ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ຜົລຂອງທານນັ້ນ ບັງເກີດໃນທີ່ໃດໆ ຈິຕຂອງຜູ້ໃຫ້ທານຍ່ອມນ້ອມໄປເພື່ອບໍຣິໂພກອາຫາຣຢ່າງດີ ຍ່ອມນ້ອມໄປເພື່ອບໍຣິໂພກຜ້າຢ່າງດີ ຍ່ອມນ້ອມໄປເພື່ອບໍຣິໂພກຍານຢ່າງດີ ຍ່ອມນ້ອມໄປເພື່ອບໍຣິໂພກກາມະຄຸນ ໕ ຢ່າງດີ ແມ່ນວ່າບໍຣິວານຊົນຂອງຜູ້ໃຫ້ທານນັ້ນ ຄື ບຸຕ ພັນຣະຍາ ຂ້າທາສ ຄົນໃຊ້ ຄົນທຳງານກໍເຊື່ອຟັງດີ ງ່ຽງຫູຟັງ ບໍ່ສົ່ງຈິຕໄປທີ່ອື່ນ.

ຂໍ້ນັ້ນເພາະເຫຕໃດ ທັງນີ້ເປັນເພາະຜົລຂອງກັມທີ່ຕົນກະທຳໂດຍເຄົາຣົບ.

ຄະຫະບໍດີ ! ເລື່ອງເຄີຍມີມາແລ້ວ ມີພຣາມຊື່ເວລາມະພຣາມຜູ້ນັ້ນໄດ້ໃຫ້ທານເປັນມະຫາທານຢ່າງນີ້ ຄື ໄດ້ໃຫ້ຖາດຄໍາເຕັມດ້ວຍຣູປິຍະ ໘໔,໐໐໐ ຖາດ ຖາດຣູປິຍະເຕັມດ້ວຍຄໍາ ໘໔,໐໐໐ ຖາດ ຖາດສຳຣິດເຕັມດ້ວຍເງິນ ໘໔,໐໐໐ ຖາດ ໃຫ້ຊ້າງ ໘໔,໐໐໐ ເຊືອກ ມີເຄື່ອງປະດັບລ້ວນເປັນຄໍາ ມີທຸງຄໍາຄຸມດ້ວຍຂ່າຍຄໍາ ໃຫ້ຣົຖ ໘໔,໐໐໐ ຄັນ ຫຸ້ມດ້ວຍໜັງຣາຊະສີ ໜັງເສືອໂຄ່ງ ໜັງເສືອເຫຼືອງ ຜ້າກັມພົລເຫຼືອງ ມີເຄື່ອງປະດັບລ້ວນເປັນຄໍາ ມີທຸງຄໍາ ຄຸມດ້ວຍຂ່າຍຄໍາ ໃຫ້ແມ່ງົວນົມ ໘໔,໐໐໐ ຕົວ ມີນ້ຳນົມໄຫຼສະດວກ ໃຊ້ພາຊະນະເງິນຮອງນ້ຳ ນົມ ໃຫ້ຍິງສາວ ໘໔,໐໐໐ ຄົນ ປະດັບດ້ວຍແກ້ວມະນີແລະແກ້ວກຸນທົລ(ຕຸ້ມຫູແກ້ວ) ໃຫ້ບັນລັງ ໘໔,໐໐໐ ບ່ອນ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ປູດ້ວຍຜ້າພຣົມ ປູດ້ວຍຂົນແກະສີຂາວ ເຄື່ອງປູມີສັນຖານເປັນຊໍ່ດອກໄມ້ ມີເຄື່ອງປູຢ່າງດີເຮັດດ້ວຍໜັງກວາງ ມີເຄື່ອງຫຸ້ມເພດານ ມີໝອນຂ້າງແດງທັງສອງ ໃຫ້ຜ້າ ໘໔,໐໐໐ ໂກຕ ເປັນຜ້າເປືອກໄມ້ ຜ້າແພ ຜ້າຝ້າຍ ເນື້ອລະອຽດ ຈະເມື່ອຍກ່າວໄປຫຍັງເຖິງເຂົ້າ ນ້ຳ ຂອງຫຍ້ຳ ຂອງບໍຣິໂພກ ເຄື່ອງລູບທາ ທີ່ນອນ ທີ່ໃຫ້ໄຫຼອອກໄປເໝືອນຢ່າງແມ່ນ້ຳ.

ຄະຫະບໍດີ ! ທ່ານອາຈມີຄວາມຄິດຢ່າງນີ້ວ່າ ສະມັຍນັ້ນ ຜູ້ອື່ນເປັນເວລາມະພຣາມ ຜູ້ທີ່ໃຫ້ທານເປັນມະຫາທານນັ້ນ.

ຄະຫະບໍດີ ! ແຕ່ທ່ານບໍ່ຄວນເຫັນຢ່າງນີ້ ສະມັຍນັ້ນ ເຮົາແລເປັນເວລາມະພຣາມ ເຮົາໄດ້ໃຫ້ທານນັ້ນເປັນມະຫາທານ ກໍໃນທານນັ້ນ ບໍ່ມີໃຜເປັນທັກຂິເນີຍຍະບຸກຄົນ ໃຜໆຜູ້ໃດບໍ່ອາຈຊຳຣະທັກຂິນາທານນັ້ນໃຫ້ໝົດຈົດ.

ຄະຫະບໍດີ ! ທານທີ່ບຸກຄົນຖວາຍໃຫ້ຜູ້ເຖິງພ້ອມດ້ວຍ ທິຕຖິ (ໂສດາບັນ) ຜູ້ດຽວບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ເວລາມະພຣາມໃຫ້ແລ້ວ.

ທານທີ່ບຸກຄົນຖວາຍໃຫ້ພຣະສະກະທາຄາມີຜູ້ດຽວບໍຣິໂພກມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ຜູ້ເຖິງພ້ອມດ້ວຍທິຕຖິ ໑໐໐ ທ່ານບໍຣິໂພກ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທານທີ່ບຸກຄົນຖວາຍໃຫ້ພຣະອະນາຄາມີຜູ້ດຽວບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ພຣະສະກະທາຄາມີ ໑໐໐ ທ່ານບໍຣິໂພກ.

ທານທີ່ບຸກຄົນຖວາຍໃຫ້ພຣະອະຣະຫັນຕ໌ຜູ້ດຽວບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ພຣະອະນາຄາມີ ໑໐໐ ທ່ານບໍຣິໂພກ.

ທານທີ່ບຸກຄົນຖວາຍໃຫ້ພຣະປັຈເຈກພຸດທະເຈົ້າອົງຄ໌ດຽວບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ພຣະອະຣະຫັນຕ໌ ໑໐໐ ອົງຄ໌ບໍຣິໂພກ.

ທານທີ່ບຸກຄົນຖວາຍໃຫ້ພຣະອະຣະຫັນຕະສັມມາສັມພຸດທະເຈົ້າບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ພຣະປັຈເຈກພຸດທະເຈົ້າ ໑໐໐ ອົງຄ໌ບໍຣິໂພກ.

ທານທີ່ບຸກຄົນຖວາຍໃຫ້ພິກຂຸສົງຄ໌ມີພຣະພຸດທະເຈົ້າເປັນປະມຸກຂ໌ບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ພຣະອະຣະຫັນຕະສັມມາສັມພຸດທະເຈົ້າບໍຣິໂພກ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ