ທານ
ໜ້າ/ 70
ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ລັກຊັພ ປະພຶຕຜິດໃນກາມ ເວົ້າຕົວະ ເວົ້າສໍ່ສຽດ ເວົ້າຄຳຫຍາບ ເວົ້າໂລເລ ມີຄວາມຢາກໄດ້ຂອງຜູ້ອື່ນ ມີຈິຕປອງຮ້າຍ ມີຄວາມເຫັນຜິດ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງນະຣົກ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນນະຣົກນັ້ນ ຍ່ອມຕັ້ງຢູ່ໃນນະຣົກນັ້ນ
ດ້ວຍອາຫາຣຂອງສັຕນະຣົກ.
໑. ໂອກາສທີ່ເປັນໄດ້ (ສະຖານະພາບໃນພົບນັ້ນທີ່ຍັງຄວາມສຳເລັດປະໂຍຊນ໌ໃຫ້ເກີດຂຶ້ນໄດ້)
໒. ໂອກາສທີ່ເປັນໄປບໍ່ໄດ້ (ສະພາບໃນພົບນັ້ນທີ່ຍັງຄວາມສຳເລັດປະໂຍຊນ໌ໃຫ້ເກີດຂຶ້ນບໍ່ໄດ້)
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພຣາມ ! ຖານະອັນເປັນທີ່ບໍ່ເຂົ້າໄປສຳເລັດແຫ່ງທານ ແກ່ສັຕຜູ້ຕັ້ງຢູ່ນີ້ແລ ເປັນອະຖານະ.
ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ... ມີຄວາມເຫັນຜິດ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງກຳເນີດເດຣັດສານ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນກຳເນີດເດຣັດສານນັ້ນ ຍ່ອມຕັ້ງຢູ່ໃນກຳເນີດເດຣັດສານນັ້ນ ດ້ວຍອາຫາຣຂອງສັຕເດຣັດສານ.
ພຣາມ ! ແມ່ນວ່າຖານະອັນເປັນທີ່ບໍ່ເຂົ້າໄປສຳເລັດແຫ່ງທານແກ່ສັຕຜູ້ຕັ້ງຢູ່ນີ້ແລ ກໍເປັນອະຖານະ.
ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ບຸກຄົນນັ້ນເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງມະນຸສ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນມະນຸສໂລກນັ້ນ ຍ່ອມຕັ້ງຢູ່ໃນມະນຸສໂລກນັ້ນ ດ້ວຍອາຫາຣຂອງມະນຸສ.
ພຣາມ ! ແມ່ນວ່າຖານະອັນເປັນທີ່ບໍ່ເຂົ້າໄປສຳເລັດແຫ່ງທານແກ່ສັຕຜູ້ຕັ້ງຢູ່ນີ້ແລ ກໍເປັນອະຖານະ.
ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ບຸກຄົນນັ້ນເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ເຂົາຍ່ອມລ້ຽງ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ອັຕຕະພາບຢູ່ໃນເທວະໂລກນັ້ນ ຍ່ອມຕັ້ງຢູ່ໃນເທວະໂລກນັ້ນ ດ້ວຍອາຫາຣຂອງເທວະດາ.
ພຣາມ ! ແມ່ນວ່າຖານະອັນເປັນທີ່ບໍ່ເຂົ້າໄປສຳເລັດແຫ່ງທານແກ່ສັຕຜູ້ຕັ້ງຢູ່ນີ້ແລ ກໍເປັນອະຖານະ.
ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ...ມີຄວາມເຫັນຜິດ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງເປຕວິສັຍ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນເປຕວິສັຍນັ້ນ ດ້ວຍອາຫາຣຂອງສັຕຜູ້ເກີດໃນເປຕວິສັຍ ຫຼືວ່າມິຕອາມາຕ ຫຼືຍາຕສາຍໂລຫິຕ ຂອງເຂົາ ຍ່ອມອຸທິສທານໃຫ້ ເຂົາຍ່ອມລ້ຽງອັຕພາບຢູ່ໃນເປຕວິສັຍນັ້ນ ຍ່ອມຕັ້ງຢູ່ໃນເປຕວິສັຍນັ້ນ ດ້ວຍທານນັ້ນ.
ພຣາມ ! ຖານະອັນເປັນທີ່ເຂົ້າໄປສຳເລັດແຫ່ງທານແກ່ສັຕຜູ້ຕັ້ງຢູ່ນີ້ແລ ເປັນຖານະ.
ທ່ານໂຄດົມຜູ້ຈະເຣີນ ! ກໍຖ້າຍາຕສາຍໂລຫິຕຜູ້ລ່ວງລັບໄປແລ້ວນັ້ນ ບໍ່ເຂົ້າເຖິງຖານະນັ້ນ ໃຜໜໍຈະບໍຣິໂພກທານນັ້ນ.
ພຣາມ ! ຍາຕສາຍໂລຫິຕຜູ້ລ່ວງລັບໄປແລ້ວ ແມ່ນວ່າເຫຼົ່າອື່ນຂອງທາຍົກນັ້ນທີ່ເຂົ້າເຖິງຖານະນັ້ນ ມີຢູ່ ຍາຕສາຍໂລຫິຕເຫຼົ່ານັ້ນຍ່ອມບໍຣິໂພກທານນັ້ນ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທ່ານໂຄດົມຜູ້ຈະເຣີນ ! ກໍຖ້າຍາຕສາຍໂລຫິຕຜູ້ລ່ວງລັບໄປແລ້ວນັ້ນບໍ່ເຂົ້າເຖິງຖານະນັ້ນ ແລະສາຍໂລຫິຕຜູ້ລ່ວງລັບໄປແລ້ວແມ່ນເຫຼົ່າອື່ນຂອງທາຍົກນັ້ນ ກໍບໍ່ເຂົ້າເຖິງຖານະນັ້ນ ໃຜໜໍຈະບໍຣິໂພກທານນັ້ນ.
ພຣາມ ! ຖານະທີ່ຈະວ່າງຈາກຍາຕສາຍໂລຫິຕ ຜູ້ລ່ວງລັບໄປແລ້ວໂດຍກາລດົນນານເຊັ່ນນີ້ ບໍ່ແມ່ນຖານະ ບໍ່ແມ່ນ
ໂອກາສທີ່ຈະມີໄດ້.
ພຣາມ ! ອີກປະການໜຶ່ງ ແມ່ນວ່າທາຍົກກໍເປັນຜູ້ບໍ່ຂາດຜົລ.








