ທານ
ໜ້າ/ 70
ພິກຂຸທັງຫຼາຍ ! ກໍຊັພຄືຈາຄະເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ ນີ້ຮຽກວ່າຊັພຄືຈາຄະ.
ພິກຂຸທັງຫຼາຍ ! ກໍຊັພຄືປັນຍາເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາອັນຢັ່ງຮູ້ເຖິງຄວາມຕັ້ງຂຶ້ນແລະຄວາມເສື່ອມໄປ ເປັນອະຣິຍະ ເຈາະແທງກິເລສໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງນີ້ຮຽກວ່າ ຊັພຄືປັນຍາ.
ພິກຂຸທັງຫຼາຍ ! ນີ້ແລ ຊັພ ໕ ປະການ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
(ຄາຖາຜະນວກທ້າຍພຣະສູຕ)
ຜູ້ໃດມີຄວາມເຊື່ອໃນຕະຖາຄົຕ ຕັ້ງໝັ້ນ ບໍ່ຫວັ່ນໄຫວ
ມີສີລອັນງາມ ອັນພຣະອະຣິຍະເຈົ້າພໍໃຈ ສັນເສີນ
ມີຄວາມເຫຼື້ອມໃສໃນພຣະສົງຄ໌ ແລະມີຄວາມເຫັນຊື່ຕົງ
ບັນດິຕທັງຫຼາຍກ່າວຜູ້ນັ້ນວ່າ ບໍ່ເປັນຄົນຂັດສົນ
ຊີວິຕຂອງຜູ້ນັ້ນບໍ່ເປົ່າປະໂຍຊນ໌
ເພາະເຫຕນັ້ນ ຜູ້ມີປັນຍາ ເມື່ອນຶກເຖິງຄຳສັ່ງສອນຂອງ ພຣະພຸດທະເຈົ້າທັງຫຼາຍ ຄວນປະກອບສັດທາ ສີລ ຄວາມເຫຼື້ອມໃສແລະຄວາມເຫັນທັມເນື່ອງໆ ເຖີ້ນ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຊັພໃນອະຣິຍະວິນັຍ (ນັຍທີ ໒) ໒໖
- ບາລີ ສັຕຕກ. ອັງ. ໒໓/໕/໖.
ພິກຂຸທັງຫຼາຍ ! ຊັພ ໗ ປະການເຫຼົ່ານີ້ ມີຢູ່ ໗ ປະການເປັນແນວໃດ ຄື
(໑) ຊັພຄື ສັດທາ
(໒) ຊັພຄື ສີລ
(໓) ຊັພຄື ຫິຣິ
(໔) ຊັພຄື ໂອຕຕັປປະ
(໕) ຊັພຄື ສຸຕະ
(໖) ຊັພຄື ຈາຄະ
(໗) ຊັພຄື ປັນຍາ
ພິກຂຸທັງຫຼາຍ ! ກໍຊັພຄືສັດທາເປັນແນວໃດ.
ພິກຂຸທັງຫຼາຍ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສັດທາ ຍ່ອມເຊື່ອປັນຍາເຄື່ອງຕຣັສຮູ້ຂອງຕະຖາຄົຕວ່າ ແມ່ນເພາະເຫຕນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ... ເປັນຜູ້ເບີກບານແລ້ວເປັນຜູ້ຈຳແນກທັມ ນີ້ຮຽກວ່າ ຊັພຄືສັດທາ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ກໍຊັພຄືສີລເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ຈາກການດື່ມນ້ຳເມົາຄືສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ນີ້ຮຽກວ່າ ຊັພຄືສີລ.
ພິກຂຸທັງຫຼາຍ ! ກໍຊັພຄືຫິຣິເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີຄວາມລະອາຍ ຄື ລະອາຍຕໍ່ກາຍະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ລະອາຍຕໍ່ການຖືກຕ້ອງອະກຸສົລທັມອັນເປັນບາບ ນີ້ຮຽກວ່າ ຊັພຄືຫິຣິ.
ພິກຂຸທັງຫຼາຍ ! ກໍຊັພຄືໂອຕຕັປປະເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີຄວາມສະດຸ້ງຢ້ານ ຄື ສະດຸ້ງຢ້ານຕໍ່ກາຍະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ສະດຸ້ງຢ້ານຕໍ່ການຖືກຕ້ອງອະກຸສົລທັມອັນເປັນບາບນີ້ຮຽກວ່າ ຊັພຄືໂອຕຕັປປະ.
ພິກຂຸທັງຫຼາຍ ! ກໍຊັພຄືສຸຕະເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ສະດັບມາຫຼາຍ ຊົງຈຳໄດ້ຄ່ອງປາກ ທ່ອງຂຶ້ນໃຈ ແທງຕະຫຼອດຢ່າງດີດ້ວຍທິຕຖິ ຊຶ່ງທັມທັງຫຼາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ປະກາສພຣົມມະຈັນ ພ້ອມທັງອັຕຖະທັງພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ ນີ້ຮຽກວ່າ ຊັພຄືສຸຕະ.
ພິກຂຸທັງຫຼາຍ ! ກໍຊັພຄືຈາຄະເປັນແນວໃດ.








