ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພຣະຜູ້ມີພຣະພາຄໄດ້ຕຣັສຄຳນີ້ ແກ່ພິກຂຸເຫຼົ່ານັ້ນເປັນຄຳຮອບ ໒ ວ່າ

ພິກຂຸທັງຫຼາຍ ! ພໍແລ້ວ ພວກເຈົ້າທັງຫຼາຍ ຢ່າໝາຍໝັ້ນກັນເລີຍ ຢ່າຜິດຖຽງກັນເລີຍ ຢ່າໂຕ້ຖຽງກັນເລີຍ ຢ່າວິວາດກັນເລີຍ.

ມີພິກຂຸບາງອົງທູນຄຳນີ້ຂຶ້ນເປັນຄຳຮອບ ໒ ວ່າ “ຂ້າແຕ່ພຣະຜູ້ມີພຣະພາຄເຈົ້າຜູ້ເປັນທັມບິດາ ! ຂໍພຣະອົງຈົ່ງຢຸດໄວ້ກ່ອນເຖີ້ນ ຂ້ານ້ອຍ ຂໍຈົ່ງ ຊົງຂົນຂວາຍໜ້ອຍເຖີ້ນ ຂ້ານ້ອຍ ຂ້າແຕ່ພຣະຜູ້ມີພຣະພາຄເຈົ້າ ! ຂໍຈົ່ງຊົງປະກອບໃນສຸຂວິຫາຣໃນທິຕຖະທັມຢູ່ເຖີ້ນ ຂ້ານ້ອຍ ພວກຂ້ານ້ອຍທັງຫຼາຍ ຈັກສູ້ໃຫ້ເຫັນດຳເຫັນແດງກັນ ດ້ວຍການໝາຍໝັ້ນກັນ ດ້ວຍການຜິດຖຽງກັນ ດ້ວຍການໂຕ້ຖຽງກັນ ດ້ວຍການວິວາດກັນ ອັນນີ້ເອງ”.

ພຣະຜູ້ມີພຣະພາຄ ຈຶ່ງຊົງສັ່ງສອນໃຫ້ເບິ່ງຕົວຢ່າງ ທີຄາວຸກຸມາຣ ແຫ່ງແຄວ້ນໂກສົລ ຜູ້ຄິດແກ້ແຄ້ນພຣະເຈົ້າພຣົມມະທັຕແຫ່ງແຄວ້ນກາສີ ໃນການທີ່ຈັບພະຣາຊະບິດາຂອງພຣະອົງ ຄືພຣະເຈົ້າທີຄີຕິໄປທໍຣະມານປະຈານແລະປະຫານຊີວິຕ ເມື່ອມີໂອກາສຈະແກ້ແຄ້ນໄດ້ກໍຍັງລະລຶກເຖິງໂອວາທຂອງພໍ່ ທີ່ບໍ່ໃຫ້ເຫັນແກ່ຍາວ (ຄືບໍ່ໃຫ້ຜູກເວຣຈອງເວຣໄວ້ດົນ) ບໍ່ໃຫ້ເຫັນແກ່ສັ້ນ (ຄືບໍ່ໃຫ້ຕັດໄມຕຣີ) ແລະໃຫ້ສຳນຶກວ່າ ເວຣຍ່ອມລະງັບດ້ວຍການບໍ່ຈອງເວຣ ຈຶ່ງໄວ້ຊີວິຕພຣະເຈົ້າພຣົມມະທັຕ ແລ້ວກັບໄດ້ຣາຊະສົມບັດທີ່ເສຍໄປຄືນ ພ້ອມທັງໄດ້ພຣະຣາຊະທິດາຂອງພຣະເຈົ້າພຣົມມະທັຕດ້ວຍ.

ຊົງສະຫຼຸບວ່າ ພຣະຣາຊາທີ່ຈັບສັສຕຣາວຸດ ຍັງຊົງມີຂັນຕິ ແລະໂສຣັຈຈະໄດ້ ຈຶ່ງຄວນທີ່ພິກຂຸທັງຫຼາຍຜູ້ບວຊໃນທັມວິນັຍນີ້ ຈະມີຄວາມອົດທົນແລະຄວາມສະງົບສະງ່ຽມ ແຕ່ພິກຂຸເຫຼົ່ານັ້ນກໍບໍ່ໄດ້ເຊື່ອຟັງ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ກາລນັ້ນແລ ໃນເວລາເຊົ້າ ພຣະຜູ້ມີພຣະພາຄເຈົ້າ ຊົງຄອງຈີວອຣ ຖືບາຕ ສະເດັດເຂົ້າໄປສູ່ເມືອງໂກສຳພີ ເພື່ອບິນດະບາຕ ຄັນຊົງທ່ຽວບິນດະບາຕໃນເມືອງໂກສຳພີແລ້ວ ພາຍຫຼັງພັຕຕະກາລ ກັບຈາກບິນດະບາຕແລ້ວ ຊົງເກັບບໍຣິຂາຣຂຶ້ນມາຖືໄວ້ ແລ້ວປະທັບຢືນ ຕຣັສຄາຖານີ້ວ່າ

ຄົນຕໍ່າໆດ້ວຍກັນ ສົ່ງສຽງໂວກເວກໂວຍວາຍ ແຕ່ຫາມີຄົນໃດສຳຄັນຕົວວ່າ ເປັນພາລບໍ່ ເມື່ອໝູ່ແຕກກັນ ກໍຫາໄດ້ມີໃຜຮູ້ສຶກເປັນຢ່າງອື່ນ ໃຫ້ດີຂຶ້ນໄປກວ່ານັ້ນໄດ້ບໍ່.

ພວກບັນດິຕລືມຕົວ ສະມັກທີ່ຈະເວົ້າຕາມທາງທີ່ຕົນປາຖນາ ຈະເວົ້າຢ່າງໃດກໍເວົ້າພ່າມໄປຢ່າງນັ້ນ ຫາໄດ້ນຳພາເຖິງກິເລສທີ່ເປັນເຫຕແຫ່ງການຜິດຖຽງກັນບໍ່.

ພວກໃດ ຍັງຜູກໃຈເຈັບຢູ່ວ່າ ‘ຜູ້ນັ້ນໄດ້ດ່າເຮົາ ໄດ້ທຳຮ້າຍເຮົາ ໄດ້ເອົາຊະນະເຮົາ ໄດ້ລັກຊັພຂອງເຮົາ’ ເວຣຂອງພວກນັ້ນຍ່ອມລະງັບບໍ່ລົງ.

ພວກໃດ ບໍ່ຜູກໃຈເຈັບວ່າ ‘ຜູ້ນັ້ນໄດ້ດ່າເຮົາ ໄດ້ທຳຮ້າຍເຮົາ ໄດ້ເອົາຊະນະເຮົາ ໄດ້ລັກຊັພຂອງເຮົາ’ ເວຣຂອງພວກນັ້ນຍ່ອມລະງັບໄດ້.

ໃນຍຸກໃດກໍຕາມ ເວຣທັງຫຼາຍ ບໍ່ເຄີຍລະງັບໄດ້ດ້ວຍການຜູກເວຣເລີຍ ແຕ່ລະງັບໄດ້ດ້ວຍບໍ່ມີການຜູກເວຣ ທັມນີ້ເປັນຂອງເກົ່າທີ່ໃຊ້ໄດ້ຕະຫຼອດກາລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຄົນພວກອື່ນ ບໍ່ຮູ້ສຶກວ່າ ‘ພວກເຮົາຈະແຕກມຸ່ນກໍເພາະເຫຕນີ້’ ພວກໃດ ສຳນຶກຕົວໄດ້ໃນເຫຕທີ່ມີນັ້ນ ຄວາມມຸ່ງຮ້າຍກັນຍ່ອມລະງັບໄດ້ ເພາະຄວາມຮູ້ສຶກນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ