ທານ
ໜ້າ/ 70
ບຸຣຸສຊາຕບັນດິຕ ຍ່ອມສຳເລັດການຢູ່ໃນບ່ອນໃດ
ຍ່ອມເຊີນທ່ານຜູ້ມີສີລ ຜູ້ສັງລວມແລະປະພຶຕພຣົມມະຈັນໃຫ້ບໍຣິໂພກໃນທີ່ບ່ອນນັ້ນ
ຄວນອຸທິສທັກຂິນາ ເພື່ອເທວະດາຜູ້ສະຖິດຢູ່ໃນບ່ອນນັ້ນໆ
ເທວະດາເຫຼົ່ານັ້ນອັນບຸຣຸສຊາຕບັນດິຕນັບຖືບູຊາແລ້ວຍ່ອມນັບຖືບູຊາຕອບ
ແຕ່ນັ້ນຍ່ອມອະນຸເຄາະບຸຣຸສຊາຕບັນດິຕນັ້ນ ເໝືອນດັ່ງມານດາອະນຸເຄາະບຸຕ
ບຸຣຸສຜູ້ນັ້ນເທວະດາອະນຸເຄາະແລ້ວ ກໍຍ່ອມເຖິງຄວາມຈະເຣີນທຸກເມື່ອ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຄວາມຂີ້ຖີ່
ຂວາງກັ້ນການເຮັດໃຫ້ແຈ້ງຊຶ່ງມັຄຜົລ ໒໑
- ບາລີ ປນຈກ. ອັງ. ໒໒/໓໐໒/໒໕໖໒໕໗.
ພິກຂຸທັງຫຼາຍ ! ເພາະບໍ່ລະທັມ ໕ ຢ່າງ ບຸກຄົນຈຶ່ງບໍ່ອາດເຂົ້າຢູ່ ຊຶ່ງປະຖົມຊານ ທຸຕິຍະຊານ ຕະຕິຍະຊານ ຈະຕຸຖະຊານ ບໍ່ອາດເພື່ອເຮັດໃຫ້ແຈ້ງຊຶ່ງໂສດາປັຕຕິຜົລ ສະກະທາຄາມິຜົລ ອະນາຄາມິຜົລ ອະຣະຫັນຕະຜົລ ທັມ ໕ ຢ່າງເປັນແນວໃດ ຄື
(໑) ຄວາມຂີ້ຖີ່ອາວາສ
(໒) ຄວາມຂີ້ຖີ່ຕະກູລ
(໓) ຄວາມຂີ້ຖີ່ລາບ
(໔) ຄວາມຂີ້ຖີ່ວັນນະ (ຄວາມດີ)
(໕) ຄວາມຂີ້ຖີ່ທັມ (ເຄື່ອງໃຫ້ບັນລຸມັຄຜົລ)
(ຕໍ່ຈາກນີ້ ໄດ້ຕຣັດໂດຍນັຍກົງກັນຂ້າມ ເຖິງການລະທັມ ໕ ຢ່າງນັ້ນແລ້ວ ສາມາດເພື່ອເຂົ້າຢູ່ໃນຊານແລະເຮັດໃຫ້ແຈ້ງຊຶ່ງມັຄຜົລ).
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຄວາມຂີ້ຖີ່ຄືມົນທິນ ໒໒
- ບາລີ ສັຕຕກ. ອັງ. ໒໓/໑໙໘/໑໐໕.
ພິກຂຸທັງຫຼາຍ ! ມົນທິນ (ຄວາມມົວໝອງ) ໘ ປະການນີ້ ມີຢູ່ ໘ ປະການ ເປັນແນວໃດ ຄື
(໑) ມົນຕ໌ມີການບໍ່ທ່ອງຈົ່ມເປັນມົນທິນ
(໒) ຄວາມບໍ່ດຸໝັ່ນເປັນມົນທິນຂອງເຮືອນ
(໓) ຄວາມກຽດຄ້ານເປັນມົນທິນຂອງຜິວພັນ
(໔) ຄວາມປະມາດເປັນມົນທິນຂອງຜູ້ຮັກສາ
(໕) ຄວາມປະພຶຕຊົ່ວເປັນມົນທິນຂອງຍິງ
(໖) ຄວາມຂີ້ຖີ່ເປັນມົນທິນຂອງຜູ້ໃຫ້
(໗) ອະກຸສົລທັມອັນເປັນບາບເປັນມົນທິນແທ້ທັງໂລກນີ້
ແລະໂລກໜ້າ
(໘) ເຮົາຈະບອກມົນທິນທີ່ຍິ່ງກວ່າມົນທິນນັ້ນ ຄື
ອະວິຊຊາເປັນມົນທິນຢ່າງຍິ່ງ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ເຫດໃຫ້ໄປນະຣົກ ສະຫວັນ ໒໓
- ບາລີ ເອກ. ອັງ. ໒໐/໑໓໒/໔໔໙.
ພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໓ ປະການ ແລະບໍ່ລະມົນທິນ ໓ ປະການ ຍ່ອມຈະຖືກເກັບໄວ້ໃນນະຣົກ ເໝືອນຖືກຂັງໄວ້ສະນັ້ນ ທັມ ໓ ປະການເປັນແນວໃດ ຄື
(໑) ເປັນຜູ້ທຸສີລແລະບໍ່ລະມົນທິນແຫ່ງຄວາມເປັນຜູ້ທຸສີລ
(໒) ເປັນຜູ້ຣິສະຫຍາແລະບໍ່ລະມົນທິນແຫ່ງຄວາມຣິສະຫຍາ
(໓) ເປັນຜູ້ຂີ້ຖີ່ແລະບໍ່ລະມົນທິນແຫ່ງຄວາມຂີ້ຖີ່
ພິກຂຸທັງຫຼາຍ ! ບຸກຄົນປະກອບດ້ວຍທັມ ໓ ປະການນີ້ແລະບໍ່ລະມົນທິນ ໓ ປະການນີ້ແລ ຈະຕ້ອງຕົກນະຣົກເໝືອນຖືກນຳໄປຝັງໄວ້ສະນັ້ນ.
ພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໓ ປະການ ລະມົນທິນ ໓ ປະການ ຍ່ອມຈະປະດິດສະຖານຢູ່ເທິງສະຫວັນ ເໝືອນຖືກນຳເອົາມາວາງໄວ້ສະນັ້ນ ທັມ ໓ ປະການເປັນແນວໃດ ຄື
(໑) ເປັນຜູ້ມີສີລແລະລະມົນທິນແຫ່ງຄວາມເປັນຜູ້ທຸສີລ
(໒) ເປັນຜູ້ບໍ່ຣິສະຫຍາແລະລະມົນທິນແຫ່ງຄວາມຣິສະຫຍາ
(໓) ເປັນຜູ້ບໍ່ຂີ້ຖີ່ແລະລະມົນທິນແຫ່ງຄວາມຂີ້ຖີ່
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໓ ປະການນີ້ ແລະລະມົນທິນ ໓ ປະການນີ້ແລ ຍ່ອມຈະຕ້ອງໄດ້ຂຶ້ນສະຫວັນ ເໝືອນກັບເຊີນໄປວາງໄວ້ສະນັ້ນ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ວິບາກຂອງຄົນຂີ້ຖີ່ແລະບໍ່ຂີ້ຖີ່ ໒໔
- ບາລີ ສະຄາຖ. ສັງ. ໑໕/໔໖/໑໔໘-໑໕໑.
ເທວະດາທູນຖາມວ່າ








