ທານ
ໜ້າ/ 70
ການທີ່ບຸກຄົນສ້າງວິຫາຣຖວາຍສົງຄ໌ຜູ້ມາຈາກທິສທັງ ໔ ມີຜົລຫຼາຍກວ່າທານ ທີ່ບຸກຄົນຖວາຍໃຫ້ພິກຂຸສົງຄ໌ມີພຣະພຸດທະເຈົ້າເປັນປະມຸກຂ໌ບໍຣິໂພກ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ການທີ່ບຸກຄົນມີຈິຕເຫຼື້ອມໃສເຖິງພຣະພຸດທະເຈົ້າ ພຣະທັມແລະພຣະສົງຄ໌ເປັນສະຣະນະ ມີຜົລຫຼາຍກວ່າ ທານທີ່ບຸກຄົນສ້າງວິຫາຣຖວາຍສົງຄ໌ ອັນມາຈາກທິສທັງ ໔.
ການທີ່ບຸກຄົນມີຈິຕເຫຼື້ອມໃສສະມາທານສິກຂາບົດ ຄືງົດເວັ້ນຈາກປານາຕິບາຕ... ຈາກການດື່ມນ້ຳເມົາ ຄືສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ມີຜົລຫຼາຍກວ່າການທີ່ບຸກຄົນມີຈິຕເຫຼື້ອມໃສເຖິງພຣະພຸດທະເຈົ້າ ພຣະທັມ ແລະພຣະສົງຄ໌ ເປັນສະຣະນະ.
ການທີ່ບຸກຄົນຈະເຣີນເມຕຕາຈິຕໂດຍທີ່ສຸດແມ່ນພຽງເວລາສູບດົມຂອງຫອມ ມີຜົລຫຼາຍກວ່າ ການທີ່ບຸກຄົນມີຈິຕເຫຼື້ອມໃສ ສະມາທານສິກຂາບົດ ຄື ງົດເວັ້ນຈາກປານາຕິບາຕ...
ແລະການທີ່ບຸກຄົນຈະເຣີນອະນິຈຈະສັນຍາແມ່ນແຕ່ພຽງເວລາດີດນິ້ວມື ມີຜົລຫຼາຍກວ່າ ການທີ່ບຸກຄົນຈະເຣີນເມຕຕາຈິຕໂດຍທີ່ສຸດແມ່ນແຕ່ພຽງເວລາສູບດົມຂອງຫອມ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ມະຫາທານ ໓໔
- ບາລີ ສັຕຕກ. ອັງ. ໒໓/໒໔໙/໑໒໙.
ພິກຂຸທັງຫຼາຍ ! ກອງບຸນຍ໌ກອງກຸສົລ ໘ ປະການນີ້ນຳສຸຂມາໃຫ້ ມີອາຣົມທີ່ເລີດ ມີສຸຂເປັນຜົລ ເປັນໄປເພື່ອສະຫວັນ ເປັນໄປເພື່ອສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເພື່ອປະໂຍຊນ໌ເກື້ອກູລ ເພື່ອຄວາມສຸຂ ກອງບຸນຍ໌ກອງກຸສົລ ໘ ປະການເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເຖິງພຣະພຸດທະເຈົ້າເປັນສະຣະນະ ນີ້ເປັນກອງບຸນຍ໌ກອງກຸສົລປະການທີ ໑ ນຳສຸຂມາໃຫ້ ມີອາຣົມທີ່ເລີດ ມີສຸຂເປັນຜົລ ເປັນໄປເພື່ອສະຫວັນເປັນໄປເພື່ອສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເພື່ອປະໂຍຊນ໌ເກື້ອກູລ ເພື່ອຄວາມສຸຂ.
ອີກປະການໜຶ່ງ ອະຣິຍະສາວົກໃນທັມວິນັຍນີ້ ເຖິງພຣະທັມເປັນສະຣະນະ ນີ້ເປັນກອງບຸນຍ໌ກອງກຸສົລປະການທີ ໒ ...
ອີກປະການໜຶ່ງ ອະຣິຍະສາວົກໃນທັມວິນັຍນີ້ ເຖິງພຣະສົງຄ໌ເປັນສະຣະນະ ນີ້ເປັນກອງບຸນຍ໌ກອງກຸສົລປະການທີ ໓ ...
ພິກຂຸທັງຫຼາຍ ! ທານ ໕ ປະການນີ້ ເປັນມະຫາທານອັນບັນດິຕຍ່ອມຮູ້ວ່າເປັນຂອງເລີດ ມີມາດົນ ເປັນເຊື້ອສາຍແຫ່ງພຣະອະຣິຍະ ເປັນຂອງເກົ່າ ບໍ່ກະຈັດກະຈາຍ ບໍ່ເຄີຍກະຈັດກະຈາຍ ອັນບັນດິຕບໍ່ລັງກຽດຢູ່ ຈັກບໍ່ລັງກຽດ ອັນສະມະນະພຣາມຜູ້ເປັນວິນຍູບໍ່ລັງກຽດ ທານ ໕ ປະການເປັນແນວໃດ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ງົດເວັ້ນຈາກປານາຕິບາຕ ຊື່ວ່າໃຫ້ຄວາມບໍ່ມີພັຍຄວາມບໍ່ມີເວຣ ຄວາມບໍ່ບຽດບຽນແກ່ສັຕຫາປະມານບໍ່ໄດ້ ຄັນໃຫ້ຄວາມບໍ່ມີພັຍ ຄວາມບໍ່ມີເວຣ ຄວາມບໍ່ບຽດບຽນແກ່ສັຕ ຫາປະມານບໍ່ໄດ້ແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງຄວາມບໍ່ມີພັຍ ຄວາມບໍ່ມີເວຣ ຄວາມບໍ່ບຽດບຽນ ຫາປະມານບໍ່ໄດ້ ພິກຂຸທັງຫຼາຍ ! ນີ້ເປັນທານປະການທີ ໑ ທີ່ເປັນມະຫາທານ ບັນດິຕ ຍ່ອມຮູ້ວ່າເປັນເລີດ ມີມາດົນ ເປັນເຊື້ອສາຍແຫ່ງພຣະອະຣິຍະ ເປັນຂອງເກົ່າ ບໍ່ກະຈັດກະຈາຍ ບໍ່ເຄີຍກະຈັດກະຈາຍ ອັນບັນດິຕບໍ່ລັງກຽດ ອັນສະມະນະພຣາມຜູ້ເປັນວິນຍູບໍ່ລັງກຽດ ພິກຂຸທັງຫຼາຍ ! ນີ້ເປັນກອງບຸນຍ໌ກອງກຸສົລປະການທີ ໔ ... .








