ທານ
ໜ້າ/ 70
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ ນີ້ຮຽກວ່າ ຊັພຄືຈາຄະ.
ພິກຂຸທັງຫຼາຍ ! ກໍຊັພຄືປັນຍາເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ຄື ປະກອບດ້ວຍປັນຍາທີ່ກຳນົດຮູ້ຄວາມເກີດແລະຄວາມດັບ ເປັນອະຣິຍະ ເຈາະແທງກິເລສ ໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ນີ້ຮຽກວ່າ ຊັພຄືປັນຍາ.
ພິກຂຸທັງຫຼາຍ ! ນີ້ແລ ຊັພ ໗ ປະການ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
(ຄາຖາຜະນວກທ້າຍພຣະສູຕ)
ຊັພ ຄື ສັດທາ ສີລ ຫິຣິ ໂອຕຕັປປະ ສຸຕະ ຈາຄະ
ແລະປັນຍາເປັນທີ່ ໗
ຊັພເຫຼົ່ານີ້ມີແກ່ຜູ້ໃດ ເປັນຍິງຫຼືຊາຍກໍຕາມ
ບັນດິຕຮຽກຜູ້ນັ້ນວ່າ ເປັນຜູ້ບໍ່ທຸກຂ໌ຍາກ ຊີວິຕຂອງຜູ້ນັ້ນ
ບໍ່ເປົ່າປະໂຍຊນ໌
ເພາະສະນັ້ນທ່ານຜູ້ມີປັນຍາ ເມື່ອລະນຶກເຖິງຄຳສອນຂອງພຣະພຸດທະເຈົ້າທັງຫຼາຍ ຈົ່ງປະກອບສັດທາ ສີລ ຄວາມເຫຼື້ອມໃສແລະການເຫັນທັມ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ປະໂຍຊນ໌ຂອງການສ້າງວິຫາຣ ໒໗
- ບາລີ ຈຸລລ. ວິ. ໗/໘໕/໑໙໘-໒໐໓.
ຂ້ານ້ອຍຕ້ອງການບຸນຍ໌ ຕ້ອງການສະຫວັນ ໄດ້ໃຫ້ສ້າງວິຫາຣ ໖໐ ຫຼັງນີ້ໄວ້ແລ້ວ ຂ້ານ້ອຍຈະຄວນປະຕິບັຕຢ່າງໃດໃນວິຫາຣເຫຼົ່ານັ້ນ ຂ້ານ້ອຍ!
ຄະຫະບໍດີ ! ຖ້າເຊັ່ນນັ້ນທ່ານຈົ່ງຖວາຍວິຫາຣເຫຼົ່ານັ້ນແກ່ສົງຄ໌ຜູ້ມາຈາກທິສທັງ ໔ ທັງທີ່ມາແລ້ວແລະຍັງບໍ່ມາເຖີ້ນ.
ຣາຊະຄະຫະເສຕຖີທູນຮັບພຣະພຸດທະດຳລັດແລ້ວ ໄດ້ຖວາຍວິຫາຣເຫຼົ່ານັ້ນແກ່ສົງຄ໌ຜູ້ມາຈາກທິສທັງ ໔ ທັງທີ່ມາແລ້ວແລະຍັງບໍ່ມາ ຈາກນັ້ນພຣະຜູ້ມີພຣະພາຄ ໄດ້ຕຣັສຄຳອະນຸໂມທະນາ ດັ່ງນີ້.
ວິຫາຣຍ່ອມປ້ອງກັນໜາວ ຮ້ອນ ແລະສັຕຮ້າຍ ນອກຈາກນັ້ນຍັງປ້ອງກັນງູ ແລະຍຸງ ຝົນໃນສິສິລະດູ ນອກຈາກນັ້ນວິຫາຣຍັງປ້ອງກັນລົມແລະແດດອັນກ້າທີ່ເກີດຂຶ້ນໄດ້ ການຖວາຍວິຫາຣແກ່ສົງຄ໌ ເພື່ອຫຼີກງຽບຢູ່ ເພື່ອຄວາມສຸຂ ເພື່ອເພັ່ງພິຈາຣະນາແລະເພື່ອເຫັນແຈ້ງ ພຣະພຸດທະເຈົ້າຊົງສັນເສີນວ່າເປັນທານອັນເລີດ ເພາະເຫຕນັ້ນແລຄົນຜູ້ສະຫລາດ ເມື່ອເລັງເຫັນປະໂຍຊນ໌ຕົນ ຄວນສ້າງວິຫາຣອັນຮົ່ມເຢັນໃຫ້ພິກຂຸທັງຫຼາຍຜູ້ພະຫຸສູຕ ຢູ່ໃນວິຫາຣນີ້ເຖີ້ນ.
ອັນໜຶ່ງ ຈົ່ງມີໃຈເຫຼື້ອມໃສຖວາຍເຂົ້າ ນ້ຳ ຜ້າ ແລະເສນາສະນະອັນເໝາະສົມແກ່ພວກທ່ານ ໃນພວກທ່ານຜູ້ຊື່ຕົງ ເພາະພວກທ່ານຍ່ອມສະແດງທັມ ອັນເປັນເຄື່ອງບັນເທົາສັບພະທຸກຂ໌ແກ່ເຂົາ ເຂົາຮູ້ທົ່ວເຖິງແລ້ວ ຈະເປັນຜູ້ບໍ່ມີອາສະວະ ປະຣິນິບພານໃນໂລກນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຈາຄານຸສສະຕິ ໒໘
- ບາລີ ທະສກ. ອັງ. ໒໔/໓໕໕/໒໑໘.
ມະຫາຣາຊ ! ອີກປະການໜຶ່ງ ພຣະອົງຈົ່ງລະລຶກເຖິງຈາຄະຂອງຕົນວ່າ ເປັນລາບຂອງເຮົາໜໍ ເຮົາໄດ້ດີແລ້ວໜໍທີ່ເຮົາມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ ໃນໝູ່ສັຕຜູ້ຖືກມົນທິນຄືຄວາມຂີ້ຖີ່ປຸ້ມລຸມ.
ມະຫາຣາຊ ! ສະມັຍໃດ ອະຣິຍະສາວົກລະລຶກເຖິງຈາຄະ ສະມັຍນັ້ນຈິຕຂອງອະຣິຍະສາວົກນັ້ນ ຍ່ອມບໍ່ຖືກຣາຄະປຸ້ມລຸມ ບໍ່ຖືກໂທສະປຸ້ມລຸມ ບໍ່ຖືກໂມຫະປຸ້ມລຸມ ສະມັຍນັ້ນ ຈິຕຂອງອະຣິຍະສາວົກນັ້ນ ຍ່ອມດຳເນີນໄປຕົງ.








