ທານ
ໜ້າ/ 70
ຊົນເຫຼົ່າໃດໃນໂລກນີ້ ເປັນຄົນຂີ້ຖີ່ ໜຽວແໜ້ນ ເຂົາດີແຕ່ກໍ່ການກີດຂວາງຄົນເຫຼົ່າອື່ນຜູ້ໃຫ້ຢູ່ ວິບາກຂອງຄົນນັ້ນຈະເປັນເຊັ່ນໃດ ແລະ ສັມປະຣາຍະພົບຂອງເຂົາຈະເປັນເຊັ່ນໃດ ຂ້ານ້ອຍ ມາເພື່ອທູນຖາມພຣະຜູ້ມີພຣະພາຄ ເຫຕໃດຂ້ານ້ອຍຈຶ່ງຈະຮູ້ຄວາມຂໍ້ນັ້ນ.
ພຣະຜູ້ມີພຣະພາຄຕຣັສຕອບວ່າ
ຊົນເຫຼົ່າໃດໃນໂລກນີ້ ເປັນຄົນຂີ້ຖີ່ ໜຽວແໜ້ນ ດີແຕ່ວ່າເຂົາ ກໍ່ການກີດຂວາງຄົນເຫຼົ່າອື່ນຜູ້ໃຫ້ຢູ່ ຄົນເຫຼົ່ານັ້ນຍ່ອມເຂົ້າເຖິງນະຣົກ ກຳເນີດເດຣັດສານ ຫຼືຍົມມະໂລກ ຖ້າຫາກເຖິງຄວາມເປັນມະນຸສ ກໍເກີດໃນຕະກູລຄົນຍາກຈົນ ຊຶ່ງຈະຫາຜ້າ ອາຫາຣ ຄວາມລ່າເລີງແລະຄວາມສະນຸກສະໜານໄດ້ໂດຍຍາກ ຄົນພາລເຫຼົ່ານັ້ນນຶກປະສົງສິ່ງໃດແຕ່ຜູ້ອື່ນ ເຂົາຍ່ອມບໍ່ໄດ້ແມ່ນສິ່ງນັ້ນສົມຄວາມປາຖນາ ນັ້ນເປັນຜົລໃນພົບນີ້ ແລະພົບໜ້າກໍຍັງເປັນທຸຄະຕິອີກດ້ວຍ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ເທວະດາທູນຖາມວ່າ
ກໍຂໍ້ນີ້ຂ້ານ້ອຍເຂົ້າໃຈແຈ້ງຢ່າງນີ້ (ແຕ່) ຈະທູນຖາມຂໍ້ອື່ນກັບພຣະໂຄດົມ ຊົນເຫຼົ່າໃດໃນໂລກນີ້ໄດ້ຄວາມເປັນມະນຸສແລ້ວ ຮູ້ຖ້ອຍຄຳ ປາສະຈາກຄວາມຂີ້ຖີ່ ເຫຼື້ອມໃສໃນພຣະພຸດທະເຈົ້າ ພຣະທັມແລະພຣະສົງຄ໌ ເປັນຜູ້ມີຄວາມເຄົາຣົບແຮງກ້າ ວິບາກຂອງຊົນເຫຼົ່ານັ້ນຈະເປັນເຊັ່ນໃດ ແລະສັມປະຣາຍະພົບຂອງເຂົາຈະເປັນເຊັ່ນໃດ ຂ້ານ້ອຍມາເພື່ອທູນຖາມພຣະຜູ້ມີພຣະພາຄ ເຫຕໃດຂ້ານ້ອຍຈຶ່ງຈະຮູ້ຄວາມຂໍ້ນັ້ນ.
ພຣະຜູ້ມີພຣະພາຄຕຣັສຕອບວ່າ
ຊົນເຫຼົ່າໃດໃນໂລກນີ້ ໄດ້ຄວາມເປັນມະນຸສແລ້ວ ຮູ້ຖ້ອຍຄຳ ປາສະຈາກຄວາມຂີ້ຖີ່ ເຫຼື້ອມໃສໃນພຣະພຸດທະເຈົ້າ ພຣະທັມ ແລະພຣະສົງຄ໌ ເປັນຜູ້ມີຄວາມເຄົາຣົບແຮງກ້າ ຊົນເຫຼົ່ານີ້ຍ່ອມປາກົດໃນສະຫວັນອັນເປັນທີ່ອຸບັຕ ຫາກເຖິງຄວາມເປັນມະນຸສ ຍ່ອມເກີດໃນຕະກູລທີ່ຮັ່ງມີ ໄດ້ຜ້າ ອາຫາຣ ຄວາມລ່າເລີງແລະຄວາມສະນຸກສະໜານໂດຍບໍ່ຍາກ ຍ່ອມມີອຳນາດແຜ່ໄປໃນໂພຄະຊັພທີ່ຜູ້ອື່ນຫາສະສົມໄວ້ ບັນເທີງໃຈຢູ່ ນັ້ນເປັນວິບາກໃນພົບນີ້ ທັງພົບໜ້າກໍເປັນສຸຄະຕິ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຊັພໃນອະຣິຍະວິນັຍ (ນັຍທີ ໑) ໒໕
- ບາລີ ປັນຈກ. ອັງ. ໒໒/໕໘/໔໗.
ພິກຂຸທັງຫຼາຍ ! ຊັພ ໕ ປະການເຫຼົ່ານີ້ ມີຢູ່ ໕ ປະການເປັນແນວໃດ ຄື
(໑) ຊັພຄື ສັດທາ
(໒) ຊັພຄື ສີລ
(໓) ຊັພຄື ສຸຕະ
(໔) ຊັພຄື ຈາຄະ
(໕) ຊັພຄື ປັນຍາ
ພິກຂຸທັງຫຼາຍ ! ກໍຊັພຄືສັດທາເປັນແນວໃດ.
ພິກຂຸທັງຫຼາຍ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສັດທາ ຍ່ອມເຊື່ອປັນຍາເຄື່ອງຕຣັສຮູ້ຂອງຕະຖາຄົຕວ່າ ແມ່ນເພາະເຫຕນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ.... ເປັນຜູ້ເບີກບານແລ້ວເປັນຜູ້ຈຳແນກທັມ ນີ້ຮຽກວ່າ ຊັພຄືສັດທາ.
ພິກຂຸທັງຫຼາຍ ! ກໍຊັພຄືສີລເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ຈາກການດື່ມນ້ຳເມົາຄືສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ນີ້ຮຽກວ່າ ຊັພຄືສີລ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ກໍຊັພຄືສຸຕະເປັນແນວໃດ.
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ສະດັບມາຫຼາຍ ຊົງຈຳໄດ້ຄ່ອງປາກ ທ່ອງຂຶ້ນໃຈ ແທງຕະຫຼອດຢ່າງດີດ້ວຍທິຕຖິ ຊຶ່ງທັມທັງຫຼາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນ ພ້ອມທັງອັຕຖະ ທັງພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ ນີ້ຮຽກວ່າ ຊັພຄືສຸຕະ.








