ວເປັນຫຍັງຈະມີແກ່ພວກເຈົ້າບໍ່ໄດ້ໜໍ.
ຖ້າຫາກບໍ່ໄດ້ສະຫາຍ ທີ່ພາເອົາຕົວລອດ ເປັນປຣາຊທີ່ມີຄວາມ ເປັນຢູ່ດີ ເປັນເພື່ອນຮ່ວມທາງແລ້ວ ກໍຈົ່ງວາງຕົວໃຫ້ເໝືອນ ພຣະຣາຊາທີ່ລະແຄວ້ນຊຶ່ງພິຊິຕໄດ້ແລ້ວໄປເສຍ ແລ້ວທ່ຽວໄປຄົນດຽວດຸຈດັ່ງຊ້າງມາຕັງຄະ ທ່ຽວໄປໃນປ່າຕົວດຽວ ສະນັ້ນ.
ການທ່ຽວໄປຄົນດຽວ ດີກວ່າ ເພາະບໍ່ມີຄວາມເປັນສະຫາຍກັນໄດ້ກັບຄົນພາລ ຈົ່ງທ່ຽວໄປຄົນດຽວ ແລະບໍ່ທຳບາບເປັນຄົນມັກນ້ອຍ ດຸດດັ່ງຊ້າງມາຕັງຄະ ເປັນສັຕມັກນ້ອຍ ທ່ຽວໄປໃນປ່າ ສະນັ້ນ.
ຄັນແລ້ວຈຶ່ງສະເດັດໄປຈາກບ່ອນນັ້ນ ສູ່ພາລະກະໂລນະກາຣະກະຄາມ ສູ່ປ່າຊື່ປາຈີນວັງສະໂດຍລຳດັບ ໄດ້ຊົງພົບພໍ້ກັບພຣະເຖຣະຕ່າງໆ ໃນບ່ອນທີ່ສະເດັດໄປນັ້ນ ໃນທີ່ສຸດໄດ້ສະເດັດໄປພຳນັກຢູ່ ນະ ເຫງົ້າໄມ້ສາລະອັນຮົ່ມເຢັນ ນະ ປ່າຊື່ປາຣິເລີຍຍະກະແລະໄດ້ມີພະຍາຊ້າງຊື່ປາຣິເລີຍຍະກະ ມາອຸປັຕຖາກເບິ່ງແຍງພຣະຜູ້ມີພຣະພາຄ ຕໍ່ຈາກນັ້ນຈຶ່ງໄດ້ສະເດັດໄປຍັງກຸງສາວັຕຖີ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ເທື່ອນັ້ນ ອຸບາສົກອຸບາສິກາຊາວນະຄອນໂກສຳພີໄດ້ຫາລືກັນດັ່ງນີ້ວ່າພຣະມ່ອມເຈົ້າເຫຼົ່າພິກຂຸຊາວນະຄອນໂກສຳພີນີ້ ສ້າງຄວາມພິນາສໃຫຍ່ຫຼວງໃຫ້ພວກເຮົາ ພຣະຜູ້ມີພຣະພາຄຖືກທ່ານເຫຼົ່ານີ້ລົບກວນ ຈຶ່ງສະເດັດຫຼີກໄປເສຍ ເອົາລະພວກເຮົາບໍ່ຕ້ອງອະພິວາດ ບໍ່ຕ້ອງລຸກຮັບ ບໍ່ຕ້ອງເຮັດອັນຊະລີກັມ ສາມີຈິກັມ ບໍ່ຕ້ອງສັກກາຣະ ບໍ່ຕ້ອງເຄົາຣົບ ບໍ່ຕ້ອງນັບຖື ບໍ່ຕ້ອງບູຊາຊຶ່ງພຣະມ່ອມເຈົ້າເຫຼົ່າພິກຂຸຊາວນະຄອນໂກສຳພີ ແມ່ນເຂົ້າມາບິນດະບາຕ ກໍບໍ່ຕ້ອງຖວາຍບິນດະບາຕ ທ່ານເຫຼົ່ານີ້ຖືກພວກເຮົາບໍ່ສັກກາຣະ ບໍ່ເຄົາຣົບ ບໍ່ນັບຖື ບໍ່ບູຊາ ເປັນຜູ້ບໍ່ມີສັກກາຣະຢ່າງນີ້ ຈັກຫຼີກໄປເສຍ ຫຼືຈັກສິກເສຍ ຫຼືຈັກໃຫ້ພຣະຜູ້ມີພຣະພາຄຊົງໂຜດ ຄັນແລ້ວບໍ່ອະພິວາດ ບໍ່ລຸກຮັບ ບໍ່ເຮັດອັນຊະລີກັມ ສາມີຈິກັມ ບໍ່ສັກກາຣະ ບໍ່ເຄົາຣົບ ບໍ່ນັບຖື ບໍ່ບູຊາ ຊຶ່ງພວກພິກຂຸຊາວນະຄອນໂກສຳພີ ແມ່ນເຂົ້າມາບິນດະບາຕ ກໍບໍ່ຖວາຍບິນດະບາຕ.
ເທື່ອນັ້ນ ພວກພິກຂຸຊາວນະຄອນໂກສຳພີ ຖືກອຸບາສົກອຸບາສີກາຊາວນະຄອນໂກສຳພີບໍ່ສັກກາຣະ ບໍ່ເຄົາຣົບ ບໍ່ນັບຖື ບໍ່ບູຊາ ເປັນຜູ້ບໍ່ມີສັກກາຣະ ຈຶ່ງເວົ້າກັນຢ່າງນີ້ວ່າ ອາວຸໂສທັງຫຼາຍ ! ບໍ່ດັ່ງນັ້ນ ພວກເຮົາຄວນໄປພະນະຄອນສາວັຕຖີ ແລ້ວລະງັບອະທິກອນນີ້ໃນສຳນັກພຣະຜູ້ມີພຣະພາຄ ຄັນແລ້ວ ເກັບກູ້ເສນາສະນະ ຖືບາຕ ຈີວອຣ ພາກັນເດິນທາງໄປພະນະຄອນສາວັຕຖີ.
ພິກຂຸເຫຼົ່ານັ້ນໄດ້ຮັບຄວາມລຳບາກ ກໍຮູ້ສຶກສຳນຶກຜິດ ຈຶ່ງພາກັນເດິນທາງໄປກຸງສາວັຕຖີ ແລະຍອມຕົກລົງລະງັບຂໍ້ວິວາທແຕກແຍກກັນໂດຍພິກຂຸອົງທີ່ເປັນຕົ້ນເຫຕ ຍອມສະແດງອາບັຕ ພິກຂຸຝ່າຍທີ່ສູຕປະກາສລົງໂທສຍອມຖອນປະກາສ ພຣະຜູ້ມີພຣະພາຄຈຶ່ງຕຣັສໃຫ້ປະຊຸມສົງຄ໌ສູຕປະກາສລະງັບເລື່ອງນັ້ນ ເປັນສັງຄະສາມັກຄີດ້ວຍທຸຕິຍະກັມວາຈາ ສຳເລັດແລ້ວໃຫ້ສູຕປາຕິໂມກຂ໌.
ຄວນໃຫ້ທານທີ່ບ່ອນໃດ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຄວນໃຫ້ທານໃນທີ່ບ່ອນໃດ (ນັຍທີ ໑) ໔໘
- ບາລີ ສຄາຖ. ສັງ. ໑໕/໑໔໓/໔໐໕.








