ທານ
ໜ້າ/ 70
ອີກປະການໜຶ່ງ ອະຣິຍະສາວົກລະອະທິນນາທານ ງົດເວັ້ນຈາກອະທິນນາທານ ... ນີ້ເປັນທານປະການທີ ໒ ນີ້ເປັນກອງບຸນຍ໌ກອງກຸສົລປະການທີ ໕ ....
ອີກປະການໜຶ່ງ ອະຣິຍະສາວົກລະກາເມສຸມິຈສາຈາຣ ງົດເວັ້ນຈາກກາເມສຸມິຈສາຈາຣ ... ນີ້ເປັນທານປະການທີ ໓ ... ນີ້ເປັນກອງບຸນຍ໌ກອງກຸສົລປະການທີ ໖ ... .
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ອີກປະການໜຶ່ງ ອະຣິຍະສາວົກລະມຸສາວາທ ງົດເວັ້ນຈາກມຸສາວາທ ... ນີ້ເປັນທານປະການທີ ໔ ... ນີ້ເປັນກອງບຸນຍ໌
ກອງກຸສົລປະການທີ ໗ ....
ອີກປະການໜຶ່ງ ອະຣິຍະສາວົກລະການດື່ມນ້ຳເມົາ ຄື ສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ງົດເວັ້ນຈາກການດື່ມນ້ຳເມົາ ຄືສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ງົດເວັ້ນຈາກການດື່ມນ້ຳເມົາ ຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດແລ້ວ ຊື່ວ່າໃຫ້ຄວາມບໍ່ມີພັຍ ຄວາມບໍ່ມີເວຣ ຄວາມບໍ່ບຽດບຽນແກ່ສັຕຫາປະມານບໍ່ໄດ້ ຄັນໃຫ້ຄວາມບໍ່ມີພັຍ ຄວາມບໍ່ມີເວຣຄວາມບໍ່ບຽດບຽນແກ່ສັຕຫາປະມານບໍ່ໄດ້ແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງຄວາມບໍ່ມີພັຍ ຄວາມບໍ່ມີເວຣ ຄວາມບໍ່ບຽດບຽນຫາປະມານບໍ່ໄດ້ ພິກຂຸທັງຫຼາຍ ! ນີ້ເປັນທານປະການທີ ໕ ທີ່ເປັນມະຫາທານ ບັນດິຕຍ່ອມຮູ້ວ່າເປັນເລີດ ມີມາດົນ ເປັນເຊື້ອສາຍແຫ່ງພຣະອະຣິຍະ ເປັນຂອງເກົ່າ ບໍ່ກະຈັດກະຈາຍ ບໍ່ເຄີຍກະຈັດກະຈາຍ ອັນບັນດິຕບໍ່ລັງກຽດ ຈັກບໍ່ລັງກຽດ ອັນສະມະນະພຣາມຜູ້ເປັນວິນຍູບໍ່ກຽດຊັງ ພິກຂຸທັງຫຼາຍ ! ນີ້ເປັນກອງບຸນຍ໌ກອງກຸສົລປະການທີ່ ໘ ນໍາສຸຂມາໃຫ້ ມີອາຣົມ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທີ່ເລີດ ມີສຸຂເປັນຜົລ ເປັນໄປເພື່ອສະຫວັນ ເປັນໄປເພື່ອສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເພື່ອປະໂຍຊນ໌ເກື້ອກູລ ເພື່ອຄວາມສຸຂ.
ພິກຂຸທັງຫຼາຍ ! ກອງບຸນຍ໌ກອງກຸສົລ ໘ ປະການນີ້ແລ ນຳສຸຂມາໃຫ້ ມີອາຣົມທີ່ເລີດ ມີສຸຂເປັນຜົລ ເປັນໄປເພື່ອສະຫວັນ ເປັນໄປເພື່ອສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເພື່ອປະໂຍຊນ໌ເກື້ອກູລ ເພື່ອຄວາມສຸຂ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ສັດສ່ວນຂອງທານ ສີລ ພາວະນາ ໓໕
- ບາລີ ສັຕຕກ. ອັງ. ໒໓/໒໔໕/໑໒໖.
ພິກຂຸທັງຫຼາຍ ! ບຸນຍ໌ກິຣິຍາວັຕຖຸ ໓ ປະການນີ້ມີຢູ່ ໓ ປະການເປັນແນວໃດ ຄື
(໑) ບຸນຍ໌ກິຣິຍາວັຕຖຸສຳເລັດດ້ວຍທານ
(໒) ບຸນຍ໌ກິຣິຍາວັຕຖຸສຳເລັດດ້ວຍສີລ
(໓) ບຸນຍ໌ກິຣິຍາວັຕຖຸສຳເລັດດ້ວຍພາວະນາ
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານໜ້ອຍໜຶ່ງ ທໍາບຸນຍ໌ກິຣິຍາວັຕຖຸ ທີ່ສຳເລັດດ້ວຍສີລໜ້ອຍໜຶ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນຜູ້ມີສ່ວນຕໍ່າໃນມະນຸສ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານພໍປະມານ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລພໍປະມານ ບໍ່ຈະເຣີນບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນຜູ້ມີສ່ວນດີໃນມະນຸສ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານມີປະມານຍິ່ງ ທຳບຸນຍ໌ກິຣິຍາວັຕຖຸທີ່
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)








