ທານ

ໜ້າ/ 70

ທ່ານໂຄດົມຜູ້ຈະເຣີນ ! ຍ່ອມຕຣັສກຳນົດແມ່ນໃນອະຖານະ ຫຼື.

ພຣາມ ! ເຮົາກ່າວກຳນົດແມ່ນໃນອະຖານະ.

ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ... ມີຄວາມເຫັນຜິດ ແຕ່ເຂົາຍັງໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງຊ້າງ ແຕ່ເຂົາຍັງໄດ້ເຂົ້າ ນ້ຳ ມາລາ ແລະເຄື່ອງປະດັບຕ່າງໆ ໃນກຳເນີດຊ້າງນັ້ນ.

ພຣາມ ! ຂໍ້ທີ່ບຸກຄົນເປັນຜູ້ຂ້າສັຕ... ມີຄວາມເຫັນຜິດ ດ້ວຍກັມນັ້ນ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງຊ້າງ ແລະຂໍ້ທີ່ຜູ້ນັ້ນເປັນຜູ້ໃຫ້ເຂົ້າ... ປະທີບ ໂຄມໄຟ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ແກ່ສະມະນະຫຼືພຣາມ ດ້ວຍກັມນັ້ນ ເຂົາຍ່ອມໄດ້ເຂົ້າ ນ້ຳ ມາລາແລະເຄື່ອງປະດັບຕ່າງໆ ໃນກຳເນີດຊ້າງນັ້ນ.

... ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງມ້າ....

... ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງງົວ....

... ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງໝາ....

ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ແລະເຂົາຍັງໃຫ້ເຂົ້າ...ປະທີບໂຄມໄຟແກ່ສະມະນະຫຼືພຣາມ ບຸກຄົນນັ້ນເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງມະນຸສ ແລະເຂົາຍ່ອມໄດ້ ເບັນຈະກາມະຄຸນ ອັນເປັນຂອງມະນຸສນັ້ນ.

ພຣາມ ! ຂໍ້ທີ່ບຸກຄົນເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ດ້ວຍກັມນັ້ນ ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງມະນຸສ ແລະຂໍ້ທີ່ຜູ້ນັ້ນເປັນຜູ້ໃຫ້ເຂົ້າ... ປະທີບໂຄມໄຟແກ່ສະມະນະຫຼືພຣາມ ດ້ວຍກັມນັ້ນ ເຂົາຍ່ອມໄດ້ເບັນຈະກາມະຄຸນອັນເປັນຂອງມະນຸສນັ້ນ.

ພຣາມ ! ອັນໜຶ່ງ ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ແລະເຂົາຍັງໃຫ້ເຂົ້າ... ປະທີບໂຄມໄຟແກ່ສະມະນະຫຼືພຣາມ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເຂົາຍ່ອມໄດ້ເບັນຈະກາມະຄຸນອັນເປັນທິພໃນເທວະໂລກນັ້ນ.

ພຣາມ ! ຂໍ້ທີ່ບຸກຄົນເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ດ້ວຍກັມນັ້ນ ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ແລະຂໍ້ທີ່ຜູ້ນັ້ນເປັນຜູ້ໃຫ້ເຂົ້າ... ປະທີບໂຄມໄຟແກ່ສະມະນະຫຼືພຣາມດ້ວຍກັມນັ້ນ ເຂົາຍ່ອມໄດ້ເບັນຈະກາມະຄຸນອັນເປັນທິພໃນເທວະໂລກນັ້ນ.

ພຣາມ ! (ດ້ວຍເຫຕຢ່າງນີ້) ແມ່ນວ່າທາຍົກກໍເປັນຜູ້ບໍ່ຂາດຜົລ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ໜ້າອັດສະຈັນ ບໍ່ເຄີຍມີແລ້ວ. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂໍ້ທີ່ແມ່ນແຕ່ທາຍົກກໍເປັນຜູ້ບໍ່ຂາດຜົລນີ້ ເປັນຂອງຄວນເພື່ອໃຫ້ທານໂດຍແທ້ ເປັນຂອງຄວນເພື່ອປູກສັດທາໂດຍແທ້.

ພຣາມ ! ຂໍ້ນີ້ເປັນຢ່າງນີ້ໆ.

ພຣາມ ! ແມ່ນວ່າທາຍົກກໍເປັນຜູ້ບໍ່ຂາດຜົລ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫຼາຍ... ຂໍພຣະໂຄດົມຜູ້ຈະເຣີນ ໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກ ຜູ້ເຖິງສະຣະນະຕະຫຼອດຊີວິຕ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ການສົງເຄາະເທວະດາ ໒໐

- ບາລີ ມະຫາ. ທີ. ໑໐/໑໐໕/໘໔.

ຕຣັສແກ່ສຸນີທະແລະວັສສະກາຣະມະຫາອາມາຕພາຍຫຼັງຈາກທີ່ ພຣະອົງຄ໌ ໄດ້ສັນຂອງຫຍ້ຳແລະຂອງສັນອັນປານີຕທີ່ທັງສອງໄດ້ຖວາຍດ້ວຍມືຂອງຕົນແລ້ວດ້ວຍຄາຖາວ່າ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ