ທານ
ໜ້າ/ 70
ສຳເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍພາວະນາເລີຍ ເມື່ອຕາຍໄປເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າຈາຕຸມະຫາຣາຊິກາ.
ພິກຂຸທັງຫຼາຍ ! ມະຫາຣາຊທັງ ໔ ນັ້ນ ເພາະທຳບຸນຍ໌ກິຣິຍາ ວັຕຖຸທີ່ສຳເລັດດ້ວຍທານເປັນອະດິເຣກ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າຈາຕຸມະຫາຣາຊິກາໂດຍຖານະ ໑໐ ປະການ ຄື ອາຍຸທິພ ວັນນະທິພ ສຸຂທິພ ຍົສທິພ ອະທິປະຕັຍທິພ ຮູບທິພ ສຽງທິພ ກິ່ນທິພ ຣົສທິພ ໂຜຕຖັບພະທິພ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານມີປະມານຍິ່ງ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍພາວະນາເລີຍ ເມື່ອຕາຍໄປເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າດາວະດຶງ.
ພິກຂຸທັງຫຼາຍ ! ທ້າວສັກກະຈອມເທບໃນດາວະດຶງນັ້ນ ກະທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານເປັນອະດິເຣກ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າດາວະດຶງໂດຍຖານະ ໑໐ ປະການ ຄື ອາຍຸທິພ.... ໂຜຕຖັບພະທິພ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານມີປະມານຍິ່ງ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າຍາມາ.
ພິກຂຸທັງຫຼາຍ ! ທ້າວສຸຍາມະເທວະບຸຕໃນຍາມານັ້ນ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານເປັນອະດິເຣກ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າຍາມາ ໂດຍຖານະ ໑໐ ປະການ ຄື ອາຍຸທິພ.... ໂຜຕຖັບພະທິພ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານມີປະມານຍິ່ງ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍພາວະນາເລີຍ ເມື່ອຕາຍໄປເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າດຸສິຕ.
ພິກຂຸທັງຫຼາຍ ! ທ້າວສັນຕຸສິຕະເທວະບຸຕໃນດຸສິຕນັ້ນທຳບຸນຍ໌ ກິຣິຍາວັຕຖຸທີ່ສຳເລັດດ້ວຍທານເປັນອະດິເຣກ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າດຸສິຕ ໂດຍຖານະ ໑໐ ປະການ ຄື ອາຍຸທິພ... ໂຜຕຖັບພະທິພ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານມີປະມານຍິ່ງ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່ານິມມານະຣະດີ.
ພິກຂຸທັງຫຼາຍ ! ທ້າວສຸນິມມິຕະເທວະບຸຕໃນນິມມານະຣະດີນັ້ນ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານເປັນອະດິເຣກ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່ານິມມານະຣະດີ ໂດຍຖານະ ໑໐ ປະການ ຄື ອາຍຸທິພ...ໂຜຕຖັບພະທິພ.








